ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ໂອບກອດແຫ່ງຄວາມເຂົ້າໃຈ ມ່ວນຊວນຟັງເພງໃໝ່ ຈາກ Tanu Vannasin ໃຫ້ອິນກ່ອນສົງການ.
Muan Listen - ມ່ວນຊວນຟັງ

ໂອບກອດແຫ່ງຄວາມເຂົ້າໃຈ ມ່ວນຊວນຟັງເພງໃໝ່ ຈາກ Tanu Vannasin ໃຫ້ອິນກ່ອນສົງການ.

ແບ່ງປັນ

1 ເມສາ ອາດເປັນວັນ April fool day ແຕ່ ຕານຸ ວັນນະສິນບໍ່ໄດ້ fool ພວກເຮົາພ້ອມປ່ອຍຜົນງານສູ່ຄວາມເລິກເຊິງແຫ່ງການຈາກລາທີ່ງົດງາມອອກມາໃຫ້ຜູ້ຟັງໄດ້ຕຳກັນຢ່າງເພງ: ຄວາມຊົງຈຳສຸດທ້າຍ

ໂດຍແນວເພງຍັງຄົງເປັນ ຕານຸ ວັນນະສິນເຊັ່ນເຄີຍພຽງແຕ່ໃນຄັ້ງນີ້ໃຫ້ຄວາມຮູ້ສຶກທີ່ເຕັມນັ້ນໄດ້ດ້ວຍຫຼາກຫຼາຍຄວາມໝາຍທີ່ເຊື່ອງຊ້ອນຢູ່ໂດຍສະເພາະຄືການຈາກລາໂດຍທີ່ຕ່າງຄົນກໍຕ້ອງເຂົ້າໃຈກັນແລະກັນ ພ້ອມຍອມຮັບຄວາມຈິງ.

ດ້ວຍດົນຕີເມໂລດີທີ່ຖ່າຍທອດອອກມາໄດ້ອາລັງການ ແລະ ໂຄງສ້າງຂອງເນື້ອຮ້ອງບິ້ວອາລົມແບບສຸດໆເຮັດໃຫ້ເພງນີ້ສຳພັດຫົວໃຈຜູ້ຟັງໄດ້ງ່າຍ ແລະ ເຂົ້າເຖິງບໍ່ຍາກ.

ນອກນີ້ຕົວເພງຍັງສື່ເຖິງວ່າ ໃນວັນທີ່ເຮົາໄດ້ໂຄຈອນມາພົບກັນອີກຄັ້ງພຽງຍິ້ມກໍພຽງພໍສຳລັບຄວາມຊົງຈຳທຸກຢ່າງທີ່ໄດ້ມອບໃຫ້ກັນໃນຊ່ວງເວລາທີ່ຜ່ານມາກໍດີແລ້ວ.

ຖ້າໃຜຕ້ອງການຄວາມອິນແບບດຳດິງມ່ວນແນະນຳເພງນີ້ເລີຍ: ຄວາມຊົງຈຳສຸດທ້າຍ

ອ່ານຕື່ມ:  ຟັງເພງ "ແອບມັກຄົນມີແຟນ" ສິລະປິນລາວຈາກແດນໃຕ້ Bao Seang ft. Ple B.D.A & Icesky
ບົດຄວາມທີ່ກ່ຽວຂ້ອງ

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.