ສາຍຊີຣີສ໌ເຊີນທາງນີ້ ໃຜທີ່ໄດ້ເບິ່ງຊີຣີສ໌ ແລະ ເປັນແຟນຈາກທັງ 3 ເລື່ອງເຊັ່ນ: Squid Game, Wednesday ແລະ Stranger Things ນັ້ນ, ຈະໄດ້ເບິ່ງກັນແລ້ວພາຍໃນປີ 2025 ນີ້. ທັງ 3 ເລື່ອງຈະເຮັດໃຫ້ທຸກຄົນຕື່ນເຕັ້ນ ແລະ ຈົນຈໍໃນເລື່ອງລາວທີ່ເກີດຂຶ້ນໃນຊີຣີສ໌ນີ້ແນ່ນອນ. Squid Game...
ເລີ່ມເພງມາກໍຮູ້ສຶກວ່າຕິດຫູແລ້ວກັບເພງ “ສາວປັອບສະຕາ” ແຣັບເປີສາວນ້ອງໃໝ່ລາວໃຕ້ແດນຈຳປາສັກ, ທີ່ມີເອກະລັກຄືຄວາມໜ້າຮັກອາລົມດີຕາມສະໄຕລ໌ຄົນພາກໃຕ້. ໃນເນື້ອຮ້ອງກໍຍັງເວົ້າເຖິງຄວາມພູມໃຈ ແລະ ພັນລະນາເຖິງວັດທະນະທຳ, ສະຖານທີ່ຕ່າງໆທີ່ເປັນເອກະລັກຂອງຄົນລາວເຮົານຳອີກ. ເພງ ສາວປັອບສະຕາ ໄດ້ປະສົມປະສານການແຣັບ ແລະ ດົນຕີລາວຢ່າງ “ແຄນ ແລະ ພິນ” ດ້ວຍຈັງຫວະສະໜຸກສະໜານພ້ອມໃຫ້ທັງໃຫ້ຮູ້ສຶກທັງຢາກໂຍກເຕັ້ນ ແລະ ຟ້ອນ. ການແຣັບຂອງ NAEMZ ກໍຍັງຄົງເອກະລັກສຳນຽງ ແລະ...
Wazabi ປ່ອຍເພງໃໝ່ “ສ່ວນເລິກຂອງຫົວໃຈ” ຜົນງານລຳດັບທີ 2 ຂອງພວກເຂົາ. ຫຼັງຈາກທີ່ປ່ອຍເພງທຳອິດ “ພົບຄົນທີ່ດີ” ອອກມາເມື່ອກາງປີ 2024 ເຊິ່ງຖືເປັນຜົນງານເປີດໂຕຂອງເຂົາເຈົ້າໃນຖານະສິລະປິນກຸ່ມ. ຈາກເພງທີ່ບອກໃຫ້ຄົນຮັກເກົ່າໄປເຈິກັບຄົນທີ່ດີໆ ແລະ ລືມເລື່ອງເກົ່າໆໄປໃຫ້ໝົດ, ກັບມາໃນຄັ້ງນີ້ ພວກເຂົາພາທຸກຄົນ ມາສຳຫຼວດສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງຄົນທີ່ກຳລັງຈະຈາກລາໃນຄວາມສຳພັນ. ວົງ Wazabi ປະກອບດ້ວຍສະມາຊິກ 6 ຄົນ ຄື:...
