ບໍ່ຜ່ານມາເທົ່າໃດເດືອນນີ້ວົງການຖ່າຍພາບກໍໄດ້ເປັນທີ່ໜ້າຍິນດີ ເພາະໄດ້ມີຊ່າງພາບອິດສະລະໜຸ່ມຈາກລາວເຮົາໄດ້ຄວ້າລາງວັນການຖ່າຍຮູບພາບແນວ Street ສາຂາ Highly Commended Award ຈາກ London ປະເທດອັງກິດ. ອານູຄິດ ຄິດສະວັດ ຫຼື Mon ອາຍຸ 28 ປີ ອາຊີບອິດສະລະເປັນຄົນ introvert ແຕ່ມັກກິດຈະກຳທີ່ activeເຊັ່ນ: ຫຼິ້ນເທັນນິສ, ຕີມວຍ,...
ຊີວິດບໍ່ໄດ້ມີແຕ່ຄວາມສຸກສົມຫວັງຕະຫຼອດໄປແຫຼະ! ບາງມື້ກໍດີ ຍິ້ມຈົນເຈັບແກ້ມ ປາກແຫ້ງໄປໝົດ, ແຕ່ບາງມື້ກໍຮູ້ສຶກຄືຖືກຊີວິດເອົາຄືນ ທັງເມື່ອຍກາຍ ທັງໃຈວຸ້ນວາຍ ຈົນຢາກຈະຮ້ອງອອກມາວ່າ “ພໍແລ້ວ!”. ແຕ່ດຽວກ່ອນ. ຄວາມຮູ້ສຶກຈິດຕົກນີ້ມັນບໍ່ໄດ້ຢູ່ກັບເຮົາຕະຫຼອດໄປດອກ. ພຽງແຕ່ເຮົາຮູ້ທຣິກປັບຕົວ ແລະ ດູແລໃຈໃນມື້ທີ່ຮູ້ສຶກດາວນ໌, ກໍພໍຈະພາຕົວເອງກັບມາເປັນຄົນເກົ່າໄດ້ແລ້ວ. ມື້ນີ້ເຮົາມີທຣິກມາແຊ 5 ຢ່າງ ທີ່ທັງງ່າຍ ແລະ ສະບາຍ ແບບບໍ່ຕ້ອງຝືນຕົວເອງ ແຕ່ກໍຊ່ວຍໃຫ້ໃຈເບົາລົງໄດ້ຈົນໜ້າຕົກໃຈ....
ບົວລະພາ ເພງໃໝ່ຈາກ AiiLA ແຕ່ງຂຶ້ນຍ້ອນໄດ້ຮັບແຮງບັນດານໃຈຈາກສະພາບແວດລ້ອມທີ່ເຫັນ ແລະ ໄດ້ ຕ່າຍ ອາກາດ ມາຮ່ວມຮ້ອງປະສານ
ເຄີຍສົງໄສບໍ່ວ່າ ບາງຄັ້ງຄົນເຮົາກໍຕົກຫຼຸມຮັກກັນໄດ້ຈາກເລື່ອງເລັກນ້ອຍໆທີ່ເບິ່ງຄືບໍ່ຫຍັງຫຼາຍ. ບໍ່ຕ້ອງເຖິງຂັ້ນໃຫ້ດອກໄມ້ຊໍ່ໃຫຍ່ ຫຼື ພາໄປດິນເນີພາຍໃຕ້ແສງທຽນທີ່ແສນໂຣແມນຕິກ, ພຽງແຕ່ການກະທຳເັລກໆນ້ອຍໆທີ່ເອີ້ນວ່າ “Micro-mance” ກໍສາມາດຈຸດປະກາຍຄວາມຮູ້ສຶກດີໆໃນໃຈຂອງເຮົາໄດ້ແລ້ວ. Micro-mance ຄືຊ່ວງເວລາເລັກນ້ອຍທີ່ສະແດງເຖິງຄວາມໃສ່ໃຈ, ຄວາມໜ້າຮັກ ແລະ ຄວາມຈິງໃຈ ບໍ່ວ່າຈະເປັນການສົ່ງຂໍ້ຄວາມຫ່ວງໃຍຕອນເຊົ້າ, ການຈື່ໄດ້ວ່າເຂົາມັກກິນຫຍັງ ຫຼື ແມ່ນແຕ່ຮອຍຍິ້ມທີ່ສົ່ງໃຫ້ກັນໃນຈັງຫວະທີ່ເຂົາຜູ້ນັ້ນຕ້ອງການກຳລັງໃຈ. ມັນອາດຈະເບິ່ງຄືເປັນເລື່ອງທຳມະດາ ແຕ່ຖ້າເຮັດຖືກຈັງຫວະ ຮັບຮອງວ່າເຂົາຕ້ອງແອບຍິ້ມໃນໃຈຢ່າງແນ່ນອນ. ແຕ່ດຽວກ່ອນ! ການເຮັດ Micro-mance...
