Highlights
- ພັ້ນຄຸງ ລູກລີງຫິມະທີ່ຖືກແມ່ຖິ້ມ ຈົນຕ້ອງກອດຕຸກກະຕາ ເພື່ອແທນຄວາມອົບອຸ່ນ ເຮັດໃຫ້ກາຍເປັນກະແສໄປທົ່ວໂລກ.
- ພັ້ນຄຸງ ເລີ່ມມີພັດທະນາການທີ່ດີຂຶ້ນ ໂດຍການຮຽນຮູ້ທີ່ຈະເຂົ້າຫາຝູງ ແລະ ໄດ້ຮັບການຍອມຮັບຈາກລີງໂຕອື່ນໆຫຼາຍຂຶ້ນແລ້ວ.
- ກະແສຄວາມແຮງຂອງ ພັ້ນຄຸງ ເຮັດໃຫ້ຕຸກກະຕາລີງຂາຍໝົດສະຕັອກໃນຫຼາຍປະເທດ, ລາຄາມືສອງສູງ ແລະ ມີການຫຼຽນຄຣິບໂຕ (Punch Meme Coin) ທີ່ໄດ້ແຮງບັນດານໃຈຈາກ ພັ້ນຄຸງ.
ໃນໂລກທີ່ເຕັມໄປດ້ວຍຄວາມວຸ່ນວາຍ… ບາງເທື່ອເລື່ອງລາວນ້ອຍໆ ກໍເຮັດໃຫ້ເຮົາໃຈຟູແບບບໍ່ທັນຕັ້ງໂຕ. ມື້ນີ້ Muan Scoop ເລີຍຢາກມາເຈາະເລິກເຖິງ ທີ່ໄປ-ທີ່ມາ ຂອງເສັ້ນທາງລູກລີງ ພັ້ນຄຸງ (Panch-kun) ລູກລີງຫິມະຢີ່ປຸ່ນໄວ 6 ເດືອນ ຈາກສວນສັດ Ichikawa City Zoo ທີ່ກາຍເປັນໄວຣັລໄປທົ່ວໂລກ ແລະ ໃຜໆຕ່າງຮູ້ສຶກຮັກ ແລະ ເອັນດູ ໃນຄວາມໜ້າຮັກ.
ຕຸກກະຕາ ລີງອຸລັງອຸຕັງ ທີ່ເຮັດໃຫ້ “ພັ້ນຄຸງ” ເປັນທີ່ຮູ້ຈັກ
ບອກເລີຍວ່າຊີວິດຂອງລູກລີງ ພັ້ນຄຸງ ໜ້າສົງສານສຸດໆ ເພາະຖືກແມ່ຖິ້ມບໍ່ລ້ຽງດູ ແລະ ລີງໃນຝູງບໍ່ຍອມຮັບ, ດ້ວຍຄວາມທີ່ຍັງເປັນລີງນ້ອຍທີ່ຍັງຕ້ອງການຄວາມອົບອຸ່ນຈາກແມ່ຫຼາຍທີ່ສຸດ. ເຈົ້າໜ້າທີ່ສວນສັດໄດ້ມອບ “ໝູ່ທີ່ດີທີ່ສຸດ” ໃຫ້ກັບ ພັ້ນຄຸງ ນັ້ນຄື ຕຸກກະຕາລີງອຸລັງອຸຕັງ (Djungelskog) ຈາກ IKEA.

