ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຖ້າຄືນນີ້ບໍ່ມີບ່ອນຫຼົບໃຈໃຫ້ From now on ເປັນບ່ອນນັ້ນ ຈາກ Noneh ຜົນງານທຳອິດກັບຄ້າຍ Surftape
Muan Listen - ມ່ວນຊວນຟັງ

ຖ້າຄືນນີ້ບໍ່ມີບ່ອນຫຼົບໃຈໃຫ້ From now on ເປັນບ່ອນນັ້ນ ຈາກ Noneh ຜົນງານທຳອິດກັບຄ້າຍ Surftape

ແບ່ງປັນ

ເປີດ single ເດບິ້ວກັບຄ້າຍ Surftape ແບບບໍ່ທຳມະດາເລີຍ ເມື່ອ Noneh ສິລະປິນນ້ອງໃໝ່ໄຟແຮງປ່ອຍຜົນງານທຳອິດ “From now on” ເພງທີ່ປະສົມກິ່ນອາຍ City Pop ຈັງຫວະທີ່ຊ້າໆກັບ  Neo Soul ເບົາໆຟັງແລ້ວຄືກັບລ່ອງລອຍໄປໃນສາຍລົມກາງຄືນໃນຕົວເມືອງໃຫຍ່. ບອກເລີຍວ່າຖ້າເປີດເພງນີ້ລະຫວ່າງຂັບລົດໃນເມືອງ ຫຼື ຍ່າງເຫງົາໆຍາມຄ່ຳມູດໄດ້ສຸດໆ.

ງານນີ້ Noneh ບໍ່ໄດ້ມາແບບດ່ຽວໆເພາະໄດ້ສຽງຫວານໆຂອງ Imel ເຈົ້າຂອງເພງ Trust Issue ທີ່ເຄີຍເປີດໂຕກັບຄ້າຍມາກ່ອນມາຮ່ວມແຈມເຕີມສະເໜ່ໃຫ້ເພງນີ້ລະມຸນຂຶ້ນໄປອີກຂັ້ນ. ດ້ວຍສຽງຂອງທັງສອງທີ່ລົງໂຕສື່ອາລົມຄືບົດສົນທະນາເບົາໆແຕ່ຈິງໃຈ.

ສຳລັບເນື້ອເພງຂອງ From now on ໃຫ້ຄວາມຮູ້ສຶກຄືການບອກຮັກແບບຢ້ານກົວຂອງຄົນທີ່ຮູ້ດີວ່າອີກຝ່າຍນັ້ນເຄີຍເຈັບມາກ່ອນ ແຕ່ກໍຍັງຢາກຈະເບິ່ງແຍງໃຫ້ດີ ມັນອາດຈະບໍ່ໄດ້ຍິ່ງໃຫຍ່ເວີວັງແຕ່ເປັນຄວາມຈິງໃຈທີ່ໂຄດເທ້ ແລະ ຟັງແລ້ວຊວນອິນຈົນຕ້ອງກົດວົນຊ້ຳອີກ.

ຖ້າໃຜມັກເພງແນວ City Pop / Neo Soul ທີ່ມີເນື້ອຫາຈັບໃຈສຳຜັດຄວາມອົບອຸ່ນໃນຍາມຄ່ຳຄືນເຫງົາໆແບບນີ້ ຫ້າມພາດ From now on ເດັດຂາດ.

ອ່ານຕື່ມ:  ຊວນຮູ້ຈັກ ໂຈບີ້ ວິບູນສຸກ ພະເອກເອັມວີໜ້າໃສໃນເພງ Trust Issues ຂອງ Imel
ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.