ໜ້າຫຼັກ Muan.la - ສາລະບັນເທີງ Muan Suan Pai (Explore) - ມ່ວນຊວນໄປ ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ
Muan Suan Pai (Explore) - ມ່ວນຊວນໄປ

ຖ້ຽວບິນວຽງຈັນ-ຫຼວງນໍ້າທາ ເປີດບິນຄືນແລ້ວ ພ້ອມໂປຣໂມຊັນປີ້ຍົນລາຄາພິເສດ

ແບ່ງປັນ

ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ.​

​ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ ທັງໄປທ່ຽວ ແລະ ໄປວຽກ ຫຼັງຈາກທີ່ໄດ້ຮັບຂ່າວດີນີ້ກໍຮູ້ສຶກດີໃຈຫຼາຍທີ່ຈະສາມາດໃຊ້ບໍລິການທີ່ຕອບໂຈດທັງໃນແງ່ຂອງຄຸນນະພາບບໍລິການ ແລະ ໄລຍະເວລາໃນການເດີນທາງທີ່ສັ້ນ.​

​ສຳລັບເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງນໍ້າທາ ຈະມີບິນທຸກວັນ ຈັນ, ພຸດ, ສຸກ ແລະ ອາທິດ ມື້ລະ 1 ຖ້ຽວ.​

✈️ ນະຄອນຫຼວງວຽງຈັນ ➡️  ຫຼວງນໍ້າທາ​

ຖ້ຽວບິນ QV601 ເວລາບິນ 11:40 ໂມງ, ເວລາຮອດ 12:40 ໂມງ​

✈️ ຫຼວງນໍ້າທາ ➡️ ນະຄອນຫຼວງວຽງຈັນ​

ຖ້ຽວບິນ QV601 ເວລາບິນ 13:20 ໂມງ, ເວລາຮອດ 14:20 ໂມງ​

???? ໂປຣໂມຊັນພິເສດ ສຳລັບນັກເດີນທາງ: ຈອງປີ້ໃນຊ່ວງເປີດບິນຄືນ ເພື່ອຮັບລາຄາປີ້ສຸດພິເສດ (ມີຈຳນວນຈຳກັດ)​

​ການບິນລາວບອກກັບພວກເຮົາວ່າ ໃນຊ່ວງສະຫຼອງເປີດບິນຄືນນີ້, ພວກເຂົາໄດ້ຈັດໂປຣໂມຊັນພິເສດຂຶ້ນມາ ເພື່ອກະຕຸ້ນການຈອງໃນເສັ້ນທາງດັ່ງກ່າວ ກັບລາຄາເລີ່ມຕົ້ນ 890,000 ກີບຕໍ່ຖ້ຽວ (ຈາກປົກກະຕິ 1,300,000 ກີບ).​

​???? ໄລຍະການຈອງແມ່ນຕັ້ງແຕ່ມື້ນີ້ເຖິງ 7 ກຸມພາ 2025 ນີ້ ແລະ ສາມາດເລືອກມື້ເດີນທາງໄດ້ຕັ້ງແຕ່ວັນທີ 3 ກຸມພາ 2025 ເຖິງ 31 ມີນາ 2025.​

ອ່ານຕື່ມ:  ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ

​ໃຜທີ່ມີແຜນເດີນທາງໄປຫຼວງນໍ້າທາໃນຊ່ວງນີ້ ເຮົາບໍ່ຢາກພາດລາຄາດີໆແບບນີ້. ສາມາດຈອງປີ້ໄດ້ທັນທີທີ່  www.laoairlines.com

