ໜ້າຫຼັກ Muan.la - ສາລະບັນເທີງ The Interview ນ້ຳຫວານ: ຈາກຄວາມຮູ້ສຶກອັນຊັບຊ້ອນຂອງມະນຸດ… ສູ່ຜົນງານສິລະປະທີ່ເຂົ້າເຖິງຈິດໃຈຂອງຜູ້ເບິ່ງ
The Interview

ນ້ຳຫວານ: ຈາກຄວາມຮູ້ສຶກອັນຊັບຊ້ອນຂອງມະນຸດ… ສູ່ຜົນງານສິລະປະທີ່ເຂົ້າເຖິງຈິດໃຈຂອງຜູ້ເບິ່ງ

ແບ່ງປັນ

ເຮົາທຸກຄົນລ້ວນແຕ່ມີ “ສະຖານທີ່” ໃນໃຈ ບ່ອນທີ່ເຮົາສາມາດປິດປະຕູໜີຈາກຄວາມວຸ່ນວາຍແລ້ວໃຊ້ເວລາກັບຕົວເອງ. ສໍາລັບນັກສຶກສາສາວໄວ 20 ປີຄົນນີ້, ນ້ຳຫວານ ຫຼື ພອຍໄພລິນ ຫຼວງອາມາດ, ສະຖານທີ່ແຫ່ງນັ້ນບໍ່ພຽງແຕ່ເປັນບ່ອນທີ່ຊ່ວຍຢຽວຢາຈິດໃຈໃຫ້ສະຫງົບເມື່ອຮູ້ສຶກບໍ່ດີ, ແຕ່ຍັງເປັນບ່ອນທີ່ໄດ້ໃຊ້ເວລາຢູ່ກັບ “ຕົວຕົນ” ທີ່ແທ້ຈິງຂອງລາວຢ່າງເຕັມທີ່.

ພອຍໄພລິນ ຫຼວງອາມາດ ຫຼື ນ້ຳຫວານ ປັດຈຸບັນອາຍຸ 20 ປີ ເປັນນັກສຶກສາປີທີ 2 ສາຂານິເທດສາດ Visual Communication Design ຢູ່ Sydney ປະເທດອົດສະຕຣາລີ. ລັກສະນະພາຍນອກຂອງ ນ້ຳຫວານ ເບິ່ງຄືເປັນຄົນບໍ່ຄ່ອຍສົນໃຈຫຍັງ, ແຕ່ຄວາມຈິງແລ້ວນັ້ນລາວເປັນຄົນມັກສັງເກດ ແລະ ໃສ່ໃຈລາຍລະອຽດເລັກໆນ້ອຍໆ.

ໃນເວລາວ່າງລາວກໍມັກທີ່ຈະເບິ່ງໜັງ, Sketch ຮູບຫຼິ້ນ ແລະ ມັກກິນຈຸ່ມຈີນ, ກະແລັມ. ໃນເວລາທີ່ຮູ້ສຶກບໍ່ດີ ນ້ຳຫວານກໍຈະມີສະຖານທີ່ໜຶ່ງ ແລະ ມັນກໍຈະຊ່ວຍໃຫ້ສະບາຍໃຈ, ເຮັດໃຫ້ຈິດໃຈສະຫງົບໄດ້ໃຊ້ເວລາກັບຄວາມຄິດຕົວເອງ.

ຈຸດເລີ່ມຕົ້ນຂອງນໍ້າຫວານໃນການມາເປັນສິລະປິນ-ນັກແຕ້ມ ແມ່ນເກີດຈາກຄວາມມັກ, ຮັກໃນດ້ານສິລະປະຕັ້ງແຕ່ຍັງນ້ອຍ ຫຼັງຈາກທີ່ໃຫຍ່ຂຶ້ນມາປະສົບການຫຼາຍຢ່າງທັງເລື່ອງດີ ແລະ ບໍ່ດີ, ກໍໄດ້ເຮັດໃຫ້ ນ້ຳຫວານຢາກເອົາຄວາມຮູ້ສຶກເຫຼົ່ານັ້ນສື່ສານມາໃນແບບຂອງຮູບແຕ້ມ ແລະ ລາວຍັງເລົ່າໃຫ້ມ່ວນຟັງຕື່ມອີກວ່າ:

“ຕ້ອງຂອບໃຈທາງ LCAE ທີ່ເປີດໂອກາດໃຫ້ໄດ້ສະໝັກຜົນງານຕົວເອງ ແລະ ຄັດເລືອກເອົາຜົນງານຂອງເຮົາເພື່ອຈັດວາງສະແດງ ພາຍໃຕ້ຫົວຂໍ້ ຄວາມຫວັງ (Hope), ເຊິ່ງເປັນງານທຳອິດທີ່ໄດ້ຈັດວາງສະແດງຜົນງານ ຖືວ່າເປັນກ້າວທຳອິດເລີຍກໍວ່າໄດ້ ແລະ ງານທີສອງແມ່ນ Bloom of Love ຢູ່ທີ່ຮ້ານ Core Beer. ເຮົາຕ້ອງຂອບໃຈເອື້ອຍ Chare Chavic ທີ່ເຫັນທັກສະໃນຕົວເຮົາ ແລະ ໄດ້ຊວນເຮົາໄປຈັດວາງສະແດງນຳກັນ.”

