ຢາກເປັນຄົນທີ່ຖືກຮັກ ແລະ ໃສ່ໃຈ? ລອງໃຊ້ 10 ວິທີພື້ນຖານການຮັກສາຄວາມສຳພັນທີ່ໃຜໆກໍເຮັດໄດ້

ແບ່ງປັນ

ຢາກເປັນຄົນທີ່ຖືກຮັກ ແລະ ໃສ່ໃຈ? ລອງໃຊ້ 10 ວິທີພື້ນຖານການຮັກສາຄວາມສຳພັນທີ່ໃຜໆກໍເຮັດໄດ້

03 April 2026 14

Highlights

  • ການສ້າງພື້ນຖານຄວາມເຂົ້າໃຈ ແລະ ພື້ນທີ່ປອດໄພ ເລີ່ມຕົ້ນດ້ວຍການໃສ່ໃຈລາຍລະອຽດເລັກໆນ້ອຍໆ ແລະ ເປັນຜູ້ຮັບຟັງທີ່ດີເພື່ອສ້າງຄວາມສະບາຍໃຈໃຫ້ອີກຝ່າຍເປັນໂຕຂອງໂຕເອງໄດ້ເຕັມທີ່.
  • ການສື່ສານ ແລະ ການໃຊ້ເວລາທີ່ມີຄຸນນະພາບ ເນັ້ນລົມກັນຢ່າງກົງໄປກົງມາດ້ວຍຄວາມໃຫ້ກຽດ ພ້ອມທັງຫາເວລາເຮັດກິດຈະກຳຮ່ວມກັນ ຫຼື ປ່ຽນບັນຍາກາດໃໝ່ໆ ເພື່ອຮັກສາຄວາມຜູກພັນ.
  • ຄວາມສະໝໍ່າສະເໝີ ແລະ ການເຕີບໂຕໄປພ້ອມກັນ ຮັກສາມາດຕະຖານການເບິ່ງແຍງດູແລໃຫ້ຄືເກົ່າໃນທຸກໆມື້ ພ້ອມທັງເປັນຜູ້ສະໜັ້ບສະໜຸນທີ່ດີ ເພື່ອຊຸກຍູ້ໃຫ້ທັງສອງຝ່າຍເຕີບໂຕເປັນຄົນທີ່ດີຂຶ້ນໃນທຸກວັນ.


ໃຜໆກໍຢາກເປັນຄົນທີ່ຖືກຮັກ, ຢາກເປັນຄົນທີ່ຖືກຄິດຮອດເປັນອັນດັບຕົ້ນໆສະເໝີໃນຄວາມສຳພັນ ແຕ່ບາງເທື່ອມັນກໍມີຫຼຸດສະແດງການກະທຳທີ່ບໍ່ດີອອກໄປໂດຍທີ່ບໍ່ໄດ້ຄິດ ແລະ ທຳຮ້າຍຄົນຮັກໂດຍບໍ່ຮູ້ໂຕ.

ມັນເປັນສິ່ງທີ່ບໍ່ມີໃຜມັກ ແລະ ຢາກໃຫ້ມັນເກີດຂຶ້ນເລີຍ ແຕ່ຖ້າຢາກເປັນຄົນທີ່ມີຄຸນນະພາບໃນດ້ານຄວາມສຳພັນກໍຕ້ອງຮູ້ຂັ້ນຕອນພື້ນຖານທີ່ຄວນປະຕິບັດຕໍ່ຄົນອື່ນ.

ຫຼາຍຄົນອາດຈະຍັງບໍ່ຮູ້ວິທີວ່າຈະເລີ່ມເຮັດແນວໃດ ເຊິ່ງທຸກຄົນບໍ່ຕ້ອງກັງວົນເດີ ເພາະມື້ນີ້ Muan RelationTips ໄດ້ສະຫຼຸບຂໍ້ມູນສ່ວນໜຶ່ງທີ່ໄດ້ຮວບຮວມມາຈາກຫຼັກຈິດວິທະຍາຄວາມສຳພັນສາກົນ (The Gottman Institute) ແລະ ແນວທາງການພັດທະນາໂຕເອງ ເພື່ອສ້າງສັງຄົມທີ່ອົບອຸ່ນ ໃຫ້ເຂົ້າໃຈງ່າຍໆ ແລະ ຈະພາທຸກຄົນໄປຮູ້ຈັກກັນໃຫ້ຫຼາຍຂຶ້ນກ່ຽວກັບພື້ນຖານຄວາມສຳພັນທີ່ສາມາດລົງມືເຮັດໄດ້ເລີຍ.