ເປັນຫຍັງຕ້ອງເລືອກການບິນລາວ?​

​ຖ້າຈະເວົ້າເຖິງການເດີນທາງໄປຫຼວງນໍ້າທາ ກໍມີຕົວເລືອກທີ່ຫຼາກຫຼາຍ ເຊິ່ງແຕ່ລະຕົວເລືອກ ກໍມີຂໍ້ດີ ແລະ ຂໍ້ຈຳກັດທີ່ແຕກຕ່າງກັນ. ແຕ່ສຳລັບການບິນກັບການບິນລາວ ເຮົາຄິດວ່າມັນບໍ່ແມ່ນພຽງແຕ່ເລື່ອງຂອງເວລາຂອງການເດີນທາງທີ່ສັ້ນເທົ່ານັ້ນ ແຕ່ຍັງລວມເຖິງປະສົບການຕັ້ງແຕ່ການຈອງປີ້ ໄປຈົນຈົບການເດີນທາງ ທີ່ເຮັດໃຫ້ເຮົາບໍ່ຕ້ອງມາກັງວົນຫຍັງ.​

​ສິ່ງໜຶ່ງທີ່ເຮົາມັກກ່ຽວກັບການເດີນທາງດ້ວຍເຮືອບິນແມ່ນ ການວາງແຜນການເດີນທາງລ່ວງໜ້າໄດ້. ຍົກຕົວຢ່າງເຊັ່ນ ຖ້າເຮົາຮູ້ວ່າເຮົາຈະເດີນທາງມື້ໃດ, ເຮົາສາມາດເລືອກ ແລະ ຈອງບ່ອນພັກ ລວມທັງວາງແຜນກິດຈະກຳຕ່າງໆລ່ວງໜ້າໄດ້ດົນ ເພື່ອໃຫ້ເຮົາໄດ້ເຮັດທຸກຢ່າງຕາມທີ່ວາງແຜນໄວ້ ໂດຍບໍ່ຕ້ອງລໍຖ້າໃຫ້ຈໍ້ມື້ເດີນທາງແລ້ວຄ່ອຍມາເລືອກວ່າຈະເດີນທາງແບບໃດ ຫຼື ພັກຢູ່ໃສ.​

​ນອກຈາກນັ້ນ, ການບິນລາວຍັງມີຊ່ອງທາງການຈອງທີ່ສະດວກສະບາຍ ບໍ່ວ່າຈະເປັນທາງເວັບໄຊ ຫຼື ແອັບພລິເຄຊັນ ແລະ ຕົວເລືອກປີ້ທີ່ຫຼາກຫຼາຍ ເຊັ່ນ: ມີນໍ້າໜັກໂຫຼດກະເປົ໋າ, ມີພຽງແຕ່ກະເປົ໋າຖືຂຶ້ນຫ້ອງໂດຍສານ ຫຼື ຢາກຊື້ນໍາ້ໜັກເພີ່ມໃນກໍລະນີມີເຄື່ອງຫຼາຍ ກໍສາມາດເລືອກໄດ້.​

​ອີກຢ່າງໜຶ່ງແມ່ນ ການເດີນທາງດ້ວຍເຮືອບິນຍັງມີຂ້ໍດີອີກຢ່າງແມ່ນ ໄລຍະເວລາຂອງການເດີນທາງທີ່ສັ້ນ. ເສັ້ນທາງບິນລະຫວ່າງວຽງຈັນ–ຫຼວງນໍ້າທາ ໃຊ້ເວລາພຽງແຕ່ 1 ຊົ່ວໂມງ ສະນັ້ນ ເມື່ອເຮົາໄປຮອດແລ້ວ ເຮົາຈະບໍ່ຮູ້ສຶກເມື່ອຍຫຼາຍ ແລະ ສາມາດເຮັດກິດຈະກຳທີ່ວາງແຜນໄວ້ ຫຼື ເດີນທາງຕໍ່ໄດ້ທັນທີ.​

​ສະຫຼຸບແບບອວຍເລີຍກໍຄື ຫາກຕ້ອງການປະສົບການການເດີນທາງທີ່ແຕກຕ່າງ, ເໜືອລະດັບ ແລະ ປະຢັດເວລາ, ການບິນລາວຄືຄຳຕອບທີ່ເຮົາຄວນເລືອກ.​

