ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ TROUBLE: ເພງ Debut ຂອງ 3 ໜຸ່ມ VOC – Sub-unit ຈາກ PROXIE
Muan Listen - ມ່ວນຊວນຟັງ

TROUBLE: ເພງ Debut ຂອງ 3 ໜຸ່ມ VOC – Sub-unit ຈາກ PROXIE

VOC Sub-Unit ຫຼ້າສຸດຈາກ PROXIE ປ່ອຍເພງ “TROUBLE” ເພງທີ່ເຕັມໄປດ້ວຍພະລັງ ແລະ ຄວາມໝັ້ນໃຈ ເພື່ອຍົກລະດັບ T-POP ສູ່ລະດັບສາກົນ.

ແບ່ງປັນ

ເພງ “TROUBLE” ຈາກວົງ VOC ເປັນການນຳສະເໜີຕົວຕົນຂອງສິລະປິນຍຸກໃໝ່ໃນວົງການ T-POP ໄດ້ຢ່າງຊັດເຈນ. ເພງນີ້ເຕັມໄປດ້ວຍພະລັງງານໃນການເຕີມໄຟ ແລະ ຄວາມໝັ້ນໃຈ ດ້ວຍເນື້ອເພງທີ່ຊື່ກົງບວກກັບຈັງຫວະ Hip-Hop ທີ່ໜັກແໜ້ນ ຖືວ່າເປັນເອກະລັກທີ່ແຕກຕ່າງຈາກເພງ T-POP ທົ່ວໄປ.

VOC ແມ່ນ Sub-Unit ຈາກ PROXIE ທີ່ຖືວ່າເປັນອີກວົງໜຶ່ງທີ່ຢູ່ແຖວໜ້າຂອງວົງການ T-POP ໂດຍທາງຄ້າຍ Dreamers Society Management ໄດ້ຮ່ວມກັບ THEBLACKSEA ສ້າງໂປຣເຈັກ (Project) ໃໝ່ ເປີດຕົວວົງ VOC ພ້ອມກັບເພງທຳອິດທີ່ມີຊື່ວ່າ “TROUBLE”.

VOC ຍັງເປັນໄວໜຸ່ມຮຸ່ນໃໝ່ທີ່ບໍ່ຢ້ານຕໍ່ອຸປະສັກທີ່ເຂົ້າມາ ແລະ ພ້ອມທີ່ຈະເປັນຄື້ນລູກໃໝ່ທີ່ພາວົງການເພງໄທໄປສູ່ລະດັບສາກົນ. ວິດີໂອເພງ, ເນື້ອຫາ ແລະ ຮູບແບບການແຕ່ງຕົວທັງໝົດໄດ້ເຮັດໃຫ້ເຫັນເຖິງຄວາມແຕກຕ່າງ ແລະ ຄວາມຄິດສ້າງສັນຂອງພວກເຂົາ. ເພງນີ້ຈຶ່ງເປັນການບອກເລົ່າເຖິງຄວາມກ້າຫານ, ຄວາມເປັນຕົວຂອງຕົນເອງ ແລະ ຄວາມມຸ່ງໝັ້ນທີ່ຈະປະສົບຄວາມສຳເລັດໃນການເລືອກເດີນທາງຂອງສາຍສິລະປິນ.

TROUBLE ບົດເພງທີ່ສະແດງຄວາມໝັ້ນໃຈ

ເພງ “TROUBLE” ແມ່ນເປັນການບອກເຖິງຄວາມມຸ່ງໝັ້ນ ແລະ ການທ້າທາຍຕໍ່ອຸປະສັກຂອງ VOC ໃນຖານະສິລະປິນຮຸ່ນໃໝ່ທີ່ມີຄວາມສາມາດ ແລະ ພ້ອມທີ່ຈະຍົກລະດັບວົງການ T-POP ໃຫ້ກ້າວສູ່ລະດັບສາກົນ ໂດຍມີເນື້ອຫາເພງທີ່ຊື່ກົງຕໍ່ຄວາມຮູ້ສຶກຕົນເອງ ບວກກັບຈັງຫວະເພງທີ່ໜັກແໜ້ນດ້ວຍບີທ (Beat) ບວກກັບຄວາມເທ່ແບບ Hip-Hop, ປະສົມປະສານຄວາມດິບ ເຮັດໃຫ້ມີຈັງຫວະທີ່ໜ້າສົນໃຈ.

VOC ປະກອບດ້ວຍ 3 ສະມາຊິກຄື: Victor – Vorameth Kornubrabhan (ວິກເຕີ – ວໍລະເມດ ກອນນຸປະພັນ), Onglee – Oscar Edward Wattraserte (ອອງຣີ – ອອສກາຣ໌ ເອັດເວິດ ວັດຕຣາເສດ) ແລະ Chokun –  Pavaris Srichaichana (ໂຊກຸນ – ປະວາຣິສ ສີໄຊຊະນະ). ທັງ 3 ຄົນຍັງໄດ້ນຳຄວາມສາມາດ ແລະ ສະເໜ່ສະເພາະຕົວມາສ້າງພາບລັກໃໝ່ທີ່ບໍ່ເຄີຍເຫັນມາກ່ອນ, ພ້ອມກຽມຄອນເທັນແບບຈັດເຕັມເພື່ອແຟນໆ.