ຮູ້ຈັກ 10 ວິທີຮັກສາຄວາມສຳພັນໃຫ້ດີ (Basic Love)

  1. ຄວາມຢາກຮູ້ (Curiosity in Relationship): ການເລີ່ມຕົ້ນທີ່ດີຄືການຈື່ລາຍລະອຽດ ຫຼື ຮູ້ວ່າເຂົາມັກຫຍັງ. ຖ້າເຮົາຈື່ ແລະ ເຮັດໃຫ້ເຂົາດ້ວຍ ຄວາມຮູ້ໃຈ-ການໃສ່ໃຈດູແລ ຍິ່ງຈະສາມາດສ້າງຄວາມປະທັບໃຈ ແລະ ພັດທະນາຄວາມສຳພັນໄດ້.
  2. ພື້ນທີ່ປອດໄພ-ຄວາມສະບາຍໃຈ (Emotional Safety): ເຮັດໃຫ້ເຂົາຮູ້ສຶກວ່າ ເມື່ອຢູ່ໃກ້ເຈົ້າຈະສາມາດເປັນໂຕເອງໄດ້ເຕັມທີ່, ສາມາດເລົ່າຄວາມທຸກ ຫຼື ຊີວິດພື້ນຫຼັງ ໂດຍທີ່ເຈົ້າຈະຮັບຟັງໂດຍບໍ່ຕັດສິນ.
  3. ເວລາແຫ່ງຄວາມສຸກ (Quality Time): ຫາເຮັດກິດຈະກຳ ແລະ ໃຊ້ເວລາຮ່ວມກັນ ເພື່ອສ້າງຄວາມສຳພັນທີ່ດີຈາກເວລາສັ້ນໆ, ກິນເຂົ້ານຳກັນ, ຍິ້ມ-ຫົວນຳກັນ ຫຼື ການສົ່ງຂໍ້ຄວາມຫາໃຫ້ກຳລັງໃຈໃນມື້ທີ່ເມື່ອຍລ້າ.
  4.  ສະໜັບສະໜຸນກັນ ແລະ ກັນ (Supporter): ຢູ່ກັບເຂົາທຸກຊ່ວງເວລາ ໃນວັນທີ່ເຂົາເຈົ້າໝັ້ນໃຈ ຫຼື ບໍ່ໝັ້ນໃຈໃນໂຕເອງ, ການມີໃຜຈັກຄົນທີ່ຄອຍຊຸກຍູ້ (Support) ແລະ ເຊື່ອໝັ້ນໃນໂຕເຂົາຄືພະລັງທີ່ຍິ່ງໃຫຍ່ທີ່ສຸດ.
  5. ການສື່ສານ (Communication): ໃນຄວາມສຳພັນເວລາມີຫຍັງໃນໃຈຄວນເວົ້າກັນກົງໆ ແຕ່ໃຫ້ໃຊ້ຄຳເວົ້າທີ່ຖະໜອມນ້ຳໃຈ. ບໍ່ວ່າຈະສະນິດກັນປານໃດ “ການໃຫ້ກຽດ” ແລະ “ການຮັບຟັງ” ຄືສິ່ງທີ່ຂາດບໍ່ໄດ້.
  6. ສ້າງຄວາມປະທັບໃຈ (Surprise Date): ສ້າງຄວາມປະທັບໃຈໃນຄ່ຳຄືນທີ່ພິເສດ ຫຼື ໂອກາດພິເສດ ບໍ່ຈຳເປັນຕ້ອງເປັນສິ່ງທີ່ໃຫຍ່ ພຽງສິ່ງເລັກໆນ້ອຍໆຄື ການຊື້ເຂົ້າໜົມທີ່ມັກໄປຝາກ, ຂອງຂວັນທີ່ເຂົາມັກ ຫຼື ພາເຂົາໄປກິນເຂົ້າໃນບັນຍາກາດພິເສດໂດຍບໍ່ໄດ້ບອກລ່ວງໜ້າ ເພື່ອສ້າງຄວາມປະທັບໃຈ.