ເລື່ອງລາວທັງໝົດທີ່ເຮົານຳເອົາມາເລົ່າສູ່ຟັງນັ້ນ ບໍ່ແມ່ນພຽງແຕ່ຂ່າວ ແຕ່ຍັງເປັນໂອກາດສຳລັບຜູ້ທີ່ຕ້ອງການເດີນທາງທີ່ຕ້ອງການປະສົບການທີ່ເໜືອລະດັບ ພ້ອມຂໍ້ສະເໜີສຸດພິເສດ.​


ຈອງປີ້ ແລະ ເລີ່ມຕົ້ນການເດີນທາງໃໝ່ໃນເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງນໍ້າທາ ໄດ້ທີ່

ເວັບໄຊ www.laoairlines.com

???? ແອັບພລິເຄຊັນ Lao Airlines ໃນ iOS / Anadroid

ອ່ານຕື່ມ:  ຊວນໄປ ນິທັດສະການ COEXISTENCE ໂດຍສິລະປິນກຸ່ມ Lost Jigsaw ທີ່ i:cat gallery

Download on the App Store

???? ໂທ 1626

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

ວາງແຜນທ່ຽວທ້າຍປີ ທີ່ ຫຼວງພະບາງ ອອກເດີນທາງຄົ້ນຫາສະເໜ່ຂອງເມືອງມໍລະດົກໂລກ

ຊວນອອກເດີນທາງຄົ້ນຫາສະເໜ່ເມືອງມໍລະດົກໂລກທີ່ເຕັມໄປດ້ວຍສະຖາປັດຕະຍະກຳລ້ານຊ້າງ, ປະເພນີ, ທຳມະຊາດ ແລະ ອາຫານລົດເລີດ.

ລວມ 12 ສະຖານທີ່ງານວາງສະແດງສິລະປະ Lao Art Week 2025

Lao Art Week 2025 ຈະປ່ຽນນະຄອນຫຼວງວຽງຈັນ ໃຫ້ເປັນເວທີສິລະປະທີ່ມີຊີວິດ ພາຍໃຕ້ແນວຄິດ "MOTION ຫຼື ການເຄື່ອນໄຫວ" ໂດຍການນຳສະເໜີສິລະປະລາວ, ປະເພນີດັ້ງເດີມ,...

ຊວນໄປຍ່າງຫຼິ້ນ-ຊັອບປິ້ງ ທີ່ງານຕະຫຼາດນັດ Laos-Korea Agro Fair 2025

ອາທິດນີ້ໄປຍ່າງຫຼິ້ນ, ກິນ ແລະ ເຮັດກິດຈະກຳຕ່າງໆກັນທີ່ງານຕະຫຼາດນັດກະສິກຳທີ່ Laos-Korea Agro Fair 2025. ງານດີໆແບບນີ້ພາດບໍ່ໄດ້ເດັດຂາດ, ມ່ວນຊວນໄປມື້ນີ້ຈະພາທຸກຄົນໄປສຳຜັດບັນຍາກາດຄວາມມ່ວນຊື່ນ ແລະ ສີສັນຂອງງານ...

Lao Airlines' first COMAC C909

ລອງສຳຜັດປະສົບການໃໝ່ ກັບ COMAC C909 ເຮືອບິນລຳໃໝ່ຫຼ້າສຸດຂອງການບິນລາວ

ສຳຜັດປະສົບການການບິນໃໝ່ກັບ COMAC C909 ເຮືອບິນສັນຊາດຈີນລຳໃໝ່ທີ່ສາຍການບິນລາວຫາກໍໄດ້ນຳເຂົ້າມາໃຫ້ບໍລິການ ສຳລັບການເດີນທາງທີ່ສະດວກສະບາຍຫຼາຍຂຶ້ນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.