ອ່ານຕື່ມ:  ເປີດຕົວ "VOC" Sub-Unit ຫຼ້າສຸດຈາກ PROXIE ພ້ອມສັ່ນສະເທືອນວົງການ T-POP ກຽມລຸຍເສັ້ນທາງອິນເຕີ

ເພງ TROUBLE ນີ້ເປັນຜົນງານທີ່ໂດດເດັ່ນ ແລະ ແຕກຕ່າງຈາກດົນຕີ T-POP ແບບທົ່ວໄປ ພໍຟັງແລ້ວເຮັດໃຫ້ເປັນເພງທີ່ມີພະລັງ ແລະ ສ້າງຄວາມປະທັບໃຈໃຫ້ກັບຜູ້ຟັງໄດ້ຢ່າງດີ.

Victor – Vorameth Kornubrabhan (ວິກເຕີ – ວໍລະເມດ ກອນນຸປະພັນ)

ນອກຈາກຮູບແບບດົນຕີທີ່ເປັນເອກະລັກແລ້ວ, ເນື້ອໃນຂອງເພງຍັງສື່ເຖິງຄວາມກ້າຫານ ແລະ ຄວາມໝັ້ນໃຈໃນຕົວເອງຢ່າງເຕັມທີ່ ເຊິ່ງເປັນການປະກາດໃຫ້ທຸກຄົນຮູ້ວ່າພວກເຂົາພ້ອມທີ່ຈະກ້າວເຂົ້າສູ່ສະໜາມການແຂ່ງຂັນໂດຍບໍ່ມີຄວາມຢ້ານໃດໆ, ໂດຍລວມແລ້ວ ເພງ TROUBLE ບໍ່ພຽງແຕ່ເປັນເພງທີ່ມ່ວນ ແລະ ມີຄວາມໝາຍດີ ເທົ່ານັ້ນ, ແຕ່ຍັງເປັນຕົວແທນຂອງຍຸກສະໄໝໃໝ່ຂອງວົງການ T-POP ທີ່ກ້າຈະສະແດງຄວາມເປັນຕົວຂອງຕົນເອງຢ່າງຊັດເຈນ.

Onglee – Oscar Edward Wattraserte (ອອງຣີ – ອອສກາຣ໌ ເອັດເວິດ ວັດຕຣາເສດ)

ຄວາມໝາຍຂອງເພງ TROUBLE

ເນື້ອເພງເລີ່ມຕົ້ນດ້ວຍການບອກຈຸດປະສົງທີ່ໜັກແໜ້ນວ່າ: “You should know that you in trouble” ເຊິ່ງເປັນຄຳເຕືອນ ແລະ ສື່ວ່າ VOC ມາເພື່ອເອົາຊະນະ ໂດຍຈະບໍ່ຍອມແພ້ຕໍ່ອຸປະສັກງ່າຍໆ. ເນື້ອຫາຂອງເພງໄດ້ມີຄວາມທ້າທາຍດ້ວຍຄຳເວົ້າທີ່ມຸ່ງໝັ້ນເຊັ່ນ: “ຖ້າຄິດຢາກຈະວັດ ກໍແຄ່ເຂົ້າມາລອງ” ແລະ “ບໍ່ວ່າໃຜໜ້າໃດ ກໍບໍ່ເວັ້ນ” ຖືເປັນຄຳເວົ້າທີ່ສະແດງຄວາມກ້າທີ່ຈະເປັນຕົວເອງ ແລະ ຄວາມໝັ້ນໃຈໃນຄວາມສາມາດທີ່ມີຢູ່ໃນຕົວຂອງ VOC.

Chokun –  Pavaris Srichaichana (ໂຊກຸນ – ປະວາຣິສ ສີໄຊຊະນະ)

ເພງນີ້ຍັງໄດ້ສະແດງຄວາມເປັນເອກະລັກຂອງ VOC ຢ່າງຊັດເຈນຜ່ານຮູບແບບຂອງວິດີໂອເພງ, ເນື້ອຫາ, ສຽງດົນຕີ ແລະ ຮູບແບບການແຕ່ງຕົວ ໂດຍເນັ້ນວ່າພວກເຂົາແຕກຕ່າງຈາກຄົນອື່ນໆ. ພວກເຂົາຍັງໄດ້ຢືນຢັນການສື່ສານຄວາມສົດໃໝ່ທີ່ບໍ່ຄືໃຜ ລວມເຖິງຕົວຕົນທີ່ແທ້ຈິງ ແລະ ຄວາມຄິດສ້າງສັນຂອງພວກເຂົາ.

ອ່ານຕື່ມ:  ເປີດຕົວ "VOC" Sub-Unit ຫຼ້າສຸດຈາກ PROXIE ພ້ອມສັ່ນສະເທືອນວົງການ T-POP ກຽມລຸຍເສັ້ນທາງອິນເຕີ

VOC ໄດ້ນຳເອົາຄວາມສາມາດ ແລະ ສະເໜ່ສະເພາະຕົວມາປະສົມປະສານກັນສ້າງເປັນຜົນງານທີ່ແຕກຕ່າງ, ທັງຄວາມໂດດເດັ່ນ, ຮູບແບບດົນຕີ, ເນື້ອເພງ, MV ແລະ ການແຕ່ງກາຍ. “TROUBLE” ບໍ່ພຽງແຕ່ເປັນເພງທີ່ມ່ວນ ແລະ ມີຄວາມເທ່ແບບໜັກແໜ້ນ ແຕ່ຍັງເປັນເພງທີ່ຕ້ອງການປະກາດໃຫ້ໂລກຮູ້ວ່າ “VOC” ພ້ອມທີ່ຈະຍົກລະດັບວົງການ T-POP ໄປສູ່ລະດັບສາກົນແລ້ວ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.