ສິ່ງທີ່ສຳຄັນທີ່ສຸດແມ່ນເຮົາຢາກຂອບໃຈຄອບຄົວ ແລະ ໝູ່ເພື່ອນທີ່ຊ່ວຍ Support ແລະ ເຊື່ອໝັ້ນໃນຕົວເຮົາເຮັດໃຫ້ເຮົາມີກຳລັງໃຈໃນການສ້າງສັນຜົນງານອອກມາ.

ຄວາມທ້າທາຍທີ່ນ້ຳຫວານໄດ້ພົບເຈິກໍແມ່ນ ຕອນທີ່ຄິດຫາວິທີແຕ້ມອອກມາແນວໃດນັ້ນໃຫ້ມີຄວາມໝາຍແບບທີ່ລາວຕັ້ງໃຈຢາກຈະສື່ສານ ເພາະໃນຜົນງານຂອງລາວນັ້ນທຸກ Element (ອົງປະກອບ) ທີ່ຢູ່ໃນພາບແມ່ນຈະມີຄວາມໝາຍຂອງຕົວມັນເອງ ແລະ ບາງເທື່ອກໍຕ້ອງໄດ້ຄິດໃນມຸມມອງຄົນອື່ນວ່າ ພວກເຂົາສາມາດເຂົ້າໃຈໃນສິ່ງທີ່ສິລະປິນຢາກຈະສື່ເຖິງ ຫຼື ບໍ່, ຕ້ອງປັບປ່ຽນບ່ອນໃດໃຫ້ເຂົ້າໃຈງ່າຍຂຶ້ນ ເລີຍເຮັດໃຫ້ການແຕ້ມຮູບໜຶ່ງຮູບໃຊ້ເວລາກັບຄວາມຄິດຂອງລາວດົນ ເພາະຕ້ອງຫາ Element ທີ່ມັນສາມາດເປັນ Symbol (ສັນຍະ) ຂອງຄວາມໝາຍຂອງຮູບນັ້ນ.

ຈາກທີ່ໄດ້ຟັງນ້ຳຫວານເລົ່າມາລາວໄດ້ແຊຣ໌ມຸມມອງກ່ຽວກັບຜົນງານຂອງລາວທີ່ເຮັດໃນຕອນນີ້ ແມ່ນຍັງບໍ່ມີລາຍເສັ້ນເປັນຂອງຕົວເອງ, ແຕ່ Main Concept (ແນວຄິດຫຼັກ) ຂອງງານລາວແມ່ນຈະເປັນຮູບແຕ້ມທີ່ສື່ອາລົມ ເພາະຄວາມຕັ້ງໃຈຫຼັກແມ່ນຢາກເຮັດຮູບແຕ້ມທີ່ເຂົ້າໃຈໃນຄວາມຮູ້ສຶກອັນຊັບຊ້ອນຂອງມະນຸດຈາກປະສົບການທີ່ເຄີຍເຈິມາລວມທັງຂອງຕົວລາວເອງ ແລະ ຄົນອ້ອມຂ້າງ. ລາວກໍສຳພັດໄດ້ວ່າຄົນສ່ວນຫຼາຍມັກຈະເກັບຄວາມຮູ້ຂອງຕົວເອງໄວ ເລີຍຢາກໃຫ້ຄົນທີ່ມາເຫັນຮູບຂອງລາວໄດ້ຊ່ວຍປອບປະໂລມຈິດໃຈຄົນເບິ່ງ ແລ້ວຫວນຄິດໄດ້ວ່າມີຄົນທີ່ເຂົ້າໃຈຄວາມຮູ້ສຶກອັນຊັບຊ້ອນເຫຼົ່ານັ້ນຂອງພວກເຂົາຢູ່ ເຖິງແມ່ນວ່າພວກເຂົາເລືອກທີ່ຈະເກັບຄວາມຮູ້ສຶກເຫຼົ່ານັ້ນໄວ້ກໍຕາມ.

ອ່ານຕື່ມ:  ພາມາຮູ້ຈັກ ວິນັສ ຫຼວງລາດ ພິທີກອນໜ້າໃໝ່ ຈາກລາຍການ GIRL$GURL CHITCHAT

ນ້ຳຫວານ ໄດ້ເກັບຜົນງານ Art ຂອງຕົວເອງຕັ້ງແຕ່ຝຶກມາໄວ້ໃນ Instagram – mmagicc.nv_ ຈາກການແຕ້ມຫຼິ້ນຈົນຕອນນີ້ແມ່ນມີຮູບທີ່ອອກແບບຈາກຄວາມຄິດຕົວເອງ, ຮູບແຕ້ມຂອງລາວສ່ວນໃຫຍ່ຈະ Update ໃສ່ໃນ Instagram ນີ້.

