ວາເລນທາຍຈົບ ແຕ່ເຮົາບໍ່ຈົບ ເພາະຕະຫຼອດທັງເດືອນແມ່ນເດືອນແຫ່ງຄວາມຮັກນັ້ນເອງເນາະທຸກຄົນ, ມ່ວນຊວນເບິ່ງ ເລີຍມີຫຍັງດີໆມາແຊຣ໌ ເພື່ອໃຫ້ທຸກຄົນໄດ້ລອງຊວນຄົນຮັກ ຫຼື ຄອບຄົວມາວາງແຜນເພື່ອສ້າງເດດສຸດພິເສດຢູ່ບ້ານ ເພື່ອສ້າງຄວາມປະທັບໃຈແບບບໍ່ຮູ້ລືມໂດຍການໃຊ້ເວລາຮ່ວມກັນກັບຄົນຮັກຢູ່ບ້ານແບບງ່າຍໆ ອາດຈະຊວນກັນລອງເຮັດອາຫານກິນເອງ ເພື່ອປ່ຽນບັນຍາກາດ ແລະ ສ້າງເວລາແຫ່ງຄວາມສຸກທີ່ພິເສດກວ່າທຸກມື້ກັນດີກວ່າ.
ຫຼັງຈາກນັ້ນ, ກໍຕໍ່ດ້ວຍກິດຈະກຳເບົາໆທີ່ ມ່ວນຊວນເບິ່ງ ຢາກແນະນຳເລີຍກໍຄື ການເບີ່ງໜັງ ຫຼື ຊີຣີສ໌ດີໆຈັກເລື່ອງໜຶ່ງທີ່ຈະຊ່ວຍມາເຕີມຄວາມຮູ້ສຶກຜ່ອນຄາຍ, ເຕີມຄວາມຫວານ ແລະ ຍັງຊ່ວຍທັງສອງຄົນໃຫ້ສາມາດຊຶມຊັບຄວາມຮັກອົບອຸ່ນใຫ້ແກ່ກັນໄດ້.
ມ່ວນຊວນເບິ່ງ ໄດ້ຄັດມາໃຫ້ແລ້ວທັງ 5 ເລື່ອງ 5 ລົດຊາດ ຖ້າມັກເລື່ອງໃດເປັນພິເສດກໍບັນທຶກ ຫຼື ສົ່ງຕໍ່ໃຫ້ຄົນຮັກເພື່ອຊວນກັນເບິ່ງເລີຍ.
1. Can This Love Be Translated?
ກຳລັງເປັນທີ່ນິຍົມກັນຫຼາຍຈາກຄໍຊີຣີສ໌ໃນຕອນນີ້, ອາລົມຂອງເລື່ອງຈະມີຄວາມໂຣແມນຕິກ-ຄອມເມດີ້ ເຊິ່ງເລື່ອງນີ້ເໝາະຫຼາຍສຳລັບຄົນທີ່ມັກຄວາມຮັກແບບຄ່ອຍໆພັດທະນາຄວາມສຳພັນ ໂດຍເລື່ອງນີ້ເລົ່າເຖິງລ່າມແປພາສາອັດສະລິຍະກັບຊຸບເປີສະຕາສາວລະດັບໂລກທີ່ຕ້ອງມາເຮັດວຽກນຳກັນ ເຊິ່ງຄວາມໜ້າຮັກມັນຢູ່ທີ່ການແປຄວາມໝາຍຂອງຫົວໃຈທີ່ບາງເທື່ອພາສາກໍບອກບໍ່ໄດ້. ໃຜມັກລື່ອງລາວທີ່ຕ້ອງລຸ້ນ ແລະ ຕິດຕາມໃຫ້ກຳລັງໃຈກັບຄວາມສຳພັນຂອງພະເອກ ແລະ ນາງເອກ ຕ້ອງເບິ່ງ!
2. We Live in Time
We Live in Time ຈະພາເຮົາໄປເບິ່ງການເດີນທາງຂອງຄູ່ຮັກ (ພະເອກ ແລະ ນາງເອກ) ຜ່ານຊ່ວງເວລາຕ່າງໆທີ່ແຝງດ້ວຍທັງຄວາມສຸກ ແລະ ທຸກ, ໃຫ້ເຮົາໄດ້ເຫັນຄຸນຄ່າຂອງເວລາ ແລະ ໜັງຮັກເລື່ອງນີ້ຈະເຮັດໃຫ້ເຮົາຮູ້ສຶກວ່າຢາກກອດຄົນຂ້າງໆໃຫ້ແໜ້ນຂຶ້ນ.
3. A Sign of Affection
ແອນິເມຊັນເລື່ອງນີ້ຄືມີລົດຊາດຂອງນ້ຳຕານ ແລະ ມີຄວາມຫວານແບບເຂັ້ມຂຸ້ນເລີຍທຸກຄົນ ໂດຍເລື່ອງລາວຈະເລົ່າເຖິງຜູ້ຍິງຫູໜວກກັບຊາຍໜຸ່ມທີ່ມັກເດີນທາງຮອບໂລກ. ພວກເຂົາລົມກັນຜ່ານພາສາມື ແລະ ສາຍຕາທີ່ສື່ສານເຖິງກັນ ດ້ວຍຄວາມຮັກທີ່ບໍລິສຸດ ແລະ ອ່ອນໂຍນ ເຮັດໃຫ້ເລື່ອງລາວຂອງພະເອກ ແລະ ນາງເອກ ນັ້ນມີຄວາມໂຣແມນຕິກສຸດໆ.
4. Boyfriend on Demand
ບໍ່ມີຄູ່ກໍເບິ່ງໄດ້! ຖ້າໃຜທີ່ກຳລັງຫາເບິ່ງ ຫຼື ຢາກເບິ່ງຫຍັງທີ່ເບົາສະໝອງແຕ່ຊວນຝັນ ເລື່ອງນີ້ຕອບໂຈດເລີຍ ເພາະມັນຫຼິ້ນກັບຄວາມຝັນຂອງສາວໆທີ່ຢາກມີແຟນໃນອຸດົມຄະຕິ. ສະເໜ່ຂອງເລື່ອງ Boyfriend on Demand ນັ້ນໃຫ້ອາລົມຕອນເບິ່ງແບບຕື່ນເຕັ້ນ ແລະ ນັກສະແດງກໍມີສະເໜ່ສຸດໆ.
5. Horimiya
ແອນິເມຊັນເລື່ອງນີ້ເລົ່າເຖິງ ໂຮຣິ ສາວປັອບປູລາ ແລະ ມິຍາມຸຣະ ໜຸ່ມແວ່ນທີ່ເບິ່ງຄືເດັກຮຽນ ທັງສອງບັງເອີນມາຮູ້ຄວາມລັບຂອງກັນ ແລະ ກັນ. ນີ້ແມ່ນຈຸດເລີ່ມຕົ້ນທີ່ຈະມີການແລກປ່ຽນທີ່ເປັນຫົວໃຈພະເອກ-ນາງເອກ ໂດຍເລີ່ມຈາກ ເພື່ອນທີ່ຮູ້ໃຈກາຍເປັນຄົນຮັກ. ເລື່ອງລາວແມ່ນສື່ສານຢ່າງກົງໄປກົງມາ, ບໍ່ມີດຣາມ່າເບິ່ງແລ້ວບໍ່ຄຽດ.