ຫຼາຍຄົນຄົງຈະໄດ້ເຫັນພາບຂອງ ພັ້ນຄຸງ ທີ່ກອດຕຸກກະຕາໄວ້ແໜ້ນ ບໍ່ວ່າຈະເປັນຕອນທີ່ຍ່າງ, ກິນ ຫຼື ນອນ ເຊິ່ງສິ່ງທີ່ Muan Scoop ໄດ້ກ່າວມາ ມັນເຮັດໃຫ້ນ້ຳຕາຊືມ ແລະ ໄດ້ກາຍເປັນພາບຈຳທີ່ສ້າງຄວາມຮູ້ສຶກເສົ້າໃຈ ພ້ອມທັງເຮັດໃຫ້ເຫັນເຖິງຄວາມຕ້ອງການຄວາມຮັກ, ຄວາມອົບອຸ່ນ ແລະ ຄວາມປອດໄພທີ່ບໍ່ຕ່າງຈາກມະນຸດ.
ພັ້ນຄຸງ ກາຍເປັນ Influencer
ໃຜຈະຄິດວ່າລີງນ້ອຍໂຕໜຶ່ງຈະກາຍເປັນກະແສດັງທົ່ວໂລກໃນຂະນະນີ້ ໂດຍກະແສຄວາມຮັກທີ່ມີຕໍ່ ພັ້ນຄຸງ ໄດ້ສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດ.
- ຕຸກກະຕາ ລີງອຸລັງອຸຕັງ ເຄື່ອງໝົດສະຕັອກ: ຕຸກກະຕາ Djungelskog ກາຍເປັນສິນຄ້າຫາຍາກ (Rare Item) ທັນທີ. ໃນຢີ່ປຸ່ນ, ອາເມລິກາ, ເກົາຫຼີໃຕ້ ແລະ ສິງກະໂປ ສິນຄ້າຖືກຂາຍໝົດທັງໜ້າຮ້ານ ແລະ ອອນລາຍ.
- ຕະຫຼາດ Resell (ເອົາເຄື່ອງມືສອງມາຂາຍຕໍ່) ເດືອດ: ເກີດການປັ່ນລາຄາໃນຕະຫຼາດມືສອງ ໂດຍມີການນຳມາຂາຍຕໍ່ໃນລາຄາທີ່ສູງກວ່າລາຄາປົກກະຕິເພາະແຟນຄລັບທົ່ວໂລກຢາກມີ “ໝູ່ແບບພັ້ນຄຸງ” ມາໄວ້ກອດແກ້ເຫງົາ.

ການຂັບເຄື່ອນຂອງແບຣນ ແລະ ກຳລັງໃຈຈາກທົ່ວໂລກ
IKEA ເອງກໍບໍ່ຢູ່ເສີຍ, ຟ້າວອອກມາສະແດງຈຸດຢືນ ດ້ວຍການບໍລິຈາກຕຸກກະຕາເພີ່ມເຕີມໃຫ້ສວນສັດ ເພື່ອໃຫ້ ພັ້ນຄຸງ ມີ “ໝູ່” ທີ່ສະອາດ ແລະ ພຽງພໍຢູ່ສະເໝີ.

ມີຂ່າວດີຫຼ້າສຸດຈາກສວນສັດ, ຕອນນີ້ ພັ້ນຄຸງ ເລີ່ມມີພັດທະນາການທີ່ດີຂຶ້ນ ເພາະເລີ່ມຮຽນຮູ້ທີ່ຈະເຂົ້າຫາຝູງ ແລະ ໄດ້ຮັບການຍອມຮັບຈາກລີງໂຕອື່ນໆຫຼາຍຂຶ້ນແລ້ວ ເຊິ່ງເປັນກ້າວສຳຄັນຂອງການໃຊ້ຊີວິດແບບທຳມະຊາດ.
ເປີດຕົວ PUNCH (Punch Meme Coin)
ກະແສຄວາມແຮງຂອງ ພັ້ນຄຸງ ຍັງລາມໄປເຖິງວົງການ Crypto (ເງິນດິຈິຕອນ) ໂດຍມີການເປີດຕົວຫຼຽນມີມພັ້ນ (Punch Meme Coin) ເທິງ Solana ທີ່ໄດ້ແຮງບັນດານໃຈຈາກເລື່ອງລາວຂອງລູກລີງຫິມະໂຕນີ້.

ເລື່ອງລາວຂອງ “ພັ້ນຄຸງ” ສອນໃຫ້ພວກເຮົາຮູ້ວ່າ ຄວາມອ່ອນໂຍນສາມາດປ່ຽນແປງໂລກໄດ້. ຈາກລູກລີງທີ່ຖືກຖິ້ມ ສູ່ສັນຍະລັກຂອງຄວາມຫວັງ ແລະ ແຮງບັນດານໃຈ. ບໍ່ວ່າໂລກຈະປ່ຽນໄປຄືແນວໃດ, ຄວາມຕ້ອງການ “ອ້ອມກອດ” ຍັງຄືສິ່ງທີ່ສຳຄັນທີ່ສຸດສະເໝີ.