ການແຕ່ງດອງ ເປັນເລື່ອງໃຫຍ່ສຳລັບຫຼາຍໆຄົນ ໂດຍສະເພາະໄວເຮັດວຽກຄືເຮົາທີ່ກຳລັງຈະພາໂຕເອງກ້າວໄປສູ່ອີກບົດໜຶ່ງຂອງຊີວິດ, ເພາະງານແຕ່ງດອງບໍ່ແມ່ນພຽງແຕ່ພິທີທີ່ເຮົາຈັດຂຶ້ນມາເພື່ອໃຫ້ຄົນມາຮ່ວມຍິນດີແລ້ວກິນເຂົ້າກັນເສີຍໆ ແຕ່ມັນເປັນໂມເມັ້ນທີ່ບອກວ່າ ເຮົາ ແລະ ອີກຄົນໜຶ່ງຈະເລືອກຍ່າງໄປນຳກັນແລ້ວເດີ. ສຳລັບຄົນຮຸ່ນໃໝ່, ງານແຕ່ງດອງອາດຈະບໍ່ຕ້ອງຍິ່ງໃຫຍ່ຄືກັບສະໄໝກ່ອນ ແຕ່ມັນຄືການສະເຫຼີມສະຫຼອງຄວາມຮັກໃນແບບຂອງເຮົາເອງ ບໍ່ວ່າຈະຮຽບງ່າຍ ຫຼື ຈັດເຕັມ ມັນເປັນມື້ທີ່ເຮົາບອກກັບໂຕເອງ ກັບຄູ່ຊີວິດ ແລະ ກັບຄົນອ້ອມຂ້າງວ່າ ຄວາມສຳພັນນີ້ມັນພິເສດອີ່ຫຼີ. ນອກຈາກນີ້ ງານແຕ່ງດອງຍັງເປັນຄືກັບຈຸດເລີ່ມຕົ້ນຂອງການສ້າງຄອບຄົວ (ຫຼື ຢ່າງໜ້ອຍກໍຄືການໃຊ້ຊີວິດຄູ່ຢ່າງຈິງຈັງ)...
ໂຫວດໃຫ້ T06 ເຕີ້ – ສຸກສົມເພັດ ດວງພູມີ ໄດ້ທີ່ WeVote ໃນໂຄງການ Oishi Teen Idol The Final Season ທີ່ເປັນເວທີແຫ່ງການສູ້ຊົນຂອງໄວໜຸ່ມທັງ 24 ຄົນ ມີຊາຍໜຸ່ມຜູ້ຫນຶ່ງທີ່ນຳເອົາຄວາມມ່ວນຊື່ນ ແລະ ແຮງບັນດານໃຈມາສູ່ການແຂ່ງຂັນ ລາວຄື ຄັອບເຕີ້...
