ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ Weak Hero Class 1 ຊີຣີສ໌ດັດແປງມາຈາກ Webtoon ແນວດຣາມ່າສະທ້ອນບັນຫາການບູລລີ້ໃນໂຮງຮຽນ
Muan Watch - ມ່ວນຊວນເບິ່ງ

Weak Hero Class 1 ຊີຣີສ໌ດັດແປງມາຈາກ Webtoon ແນວດຣາມ່າສະທ້ອນບັນຫາການບູລລີ້ໃນໂຮງຮຽນ

ແບ່ງປັນ

Weak Hero ແມ່ນຊີຣີສ໌ທີ່ຖືກດັດແປງມາຈາກ Webtoon ເຊິ່ງເປັນແນວແອັກຊັນ, ດຣາມ່າ ແລະ ຄວາມສຳພັນມິດຕະພາບລະຫວ່າງໝູ່ເພື່ອນໃນໂຮງຮຽນ ທີ່ມ່ວນຕ້ອງຂໍບອກເລີຍວ່າເລື່ອງນີ້ສາກຕໍ່ສູ້ແມ່ນມັນສຸດ ແລະ ນັກສະແດງຫຼັກຢ່າງພະເອກກໍສະແດງຄວາມຮູ້ສຶກອອກມາໃຫ້ອາລົມມືດມົນປົນອຶດອັດໄດ້ຢ່າງເລີກເຊິ່ງ.

ໃນຕອນທີ່ກຳລັງເບິ່ງຊີຣີສ໌ເລື່ອງນີ້ກໍເຮັດໃຫ້ຮູ້ສືກອິນຕາມສຸດໆ, ທັງເມື່ອຍ ແລະ ດິ່ງໄປກັບຊີນການສະແດງທີ່ຖ່າຍທອດຜ່ານຕົວລະຄອນທີ່ມີຊື່ວ່າ Yeon Si-eun ທີ່ງານສາຍຕາແມ່ນດີອາລົມທຸກຢ່າງລາວລ້ວນເລົ່າອອກມາຈາກທາງສາຍຕາທັງໝົດ ແລະ ເລື່ອງນີ້ຍັງໄດ້ສະທ້ອນບັນຫາການບູລລີ້ກັນໃນໂຮງຮຽນ ແລະ ການໃຊ້ຄວາມຮຸນແຮງໃນໂຮງຮຽນ.

Weak Hero Class 1

Yeon Si-eun ເປັນນັກຮຽນທີ່ມີຜົນການຮຽນດີເປັນອັນລະດັບ Top ໃນໂຮງຮຽນ ແລະ ເປັນຄົນທີ່ມີລັກສະນະບຸກຄະລິກມິດງຽບ, ຮັກການຮຽນ ແລະ ບໍ່ສົນໃຈໃຜເລີຍ ໃນແຕ່ລະມື້ລາວກໍມີແຕ່ນັ່ງຮຽນນັ່ງແກ້ໂຈດເລກຢ່າງດຽວ. ດ້ວຍຄວາມທີ່ເປັນເດັກຮຽນດີຈຶ່ງຖືກຫົວໂຈກປະຈຳຫ້ອງຢ່າງ Jeon Yeong-bin ໝາຍຫົວ.

Cast: Park Ji-hoon as Yeon Si-eun

ໃນມື້ໜຶ່ງທີ່ກຳລັງຈະເສັງເກັບຄະແນນ Si-eun ກໍຖືກ Oh Beom-Seok ລູກນັກການເມືອງດັງມີຖານະ ແຕ່ກໍມີນິໄສຄວາມຂີ້ຢ້ານ ແລະ ມັກເປໝູ່ໆ. ໄດ້ເອົາແຜ່ນຢາທີ່ເຮັດໃຫ້ເກີດອາການມືນເມົາ ແລະ ງ່ວງນອນມາຕິດທີ່ຫຼັງຄໍຂອງ Si-eun ໂດຍການກະທຳນີ້ແມ່ນເປັນຄຳສັ່ງຈາກ Yeong-bin, ເຮັດໃຫ້ໃນວິຊານັ້ນ Si-eun ເສັງບໍ່ໄດ້ຫຼາຍຂໍ້ຈົນເກີດອາການໃຈຮ້າຍ ແລະ ເຂົ້າໄປຕີ Yeong-bin ຈົນເຂົ້າໂຮງໝໍ.

