ໜ້າຫຼັກ Gadzila ຮູ້ຈັກ 10 ເຄັດລັບໃຊ້ງານ iPhone ໃຫ້ປອດໄພ ປ້ອງກັນມິດສາຊີບ ແລະ ຮັກສາຂໍ້ມູນສ່ວນຕົວ
Gadzila

ຮູ້ຈັກ 10 ເຄັດລັບໃຊ້ງານ iPhone ໃຫ້ປອດໄພ ປ້ອງກັນມິດສາຊີບ ແລະ ຮັກສາຂໍ້ມູນສ່ວນຕົວ

ຮູ້ວິທີປົກກັນ iPhone ຈາກມິດສາຊີບດ້ວຍ 10 ເຄັດລັບງ່າຍໆທີ່ຊ່ວຍຮັກສາຄວາມປອດໄພ ແລະ ຂໍ້ມູນສ່ວນຕົວ.

ແບ່ງປັນ
Getting your Trinity Audio player ready...

ຊວນມາຮູ້ຈັກ 10 ເຄັດລັບໃຊ້ງານ iPhone ໃຫ້ປອດໄພ ປ້ອງກັນມິດສາຊີບ ແລະ ຂໍ້ມູນສ່ວນຕົວຂອງເຮົາ ເພື່ອບໍ່ໃຫ້ຄົນບໍ່ຫວັງດີເຈາະຂໍ້ມູນໃນໂທລະສັບຂອງພວກເຮົາໄດ້ງ່າຍ.

ຫາກຜູ້ໃຊ້ ຫຼື ເຈົ້າຂອງໂທລະສັບໃຫ້ຄວາມສຳຄັນໃນຄວາມປອດໄພຈາກຂໍ້ມູນດ້ານລຸ່ມນີ້ ມັນກໍຈະຊ່ວຍໃຫ້ການໃຊ້ງານ iPhone ຂອງເຮົາບໍ່ຕ້ອງກັງວົນ ແລະ ໃຊ້ໄດ້ຢ່າງສະບາຍໃຈ ປ້ອງກັນຄວາມເສຍຫາຍທີ່ອາດຈະເກີດຂຶ້ນໄດ້ເປັນຢ່າງດີ.

ມັດລວມ 10 ເຄັດລັບການຮັກສາຄວາມປອດໄພສຳລັບ iPhone

  • ຕັ້ງລະຫັດຜ່ານທີ່ປອດໄພ: ເລືອກໃຊ້ລະຫັດຜ່ານທີ່ຍາກຕໍ່ການຄາດເດົາເຊັ່ນ ລະຫັດທີ່ປະກອບດ້ວຍຕົວອັກສອນ, ຕົວເລກ ແລະ ສັນຍາລັກ ບໍ່ຄວນໃຊ້ລະຫັດເປັນເລກລຽງກັນທີ່ຄາດເດົາໄດ້ງ່າຍ ຫຼື ເລກວັນເກີດ.
  • ເປີດໃຊ້ Face ID ຫຼື Touch ID: ເພື່ອຮັກສາຄວາມປອດໄພແລ້ວນັ້ນ ການຕັ້ງຄ່າລັອກ-ປົດລັອກກໍສຳຄັນ ເພື່ອປ້ອງກັນບໍ່ໃຫ້ຄົນອື່ນເຂົ້າເຖິງໂທລະສັບ ແລະ ຂໍ້ມູນສ່ວນຕົວຂອງເຮົາໄດ້ງ່າຍ .
  • ເປີດການໃຊ້ Find My iPhone: ໃນກໍລະນີໂທລະສັບເສຍ ຫຼື ຖືກລັກ ເຮົາຈະສາມາດນຳໄດ້ຈາກສັນຍານຕຳແໜ່ງ, ສາມາດລັອກເຄື່ອງໂທລະສັບ ແລະ ລົບຂໍ້ມູນທີ່ມີໄດ້ຈາກໄລຍະໄກໄດ້ໃນທັນທີ.
  • ອັບເດດ iOS ໃຫ້ເປັນເວີຊັນຫຼ້າສຸດ: ເພື່ອປ້ອງກັນຈຸດບອດເພື່ອບໍ່ໃຫ້ພວກມິດສາຊີບຕາມທັນລະບົບ ແລະ ເພີ່ມຄວາມປອດໄພໃຫ້ກັບລະບົບ.
  • ຫຼີກລ້ຽງການກົດລິ້ງແປກໆ: ລະວັງການກົດລິ້ງຈາກແຫຼ່ງທີ່ບໍ່ຮູ້ທີ່ມາເພື່ອປ້ອງບໍ່ໃຫ້ເຂົ້າເຖິງຂໍ້ມູນ Apple ID ຫຼື ບັນຊີທາງການເງິນໄດ້.
  • ເລືອກໃຊ້ Wi-Fi ທີ່ປອດໄພ: ຫຼີກລ້ຽງການເຊື່ອມຕໍ່ Wi-Fi ສາທາລະນະໂດຍທີ່ບໍ່ຈຳເປັນ ຫຼື ໃຊ້ VPN ເພື່ອເຂົ້າລະຫັດຂໍ້ມູນ, ເພາະ Wi-Fi ສາທາລະນະ ແລະ VPN ມີຄວາມສ່ຽງໃນການຖືກມິດສາຊີບ ຫຼື ແຮັກເກີ ແອບແຝງເຂົ້າໃນໄດ້ງ່າຍ.
  • ກວດການເຂົ້າເຖິງແອັບພິເຄຊັນ: ເຂົ້າໄປທີ່ Settings > Privacy ແລ້ວກວດສອບວ່າແອັບໃດມີສິດເຂົ້າເຖິງກ້ອງ, ສຽງ, ຕຳແໜ່ງ ຫຼື ຮູບພາບ ໃຫ້ເຈົ້າຂອງໂທລະສັບເປີດການຕັ້ງຄ່າສະເພາະແອັບທີ່ໜ້າເຊື່ອຖືເທົ່ານັ້ນ.
  • ເປີດການຢືນຢັນສອງຂັ້ນຕອນ (2FA): ເພື່ອເພີ່ມຄວາມປອດໄພໃຫ້ Apple ID ແລະ ຫຼຸດຄວາມສ່ຽງຈາກຄົນອື່ນ ເພາະ 2FA ແມ່ນມີລະບົບຄວາມປອດໄພສູງ.
  • ດາວໂຫຼດແອັບຈາກ App Store ເທົ່ານັ້ນ: ເພື່ອຫຼີກລ້ຽງແອັບທີ່ມີ Malware (ໂປຣແກຣມອັນຕະລາຍ) ແລະ ບໍ່ແນະນໍາໃຫ້ jailbreak (ຂະບວນການດັດແປງລະບົບປະຕິບັດການ iOS ເພື່ອປົດລັອກຂໍ້ຈຳກັດຕ່າງໆ) ເພາະມັນຈະເຮັດໃຫ້ຄວາມປອດໄພຫຼຸດລົງ.
  • ສໍາຮອງຂໍ້ມູນເປັນປະຈໍາ: ເພື່ອໃຫ້ແນ່ໃຈວ່າຂໍ້ມູນສ່ວນຕົວຈະບໍ່ສູນຫາຍ ຖ້າເກີດມີຫຍັງຂຶ້ນແບບບໍ່ຄາດຄິດ.
ອ່ານຕື່ມ:  WhatsApp ແຈ້ງໃຫ້ລະວັງ ສະປາຍແວຣ໌ ເຂົ້າເຖິງຂໍ້ມູນຜູ້ໃຊ້ຜ່ານການໂທວັອດແອັບ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.