ໂຫວດໃຫ້ T08 ພອຍ – ເພັດມະນີ ເພັດໄຊຍາ ໄດ້ທີ່ WeVote ໃນໂຄງການ Oishi Teen Idol The Final Season ທີ່ກຳລັງເປັນທີ່ຈັບຕາຂອງໄວໜຸ່ມຫຼາຍໆຄົນ ມີເດັກສາວຜູ້ຫນຶ່ງທີ່ໂດດເດັ່ນດ້ວຍຄວາມກ້າຫານ ແລະ ຄວາມຕັ້ງໃຈ ລາວຄື ພອຍ – ເພັດມະນີ...
ໃນຍຸກທີ່ເຕັກໂນໂລຊີປັນຍາປະດິດ (Artificial Intelligence ຫຼື AI) ກຳລັງກາຍເປັນໃຈກາງຂອງການພັດທະນາໃນລະດັບໂລກ, ລາວໄດ້ປັບປຸງລັດຖະທຳມະນູນສະບັບໃໝ່ ເຊິ່ງໃນນັ້ນ ມີການເພີ່ມຄຳວ່າ “ປັນຍາປະດິດ” ເຂົ້າໄປ. ການປ່ຽນແປງນີ້ສະແດງໃຫ້ເຫັນເຖິງຄວາມສົນໃຈໃນການສົ່ງເສີມວິທະຍາສາດ, ເຕັກໂນໂລຊີ, ແລະນະວັດຕະກຳ ທີ່ເປັນເລື່ອງທີ່ຫຼາຍປະເທດໃນໂລກໃຫ້ຄວາມສຳຄັນໃນປັດຈຸບັນ. ຕາມ ລັດຖະທຳມະນູນ ສະບັບປັບປຸງໃໝ່ 2025 ເຊິ່ງຫາກໍຖືກຮັບຮອງເອົາໂດຍກອງປະຊຸມສະພາແຫ່ງຊາດ ເມື່ອວັນທີ 20 ມີນາ...
*ໝາຍເຫດ: ບົດຄວາມສຳພາດນີ້ Muan ໄດ້ທຳການເຜີຍແຜ່ຜ່ານທາງ Facebook ເມື່ອວັນທີ 1 ສິງຫາ 2024 ແລະ ນຳມາເຜີຍແຜ່ໃໝ່ຜ່ານເວັບໄຊ ເຊິ່ງຕອນນີ້ຜູ້ໃຫ້ສຳພາດໄດ້ເຂົ້າສຶກສາຢູ່ ມ. ກຸງເທບແລ້ວ. ທຶນຂອງມະຫາວິທະຍາໄລກຸງເທບ ຫຼື ວ່າ ມ. ກຸງເທບ ເປັນທຶນໃນຝັນຂອງໃຜຫຼາຍໆຄົນໂດຍສະເພາະຜູ້ທີ່ຢາກຮຽນສາຍນິເທດສາດ! ມີບຸກຄົນໜຶ່ງທີ່ສາມາດຄວ້າທຶນ 100% ໄດ້...
ມີການສະປອຍເລື່ອງລາວຂອງຊີຣີສ໌ໃນບາງສ່ວນ ແລະ ເລື່ອງນີ້ມີຄວາມໜ້າສົນໃຈຫຼາຍກາລັນຕີຜົນງານການສະແດງຂອງນັກສະແດງເຊັ່ນ: ຍາຍ່າ, ແພັດ ຊະຍານິດ, ນະ ນະພັດ, ຣິວ ວະຊິຣະວິດ, ການຖ່າຍທຳທີ່ມີ Mood & Tone ງົດງາມແບບໂກທິກ ແລະ ການເລົ່າເລື່ອງທີ່ຊັບຊ້ອນ ເປັນການປະສົມປະສານລະຫວ່າງຄວາມງາມຂອງດອກໄມ້ກັບຄວາມມືດໃນຈິດໃຈມະນຸດເຮັດໃຫ້ຜູ້ຊົມຕ້ອງລຸ້ນເຖິງຕອນຈົບ. Dalah Death and the Flowers...