ເມືອງມໍລະດົກໂລກຂອງລາວເຮົາ ຖືວ່າເປັນປາຍທາງທີ່ດີທີ່ສຸດອີກແຫ່ງໜຶ່ງ ແລະ ເປັນເປົ້າໝາຍຂອງນັກທ່ອງທ່ຽວທົ່ວໂລກ ພໍໃຜໄດ້ໄປລອງສຳຜັດຈະຕ້ອງຕົກຂຸມຮັກ ແລະ ຫຼົງສະເໜ່ຢ່າງແນ່ນອນ ຈົນເຮັດໃຫ້ຢາກກັບໄປທ່ຽວຊ້ຳອີກຫຼາຍເທື່ອ. ເມືອງແຫ່ງນີ້ຍັງເຕັມໄປດ້ວຍຄວາມງາມທີ່ມີກິ່ນອາຍສະເພາະຕົວຂອງສະຖາປັດຕະຍະກຳເມືອງເກົ່າລ້ານຊ້າງ, ວັດທະນຳທຳຮີດຄອງປະເພນີອັນອ່ອນຊ້ອຍ, ທຳມະຊາດທີ່ອຸດົມສົມບູນ ແລະ ອາຫານລົດເລີດ.

ພໍເຂົ້າສູ່ຊ່ວງ 3 ເດືອນສຸດທ້າຍຂອງປີ ໃນເດືອນ ຕຸລາ ຈະມີປະເພນີທີ່ໜ້າສົນໃຈຄື ບຸນປະເພນີອອກພັນສາ ທີ່ຈະມີການແຫ່ເຮືອໄຟ ທີ່ຊາວເມືອງຫຼວງພະບາງປະດິດແຕ່ງຂຶ້ນມາຢ່າງສວຍງາມ, ພາຍໃນເມືອງຈະຖືກປະດັບຕົກແຕ່ງດ້ວຍແສງທຽນ ແລະ ໂຄມໄຟທີ່ມີສີສັນທົ່ວເມືອງທີ່ໃຫ້ຄວາມງາມສ່ອງແສງສະຫວ່າງສະໄຫວ. ທຸກຄົນສາມາດໄປສໍາຜັດກັບຄວາມງົດງາມ ຂອງງານບຸນອອກພັນສາ ໄຫຼເຮືອໄຟ ທີ່ ຫຼວງພະບາງ ໃນວັນທີ 8 ຕຸລາ 2025 ນີ້.

ຖ້າຮອດຫຼວງພະບາງແລ້ວ ຕ້ອງໄດ້ລອງກິນອາຫານລົດຊາດດີທີ່ຂຶ້ນຊື່ຄື ຕຳໝາກຮຸ່ງຫຼວງພະບາງ, ເຂົ້າຊອຍ, ຈືນໄຄແຜ່ນ ແລະ ແຈ່ວບອງ. ອາຫານເຫຼົ່ານີ້ມີຄວາມແຊບລົດຊາດກົມກ່ອມທີ່ເຮັດໃຫ້ນັກທ່ອງທ່ຽວຕິດໃຈ ໃຜບໍ່ລອງຖືວ່າພາດເລີຍ.

ໃຜທີ່ຕ້ອງການຢູ່ກັບທຳມະຊາດແທ້ໆ ຕ້ອງເມືອງງອຍເກົ່ານີ້ເລີຍ ເດີນທາງດ້ວຍການຂີ່ເຮືອໃຊ້ເວລາປະມານ 50 ນາທີ ຈາກໜອງຂຽວ-ເມືອງງອຍເກົ່າ ລະຫວ່າງທາງກໍຊົມພາບທິວທັດພູຜາປ່າໄມ້ແບບເພີນໆ ແລະ ຟັງສຽງນ້ຳໄຫຼໄປເລື້ອຍໆ ຂອງແມ່ນ້ຳອູ່.

ສຳລັບຄົນທີ່ກຳລັງວາງແຜນທ່ຽວທ້າຍປີທີ່ຕ້ອງການພັກຜ່ອນຮີວໃຈ ແບບບໍ່ຕ້ອງຄິດຫຍັງຫຼາຍ ແລະ ຢາກປະຢັດເວລາໃນການເດີນທາງມີຄວາມສະດວກສະບາຍ ເລືອກບິນກັບ ການບິນລາວ ໄດ້ທຸກມື້.