ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ
ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ Rock ທີ່ປະສົມປະສານກັບໂທນສຽງທີ່ເຕັມໄປດ້ວຍອາລົມ ເຮັດໃຫ້ເປັນບົດເພງທີ່ເນັ້ນຢໍ້າຄວາມຮູ້ສຶກຂອງການຖືກຖິ້ມ ແລະ ຍັງຮູ້ສຶກວ່າເລື່ອງລາວເກົ່າໆຍັງຄົງຫຼອກຫຼອນຢູ່ໃນໃຈ ຖ້າໃຜທີ່ເຄີຍມີປະສົບການຜິດຫວັງຄວາມຮັກມາຟັງຕ່າງກໍຕ້ອງມີນ້ຳຕາແນ່ນອນ
ເນື້ອເພງເລົ່າເຖິງຄວາມເຈັບປວດຢ່າງກົງໄປກົງມາຂອງການຖືກຄົນຮັກຖິ້ມແລ້ວໄປກັບຄົນໃໝ່, ຖືກປ່ອຍໃຫ້ຕົວເອງຕ້ອງຈົມຢູ່ກັບເລື່ອງລາວເກົ່າໆ ຍິ່ງພະຍາຍາມຈະມູບອອນ ກໍຍິ່ງຈົມແລະຍິ່ງເພີ່ມທະວີຄວາມເຈັບຊ້ຳຂຶ້ນທຸກຄັ້ງທີ່ຫວນຄິດເຖິງເລື່ອງລາວເກົ່າໆ, ເຮັດໃຫ້ບົດນີ້ເປັນເໝືອນການລະບາຍຄວາມເຈັບປວດທີ່ຢູ່ໃນໃຈຂອງຄົນທີ່ຍັງບໍ່ລືມຄົນເກົ່າ
“ເພາະວ່າເຈົ້ານັ້ນຖິ້ມຂ້ອຍໄປກັບເຂົາ ປ່ອຍຂ້ອຍໄວ້ໃຫ້ຈົມກັບເລື່ອງລາວເກົ່າໆ”
ຄວາມເຈັບປວດໄດ້ເຂົ້າມາແທນທີ່, ແລະ ເຖິງແມ່ນຈະພະຍາຍາມແລ້ວແຕ່ “ຕອນນີ້ມັນບໍ່ດີຂຶ້ນເລີຍ”. ບົດເພງໄດ້ສະແດງອອກເຖິງຄວາມຜິດຫວັງຢ່າງແຮງຕໍ່ຄຳວ່າຮັກທີ່ບໍ່ແມ່ນຄວາມຈິງ, ເປັນພຽງຄຳຫຼອກລວງທີ່ເຮັດໃຫ້ເຈັບຈົນເໝືອນຈຽນຕາຍ.
ຖ້າຕອນນີ້ໃຜທີ່ກຳລັງເຈັບປວດ, ຜິດຫວັງ, ແລະ ຍັງ Move On ບໍ່ໄດ້, ໃຫ້ເພງ “ຖິ້ມໄວ້ (Leave it)” ຂອງ XZERO ເປັນໂຕແທນສຽງຂອງຄວາມເຈັບປວດໃນໃຈຂອງທຸກຄົນເດີ້