ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ZiXNA ກັບມາແບບສົດໃສໃນເພງ “ໜ້າຮັກກະແທກໃຈ” ຟັງແລ້ວບໍ່ຕິດຫູກໍຕິດໃຈ
Muan Listen - ມ່ວນຊວນຟັງ

ZiXNA ກັບມາແບບສົດໃສໃນເພງ “ໜ້າຮັກກະແທກໃຈ” ຟັງແລ້ວບໍ່ຕິດຫູກໍຕິດໃຈ

ZiXNA ກັບມາດ້ວຍເພງໃໝ່ “ໜ້າຮັກກະແທກໃຈ” ທີ່ສົດໃສໃນສະໄຕລ໌ Rap, Pop ແລະ R&B ທີ່ຕິດຫູຄົນຟັງໄດ້ຕັ້ງແຕ່ຄັ້ງທໍາອິດ.

ແບ່ງປັນ

ຫຼັງຈາກປ່ອຍເພງທີ່ເຮັດໃຫ້ເປັນກະແສຢູ່ໃນ TikTok ດ້ວຍເພງ ຮອຍຍິ້ມຂອງເຈົ້າມັນຫວານໄປ ແລະ ຖືວ່າໄດ້ຮັບຄວາມນິຍົມຈົນຫຼາຍຄົນຕ້ອງຮ້ອງຕາມ, ຕັດຄລິບ ແລະ ນຳໄປໃຊ້ໃນຄອນເທັນຕ່າງໆ ເຮັດໃຫ້ເພງນີ້ຖືເປັນຜົນງານທີ່ເຮັດໃຫ້ທຸກຄົນຮູ້ຈັກລາວຫຼາຍຂຶ້ນ. ຫຼ້າສຸດ, ZiXNA ຖືໂອກາດປ່ອຍເພງໃໝ່ທີ່ສົດໃສ ແລະ ມີຄວາມເປັນຜູ້ໃຫຍ່ຂຶ້ນກວ່າເກົ່າ.

ເພງ ໜ້າຮັກກະແທກໃຈ ຍັງຄົງຄວາມສົດໃສ ແລະ ໜ້າຮັກໃນແບບຂອງ ZiXNA ໄວ້ຄົບຖ້ວນ, ແຕ່ລາວກໍໄດ້ເພີ່ມຄວາມມ່ວນ-ຄວາມສົດໃໝ່ ແລະ ເມໂລດີ້ທີ່ຟັງງ່າຍໃຫ້ຈັບໃຈຄົນຟັງ. ເພງນີ້ເປັນດົນຕີແນວ Rap, Pop ແລະ R&B ເຊິ່ງມີສະໄຕລ໌ທີ່ໜ້າຮັກປົນກັບຄວາມກວນໆແບບໄວໜຸ່ມ, ເມື່ອໄດ້ຟັງແລ້ວຈະຮູ້ສຶກຄືກັບໄດ້ຍ້ອນກັບໄປໃນຊ່ວງເວລາແຫ່ງຄວາມຮັກແບບໃສໆ.

ຈຸດແຂງຂອງເພງ ໜ້າຮັກກະແທກໃຈ ແມ່ນເມໂລດີ້ທີ່ຕິດຫູ, ຮ້ອງຕາມໄດ້ງ່າຍ ໂດຍສະເພາະແມ່ນທ່ອນຮຸກ (hook) ທີ່ພຽງແຕ່ຟັງຄັ້ງດຽວກໍຕິດໃຈ ແລະ ສາມາດຮ້ອງຕາມໄດ້ທັນທີ. ຖືວ່າ ZiXNA ກໍເປັນນັກຮ້ອງນ້ອງໃໝ່ມາແຮງ ແລະ ລາວກຳລັງສ້າງສະໄຕລ໌ດົນຕີທີ່ເປັນເອກະລັກຂອງຕົນເອງຢ່າງຊັດເຈນ.

ອ່ານຕື່ມ:  ຈາກລູກເຂີຍໃສ່ມອງໃນມື້ນັ້ນ ສູ່ "ຄົງໄດ້ແຕ່ມອງ" ໃນມື້ນີ້ ເພງໃໝ່ຈາກ Sophana x GX2 x T'Jame
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.