ແຕ່ຍັງມີອີກບັນຊີ Instagram – lynn.dsg ໜຶ່ງທີ່ໄວ້ໃຊ້ໂພສວຽກບ້ານງານອອກແບບທີ່ທາງໂຮງຮຽນໄດ້ມອບໝາຍໃຫ້ ເຊິ່ງການຮຽນຈະເນັ້ນໄປທາງອອກແບບເປັນຫຼັກ, ຈະບໍ່ຄ່ອຍມີການສອນແຕ້ມ. ສະນັ້ນ, ຈະບໍ່ມີວຽກບ້ານກ່ຽວກັບແຕ້ມຮູບ ນອກຈາກວ່າຕ້ອງການທີ່ຈະ Include ການແຕ້ມຂອງຕົວເອງໃນ Project ແຕ່ກໍມີຂໍ້ຫ້າມທີ່ສຳຄັນຂອງທາງໂຮງຮຽນແມ່ນບໍ່ໃຫ້ໃຊ້ຮູບຈາກ Internet ມາເປັນສ່ວນໜຶ່ງໃນງານທຸກຜົນງານທີ່ໄດ້ສ້າງຂຶ້ນແມ່ນຈາກຕົວລາວເອງ ຕົວຢ່າງ: ຕອນນ້ຳຫວານເຮັດໂປຣເຈັກກ່ຽວກັບ Collage, ທຸກຮູບທີ່ເອົາມາໃຊ້ໃນງານແມ່ນຕ້ອງໄປຖ່າຍຮູບສະຖານທີ່ຕ່າງໆດ້ວຍຕົວເອງ ເປັນຕົ້ນ.

ຜູ້ທີ່ເປັນແຮງບັນດານໃຈ ແລະ ເປັນແບບຢ່າງຂອງນ້ຳຫວານ ແມ່ນເປັນວົງນັກຮ້ອງຊາຍກຸ່ມໜຶ່ງທີ່ລາວໄດ້ຕິດຕາມມາດົນນັ້ນກໍຄືວົງ BTS. ນ້ຳຫວານໄດ້ເບິ່ງເຫັນເຖິງການເຕີບໂຕຂອງພວກເຂົາ, ເຫັນເຖິງການບໍ່ຍອມພ່າຍແພ້ໃນສິ່ງທີ່ຕົນຮັກກ່ອນທີ່ພວກເຂົາຈະປະສົບຜົນສຳເລັດມາຮອດທຸກມື້ນີ້ໄດ້ບໍ່ແມ່ນງ່າຍ. ບໍ່ພຽງແຕ່ມີຄວາມສາມາດ ພວກເຂົາຍັງມີ Mindset (ແນວຄວາມຄິດ) ທີ່ດີພ້ອມ, ການທີ່ລາວໄດ້ຕິດຕາມວົງນີ້ເຮັດໃຫ້ລາວມີຄວາມຄິດທີ່ດີຂຶ້ນ ແລະ ເພາະ BTS ເວົ້າສະເໝີວ່າໃຫ້ຮູ້ຈັກທີ່ຈະຮັກຕົວເອງ

ນອກຈາກການເປັນສິລະປິນ-ນັກແຕ້ມແລ້ວ, ນ້ຳຫວານກໍຍັງມີສິ່ງອື່ນທີ່ຢາກເຮັດ ເຊິ່ງນັ້ນກໍຄືການໄດ້ຮ່ວມງານເບື້ອງຫຼັງກອງຖ່າຍ ເພາະມັນເປັນອີກສາຍງານໜຶ່ງທີ່ລາວມັກ ແລະ ລາວຍັງເບິ່ງເຫັນພາບອະນາຄົດຕົວເຮົາເອງໃນອະນາຄົດອີກປະມານ 5 -10 ປີ ວ່າຕົນເອງຈະມີຄວາມສຸກໃນໜ້າທີ່ການງານຂອງຕົວເອງ ແລະ ຫວັງວ່າຕົວຂອງລາວຈະປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

ທຸກຄົນສາມາດຕິດຕາມຜົນງານຮູປແຕ້ມຂອງນ້ຳຫວານໄດ້ຜ່ານທາງ Instagram ຂອງລາວ ເພື່ອຕິດຕາມຜົນງານຮູບແຕ້ມຂອງລາວທີ່ຈະອັບເດດອອກມາເລື້ອຍໆ.

ຊ່ອງທາງການຕິດຕາມຜົນງານ Instagram

IG: mmagicc.nv_

IG: lynn.dsg

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

ຈາກຜູ້ຟັງກາຍເປັນນັກດົນຕີ! Kino ນັກເບສອິດສະລະຜູ້ໃຊ້ດົນຕີນຳເສັ້ນທາງຊີວິດ. ຕິດຕາມການເດີນທາງຂອງລາວໃນອຸດສາຫະກຳດົນຕີລາວ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.