ເປີດ single ເດບິ້ວກັບຄ້າຍ Surftape ແບບບໍ່ທຳມະດາເລີຍ ເມື່ອ Noneh ສິລະປິນນ້ອງໃໝ່ໄຟແຮງປ່ອຍຜົນງານທຳອິດ “From now on” ເພງທີ່ປະສົມກິ່ນອາຍ City Pop ຈັງຫວະທີ່ຊ້າໆກັບ Neo Soul ເບົາໆຟັງແລ້ວຄືກັບລ່ອງລອຍໄປໃນສາຍລົມກາງຄືນໃນຕົວເມືອງໃຫຍ່. ບອກເລີຍວ່າຖ້າເປີດເພງນີ້ລະຫວ່າງຂັບລົດໃນເມືອງ ຫຼື ຍ່າງເຫງົາໆຍາມຄ່ຳມູດໄດ້ສຸດໆ.

ງານນີ້ Noneh ບໍ່ໄດ້ມາແບບດ່ຽວໆເພາະໄດ້ສຽງຫວານໆຂອງ Imel ເຈົ້າຂອງເພງ Trust Issue ທີ່ເຄີຍເປີດໂຕກັບຄ້າຍມາກ່ອນມາຮ່ວມແຈມເຕີມສະເໜ່ໃຫ້ເພງນີ້ລະມຸນຂຶ້ນໄປອີກຂັ້ນ. ດ້ວຍສຽງຂອງທັງສອງທີ່ລົງໂຕສື່ອາລົມຄືບົດສົນທະນາເບົາໆແຕ່ຈິງໃຈ.
ສຳລັບເນື້ອເພງຂອງ From now on ໃຫ້ຄວາມຮູ້ສຶກຄືການບອກຮັກແບບຢ້ານກົວຂອງຄົນທີ່ຮູ້ດີວ່າອີກຝ່າຍນັ້ນເຄີຍເຈັບມາກ່ອນ ແຕ່ກໍຍັງຢາກຈະເບິ່ງແຍງໃຫ້ດີ ມັນອາດຈະບໍ່ໄດ້ຍິ່ງໃຫຍ່ເວີວັງແຕ່ເປັນຄວາມຈິງໃຈທີ່ໂຄດເທ້ ແລະ ຟັງແລ້ວຊວນອິນຈົນຕ້ອງກົດວົນຊ້ຳອີກ.
ຖ້າໃຜມັກເພງແນວ City Pop / Neo Soul ທີ່ມີເນື້ອຫາຈັບໃຈສຳຜັດຄວາມອົບອຸ່ນໃນຍາມຄ່ຳຄືນເຫງົາໆແບບນີ້ ຫ້າມພາດ From now on ເດັດຂາດ.