ເປັນຫຍັງເຮົາຈຶ່ງຍົກເອົາເລື່ອງນີ້ມາເວົ້າ? ນັ້ນກໍເພາະວ່າໃນປີທີ່ຜ່ານມາ ເຮົາເຫັນການປ່ຽນແປງ ແລະ ການພັດທະນາທີ່ວ່ອງໄວຂອງ AI ເຊິ່ງເປັນສັນຍານວ່າ ໃນອະນາຄົດອັນໃກ້ນີ້ ມັນຈະສົ່ງຜົນກະທົບຫຼາຍຢ່າງຕໍ່ການໃຊ້ຊີວິດ ແລະ ການເຮັດວຽກຂອງເຮົາ. ຂະໜາດໃນຕອນນີ້ເອງທີ່ຜູ້ຂຽນກຳລັງຂຽນບົດຄວາມນີ້ ກໍຍັງໄດ້ໃຊ້ AI ເຂົ້າມາຊ່ວນໃນເລື່ອງຂອງການວາງໂຄງເລື່ອງ ແລະ ການຊອກຂໍ້ມູນ. ສະນັ້ນ ກໍປະຕິເສດບໍ່ໄດ້ວ່າ ໜຶ່ງໃນທັກສະທີ່ເຮົາຄວນຮຽນຮູ້ໄວ້ໃນໂລກຍຸກນີ້ແມ່ນ “ຄວາມຮູ້ກ່ຽວກັບ AI” ເຂົ້າມາເພີ່ມນຳ....
ໃນແຕ່ລະມື້ ແຕ່ລະ day, ເຮົາໃຊ້ເວລາສະເລ່ຍເຖິງ 6 ຊົ່ວໂມງ 36 ນາທີໃນໂລກອອນລາຍ, ອີງຕາມຂໍ້ມູນຈາກ Statista ແລະ ບາງເທື່ອເຮົາອາດຈະເປັນສ່ວນໜຶ່ງໃນການເບິ່ງວິດີໂອ Reels ໃນ Instagram ທີ່ຍອດລວມທົ່ວໂລກຢູ່ທີ່ 150,000 ລ້ານວິວຕໍ່ມື້ ແລະ ຫຼາຍຄັ້ງເຮົາກໍໄຖໜ້່າຈໍເບິ່ງວິດີໂອສັ້ນ ຫຼື ຄອນເທັນທີ່ບໍ່ມີປະໂຫຍດແບບ non-stop...
Glamour ໃນພາສາອັງກິດມີຄວາມໝາຍວ່າ: ຄວາມງົດງາມຫຼູຫຼາ, ມີສະເໜ່ ແລະ ມີພາບລັກທີ່ດູດີຊວນດຶງດູດໃຈເປັນພິເສດ, “ຕິດແກຣມ” ຄຳໆນີ້ແມ່ນຫຼາຍຄົນຄົງຈະເຄີຍໄດ້ຍິນຜ່ານໂຊຊ້ຽວມີເດຍ ຫຼື ການລົມກັນຂອງບັນດາກຸ່ມໝູ່ເພື່ອນມາ. ລັກສະນະຂອງການຕິດແກຣມບໍ່ໄດ້ສື່ຄວາມໝາຍພຽງແຕ່ການໃຊ້ຈ່າຍເພື່ອຄວາມຫຼູຫຼາແຕ່ພຽງຢ່າງດຽວ ແຕ່ຍັງກ່ຽວຂ້ອງກັບການສ້າງພາບລັກທີ່ສວຍງາມ, ດູດີ ແລະ ມີສະໄຕລ໌ໃນທຸກໆດ້ານ ລວມເຖິງການແຕ່ງກາຍ, ການແຕ່ງໜ້າ, ການເຂົ້າສັງຄົມ, ການທ່ຽວ ຫຼື ການໃຊ້ຊີວິດ, ການໃຊ້ຈ່າຍທີ່ຟຸ່ມເຟື່ອຍເປັນທີ່ຍອມຮັບໃນສັງຄົມ. ຖ້າຫາກວ່າການຕິດແກຣມແຕ່ເງິນໃນບັນຊີລົບເດພວກເຮົາຈະເຮັດແນວໃດດີ?...