Cast: Hong Kyung as Oh Beom-Seok

ເລື່ອງລາວກໍດຳເນີນໄປ Yeong-bin ກໍນຳລຸ້ນອ້າຍທີ່ເປັນນັກເລງ Jeon Seok-dae ເຂົ້າມາລຸມຕີ Si-eun ແລະ ກໍໄດ້ Ahn Su-ho ນັກມວຍເກົ່າທີ່ທັງຫຼໍ່ເກັ່ງຈົນໃຜໆກໍເກງໃຈ ແລະ Beom-seok ເຂົ້າມາຊ່ວຍໄວ້ເຮັດໃຫ້ທັງ 3 ໄດ້ເປັນໝູ່ກັນນັບຈາກນັ້ນມາ.

Cast: Choi Hyun-wook as Ahn Su-ho

ອ່ານຕື່ມ:  ເອນິເມຊັ່ນອົບອຸ່ນຫົວໃຈສຸດໂຣແມນຕິກ ຊວນຫົວໃຈຟູກັບເລື່ອງ Kimini Todoke

ການຕໍ່ສູ້ຂອງພວກເຂົາຍັງບໍ່ຈົບເພາະຈາກການທີ່ມີບັນຫາກັບກຸ່ມນັກເລງເຮັດໃຫ້ຕ້ອງໄດ້ພົວພັນກັບພວກເວັບໄຊການພະນັນ, ເລື່ອງລາວຈະເປັນແນວໃດສາມາດເຂົ້າໄປຕື່ມໄດ້. ໃນພາກນີ້ໄດ້ເລົ່າໃຫ້ເຫັນປົມຂອງຕົວລະຄອນຫຼັກທັງ 3 ແລະ ຈຸດແຕກຫັກການຫັກຫຼັງກັນທີ່ຈະເຮັດໃຫ້ພວກເຮົາຕ້ອງອຶ້ງ.

ຄວາມປະທັບໃຈໃນມິຕິ ແລະ ປົມຂອງຕົວລະຄອນຕ້ອງຍົກ Class 1 ເພາະຕົວລະຄອນບໍ່ຫຼາຍ ແລະ ໄດ້ເຫັນເຖິງມຸມມອງການໄດ້ເດີນທາງໄປນຳຄວາມຄິດອາລົມທີ່ນັກສະແດງຖ່າຍທອດອອກມາ,  ເຮັດໃຫ້ຮູ້ສຶກຜູກພັນກັບຕົວລະຄອນ ແລະ ເຂົ້າໃຈສະພາບແວດລ້ອມ-ສັງຄົມທີ່ຫຼໍ່ຫຼອມໃຫ້ເພວກເຂົາເປັນແບບນັ້ນ.

ໝາຍເຫດ: ເນື້ອຫາມີຄວາມຮຸນແຮງຄວນໃຊ້ວິຈາລະນະຍານໃນການເບິ່ງ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

Wednesday Season 2: ຄວາມມືດມົນທີ່ກັບມາພ້ອມຄະດີຄາດຕະກຳສຸດເລິກລັບ

ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ....

Muan Watch - ມ່ວນຊວນເບິ່ງ

ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller...

Muan Watch - ມ່ວນຊວນເບິ່ງ

ເອົາໃຈຊ່ວຍຄົນໂສດຈີບກັນໃນລາຍການ Better Late Than Single

ໂສດມາທັງຊີວິດກໍເຖິງເວລາເປີດໃຈ ຕິດຕາມລາຍການ Better Late Than Single ຈາກ Netflix ນຳໜຸ່ມ-ສາວ 10 ຄົນທີ່ບໍ່ເຄີຍມີແຟນມາກ່ອນ ມາຮຽນຮູ້ຄວາມຮັກເປັນຄັ້ງທຳອິດ.

Muan Watch - ມ່ວນຊວນເບິ່ງ

ໝູ່ສະໜິດທີ່ຫາຍຕົວໄປໃນປ່າໜຶ່ງອາທິດກັບມາ ພ້ອມປ່ຽນໄປ ຫຼື “ນີ້ບໍ່ແມ່ນຮິຄາຣຸ”

ໝາຍເຫດ: ເນື້ອຫານີ້ອາດມີສະປອຍ ແລະ ອ້າງອີງຈາກຕົ້ນສະບັບເອນິເມຊັນ. The Summer Hikaru Died – ລະດູຮ້ອນທີ່ຮິຄາຣຸຈາກໄປ ແມ່ນເອນິເມຊັນສັນຊາດຍີ່ປຸ່ນທີ່ສ້າງມາຈາກມັງງະ. ມີເນື້ອຫາເວົ້າເຖິງຄວາມຜູກພັນຂອງໝູ່ສະໜິດ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.