ໄຂຂໍ້ສົງໄສ: ເປັນຫຍັງເພງ Wildflower ຂອງ Billie Eilish ຈຶ່ງຊະນະ Grammys 2026 ທັງທີ່ປ່ອຍຕັ້ງແຕ່ກາງປີ 2024?

ແບ່ງປັນ

ໄຂຂໍ້ສົງໄສ: ເປັນຫຍັງເພງ Wildflower ຂອງ Billie Eilish ຈຶ່ງຊະນະ Grammys 2026 ທັງທີ່ປ່ອຍຕັ້ງແຕ່ກາງປີ 2024?

03 February 2026 68

ໃນງານປະກາດລາງວັນ Grammy Awards ຄັ້ງທີ 68 ປະຈຳປີ 2026, ໜຶ່ງໃນເລື່ອງທີ່ເຮັດໃຫ້ຫຼາຍຄົນແປກໃຈຄືການທີ່ Billie Eilish ແລະ Finneas ສາມາດພາເພງ “Wildflower” ຄວ້າລາງວັນໃຫຍ່ ນັ້ນກໍຄື Song of the Year ຫຼື ບົດເພງແຫ່ງປີ ໄປຄອງໄດ້.

ຫຼາຍຄົນອາດຈະສົງໄສວ່າ ເພງນີ້ຢູ່ໃນອາລະບຳ Hit Me Hard and Soft ທີ່ປ່ອຍອອກມາຕັ້ງແຕ່ກາງປີ 2024, ແຕ່ເປັນຫຍັງຈຶ່ງຍັງມີສິດເຂົ້າຊີງໃນປີ 2026?

Muan ຈະພາທຸກຄົນໄປໄຂຂໍ້ສົງໄສນີ້ນຳກັນວ່າເປັນຍ້ອນຫຍັງ

ເຫດຜົນຫຼັກມີຢູ່ 3 ປັດໄຈຕາມກົດລະບຽບຂອງ Recording Academy:

1. ການປ່ອຍເປັນ “ຊິງເກິລ” (Single) ຢູ່ໃນຊ່ວງເວລາທີ່ກຳນົດ: ເຖິງວ່າເພງນີ້ຈະເປີດຕົວພ້ອມອາລະບຳໃນປີ 2024, ແຕ່ “Wildflower” ຫາກໍ່ຖືກປ່ອຍອອກມາເປັນຊິງເກິລຢ່າງເປັນທາງການໃນເດືອນກຸມພາ 2025. ນີ້ຖືວ່າຢູ່ຍັງໃນໄລຍະເວລາການພິຈາລະນາ (Eligibility period) ຂອງງານ Grammys 2026 ທີ່ກຳນົດໄວ້ລະຫວ່າງວັນທີ 31 ສິງຫາ 2024 ຫາ 30 ສິງຫາ 2025.

ອ່ານຕື່ມ:  ສະວິຟຕີ້ລໍຖ້າເລີຍ! Taylor Swift ປະກາດອາລະບຳໃໝ່ the Life of a Showgirl

2. ຄວາມແຕກຕ່າງລະຫວ່າງ “Track” ແລະ “Single”: ຕາມກົດລະບຽບຂອງ Grammys, ເພງທີ່ເປັນສ່ວນໜຶ່ງຂອງອາລະບຳ (Track) ແລະ ເພງທີ່ປ່ອຍແຍກອອກມາ (Single) ຖືເປັນຜົນງານທີ່ແຍກຈາກກັນ. ດັ່ງນັ້ນ, “Wildflower” ຈຶ່ງມີສິດເຂົ້າຊີງໃນສາຂາ Record ແລະ Song of the Year ແຍກອອກຈາກຕົວອາລະບຳທີ່ເຄີຍເຂົ້າຊີງໄປແລ້ວໃນປີກ່ອນ.

3. ເງື່ອນໄຂການບໍ່ເຄີຍຊະນະລາງວັນມາກ່ອນ: ກົດລະບຽບລະບຸວ່າ ເພງຈາກອາລະບຳຂອງປີກ່ອນສາມາດເຂົ້າຊີງໄດ້ໃນປີຖັດໄປ ຫາກເພງນັ້ນ “ບໍ່ເຄີຍຖືກສົ່ງເຂົ້າປະກວດໃນສາຂາຊິງເກິລມາກ່ອນ” ແລະ “ຕົວອາລະບຳນັ້ນຕ້ອງບໍ່ເຄີຍຊະນະລາງວັນ Grammys ໃນສາຂາການສະແດງ (performance category). ເນື່ອງຈາກໃນງານ Grammys ຄັ້ງທີ 67 Billie Eilish ບໍ່ໄດ້ຮັບລາງວັນໃດໆ ຈາກອາລະບຳ Hit Me Hard and Soft, ສະນັ້ນ ເພງ “Wildflower” ຈຶ່ງມີຄຸນສົມບັດຄົບຖ້ວນໃນການເຂົ້າຊີງ ແລະ ສ້າງປະຫວັດສາດຄວ້າລາງວັນໄປໄດ້ໃນທີ່ສຸດ.

ພາບ: Instagram / @grammys

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.