ເພງ “ຕົກຂຸມຮັກ” ຜົນງານທຳອິດຂອງສິລະປິນໜ້າໃໝ່ຢ່າງ ນ້ອຍ ພົງສັກ ທີ່ໄດ້ປ່ອຍເພງອອກມາໃນຊ່ວງເດືອນ ທັນວາ 2024 ທີ່ຜ່ານມາ ແລະ ໃນເອັມວີເພງນັ້ນຍັງເຮັດອອກມາໄດ້ໜ້າຮັກເປັນທຳມະຊາດ ຈົນເຮັດໃຫ້ໃຜໄດ້ເບິ່ງໄດ້ຟັງເພງກໍອົດທີ່ຈະຍິ້ມ ແລະ ຕົກຂຸມຮັກໃນສະເໜ່ໄດ້ງ່າຍໆກັບຄວາມ Freshy ນີ້ຂອງ ນ້ອຍ ພົງສັກ. ບັນຍາກາດໃນເອັມວີນັ້ນຊວນເຮັດໃຫ້ຄິດຮອດບັນຍາກາດດີໆ ຂອງເຂດນອກເມືອງທີ່ຊາວບ້ານໄດ້ເຮັດກະສິກຳ ແລະ ຍັງຮູ້ສຶກເຖິງຄວາມຜ່ອນຄາຍໃນບັນຍາກາດຂອງເອັມວີທີ່ໄດ້ສື່ສານອອກມາ. ເພງມີຈັງຫວະຟັງງ່າຍສະບາຍໆ,...
ຫຼາຍໆຄົນຄົງຈະສົງໄສວ່າເປັນຫຍັງເລັບສີແດງຈຶ່ງເປັນຕາດຶງດູດໃຈ? “Red Nail Theory ຫຼື ທິດສະດີເລັບສີແດງ” ແມ່ນຄວາມເຊື່ອທີ່ວ່າ: ເລັບສີແດງນັ້ນຈະມີພະລັງງານເພີ່ມສະເໜ່, ຄວາມໝັ້ນໃຈ ແລະ ການດຶງດູດຄວາມສົນໃຈ, ໂດຍສະເພາະຈາກເພດກົງກັນຂ້າມ ເຊິ່້ງວ່າທິດສະດີນີ້ເນັ້ນໃສ່ຄວາມຄິດທີ່ວ່າເລັບສີແດງເປັນສັນຍາລັກຂອງຄວາມເຊັກຊີ່, ຄວາມຫມັ້ນໃຈ ແລະ ຄວາມເປັນແມ່ຍິງທີ່ມີພະລັງ. ການທາສີເລັບຂອງເຈົ້າເປັນສີແດງເຮັດໃຫ້ເຈົ້າຈະມີຄວາມໂດດເດັ່ນ ແລະ ສະແດງເຫັນເຖິງຕົວຕົນຢ່າງຊັດເຈນ. ສີແດງໃນຄວາມໝາຍທາງຈິດວິທະຍາແມ່ນມີຄວາມຄ້າຍຄືກັບພະລັງງານອຳນາດ, ຄວາມມັກສ່ວນຕົວ ແລະ ຄວາມຮັກ...
PETH PMM ກັບມາແລ້ວຫຼັງຈາກຫ່າງຫາຍກັນໄປດົນເຖິງ 3 ປີ ແລະ ຄັ້ງນີ້ກໍໄດ້ນຳເພງໃໝ່ມາຝາກທຸກຄົນກັນໃນເພງທີ່ມີຊື່ວ່າ Louis V ໄດ້ PETEZEN & GEMI9PK ມາຮ່ວມຮ້ອງ. ແນວເພງກໍແມ່ນເປັນສະໄຕລ໌ Hip-Hop ທີ່ຮູ້ສຶກວ່າຟັງໄດ້ງ່າຍໆ ແລະ ໂຢກຕາມໄດ້. PETH PMM ມີເພງດັງທີ່ຫຼາຍຄົນກໍຮູ້ຈັກ ແລະ...
ມື້ນີ້ມ່ວນມີເພງໃໝ່ມາແນະນຳໃຫ້ທຸກຄົນໄດ້ຟັງນຳກັນ ແລະ ຢາກບອກວ່າເປັນເພງສະໄຕລ໌ Hip-hop ທີ່ແຣັບເດືອດສຸດໆອີກເພງໜຶ່ງເລີຍ, ເພງ “Fly with Highbros” ເພງໃໝ່ຂອງ RGB ທີ່ໄດ້ GeniusFlow ມາຮ່ວມຮ້ອງ. RGB (Rangerbox DongDok Junior) ຫຼື Nobphon, ປັດຈຸບັນສັງກັດຢູ່ທີ່ຄ້າຍ Highbros Entertainment...