  7. ມີເປົ້າໝາຍຮ່ວມກັນ (Shared Bucket List): ລອງຫາສິ່ງທີ່ຈະເຮັດນຳກັນຄືການວາງແຜນໄປທ່ຽວນຳກັນ, ຮຽນຮູ້ທັກສະໃໝ່ໆກັບເຂົາ ເຊິ່ງການມີເປົ້າໝາຍຮ່ວມກັນຈະເຮັດໃຫ້ເຮົາຍັງສາມາດມີບາງສິ່ງບາງຢ່າງທີ່ສາມາດ “ເຊື່ອມຕໍ່” ກັນຢູ່ສະເໝີ.
  8. ການປ່ຽນບັນຍາກາດ(Staycation): ຊວນກັນໄປປ່ຽນບັນຍາກາດ ເພື່ອຊ່ວຍເຮັດໃຫ້ຜ່ອນຄາຍ, ໄປຄາເຟ່ບັນຍາກາດດີ, ໄປຢູ່ກັບທຳມະຊາດ ຫຼື ບ່ອນໃໝ່ໆ ຈະຊ່ວຍໃຫ້ເຮົາໄດ້ລົມກັນໃນມຸມທີ່ແຕກຕ່າງ.
  9. ໃສ່ໃຈ ແລະ ຮັກສາຄວາມສະໝໍ່າສະເໝີ (Consistency): ຄວາມສຳພັນທີ່ດີຄວນມີ “ມາດຕະຖານ” ການຮັກສາຄວາມສະໝໍ່າສະເໝີແມ່ນຄວາມໃສ່ໃຈທີ່ສາມາດໃຫ້ກັນ ແລະ ຄວາມຮູ້ສຶກທີ່ຄືເກົ່າໃນທຸກໆມື້ ຈະຍິ່ງສົ່ງເສີມຄວາມສຳພັນໃຫ້ຍາວນານ.
  10. ເຕີບໂຕໄປພ້ອມກັນ (Growing): ສະໜັບສະໜຸນກັນ ແລະ ກັນ ໃຫ້ໄດ້ຮຽນຮູ້ ແລະ ກາຍເປັນຄົນທີ່ດີຂຶ້ນ. ເມື່ອເຂົາເຕີບໂຕ ເຮົາກໍຈະເຕີບໂຕ ແລະ ມີຄວາມສຸກໄປພ້ອມໆກັບເຂົາສະເໝີ.
ອ່ານຕື່ມ:  ຜິດກັນຍາມໃດລະບອກເລີກ ຖ້າບໍ່ຢາກໃຫ້ຄວາມສຳພັນຂາດສະບັ້ນຈະຢຽວຢາຫົວໃຈກັນແນວໃດ?

ນີ້ຄື 10 ວິທີຮັກສາຄວາມສຳພັນໃຫ້ດີຂຶ້ນໃນທຸກໆມື້ ບໍ່ວ່າຈະເປັນໃຜ… ທຸກຄົນລ້ວນແຕ່ຢາກຖືກຮັກ ແລະ ຖືກໃສ່ໃຈດ້ວຍວິທີພື້ນຖານເຫຼົ່ານີ້ ເຊິ່ງຄວາມຮັກທີ່ດີບໍ່ໄດ້ຈຳກັດວ່າຈະຢູ່ໃນຖານະໃດ ບໍ່ວ່າຈະເປັນຄົນໃນຄອບຄົວ, ໝູ່ສະນິດ ຫຼື ຄົນຮັກ ທຸກຄວາມສຳພັນລ້ວນແຕ່ຕ້ອງການ “ການເບິ່ງແຍງດູແລ” ທີ່ຄ້າຍຄືກັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.