ທຸກຄົນພ້ອມບໍ່ທີ່ຈະມາຮູ້ຈັກກັບໜຸ່ມນ້ອຍຜູ້ເກັ່ງຮອບດ້ານ ຜູ້ຄວ້າແຊ້ມ Oishi Teen Idol: The Final Season? ມາພົບກັບ ວິກຕໍ້ – ສີສຸພົນ ອັກຄະວົງ, ໜຸ່ມນ້ອຍທີ່ມີພະລັງດຶງດູດປານແມ່ເຫຼັກ. ລອງນຶກພາບມິນິຄອນເສີດ 10 ນາທີ, ສຽງຕົບມືດັງສະໜັ່ນຮໍຈັດງານ ແລະ ໜຸ່ມຄົນນີ້ເປັນຜູ້ຄຸມເວທີຄືກັບດາວດັງ. ບອກໄວ້ຕອນນີ້ເລີຍວ່າ ວິກຕໍ້ ບໍ່ໄດ້ພຽງແຕ່ຊະນະການແຂ່ງຂັນ ແຕ່ລາວຊະນະໃຈທຸກຄົນ. ມາເບິ່ງເລື່ອງຂອງລາວພ້ອມກັນວ່າ ກ່ອນຈະກ້າວມາສູ່ຈຸດນີ້ໄດ້ ລາວແມ່ນໃຜ ແລະ ເຮັດຫຍັງມາກ່ອນແດ່.
ສາມເດືອນກ່ອນ, ວິກຕໍ້ ກ້າວເຂົ້າສູ່ເວທີ Oishi Teen Idol The Final Season ໃນຖານະຜູ້ເຂົ້າແຂ່ງຂັນ 24 ຄົນສຸດທ້າຍ. ຕອນທີ່ເຫັນລາວຄັ້ງທຳອິດ ສິ່ງທີ່ບອກອອກມາໃນຄວາມຄິດທຳອິດແມ່ນ ຄວາມໜ້າຮັກປະສົມກັບຄວາມໝັ້ນໃຈໃນຕົວເອງແບບ “ຂ້ອຍມາເພື່ອຊະນະ!”. ຫຼັງຈາກຜ່ານການຝຶກຮ້ອງ, ເຕັ້ນ ແລະ ສະແດງ, ມື້ນີ້ລາວກາຍເປັນແຊ້ມຄົນທີ 3 ຂອງ Oishi Teen Idol, ຕໍ່ຈາກ ກິມວຸຍ ມຸກດາລາ ແລະ ພາຍຸ ທີລະຊາດ.

ໃນຮອບຕັດສິນຂອງການແຂ່ງຂັນ, ມິນິຄອນເສີດ 10 ນາທີຂອງລາວເປັນຄືກັບການລະເບີດຄວາມມັນ ທ່າມກາງສຽງຕົບມືຈາກຜູ້ຊົມ, ສຽງເຊຍ ແລະ ສາຍຕາແຫ່ງຄວາມປະທັບໃຈຂອງຄົນເປັນພັນ. ວິກຕໍ້ ບໍ່ໄດ້ພຽງແຕ່ຊະນະ, ລາວເຮັດໄດ້ດີແບບບໍ່ຄ້ານສາຍຕາ. ການສະແດງຂອງລາວເທິງເວທີຄື ການພາຜູ້ຊົມນັ່ງລົດໄຟເຫາະໃນສວນສະໜຸກ: ມີທັງຊ້າແບບຊິວ, ມ່ວນໆສະໄຕລ໌ຣັອກ ແລະ ປິດທ້າຍດ້ວຍຄວາມມັນແບບມຸ່ງໝັ້ນສຸດໆ.
ໜຸ່ມຜູ້ມີຄວາມສາມາດຫຼາກຫຼາຍ: ຮ້ອງເພງ, ຫຼິ້ນດົນຕີ, ເຕະບານ
ຖ້າຈະບອກວ່າ ວິກຕໍ້ ເປັນຄົນທຳມະດາ, ຄົງຕ້ອງຫາເຫດຜົນມາຄັດຄ້ານຫຼາຍຢູ່ເພື່ອຫັກລ້າງ. ລາວຄືຄົນໜຸ່ມນ້ອຍທີ່ມີຄວາມສາມາດຫຼາຍດ້ານຄື ຖ້າທຽບກັບຮ້ານອາຫານ ກໍຄືຮ້ານທີ່ມີເມນູສາລະພັດຢ່າງ. ຮ້ອງເພງກໍໄດ້ ແຖມສຽງດີ. ສະແດງກໍດີ ເບິ່ງລາວເທິງເວທີແລ້ວຮູ້ສຶກວ່າລາວເກີດມາເພື່ອສິ່ງນີ້. ເປັນນາຍແບບກໍເດັ່ນ ຖ່າຍຮູບອອກມາແຕ່ລະຊັອດປານກັບພຣີເຊັນເຕີ້. ຖ້າຍັງບໍ່ພໍ, ລາວຍັງເປັນນັກກີລາບານເຕະທີ່ເຄີຍຕິດທີມຊາດ, ພ້ອມຈົບການສຶກສາສາຂາພົວພັນສາກົນ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ. ບອກໄດ້ເລີຍວ່າ ຄົນແບບນີ້ບໍ່ໄດ້ມີມາເລື້ອຍໆ.

ກ່ອນຈະມາຮ້ອງເພງ, ວິກຕໍ້ ເປັນນັກກີລາບານເຕະທີ່ເຄີຍເປັນກະແສມາຊ່ວງໜຶ່ງ. ຈຸດເລີ່ມຕົ້ນທີ່ລາວມັກກີລານີ້ ມາຈາກ SEAGAME 2009 ທີ່ລາວເປັນເຈົ້າພາບ. ລາວໄດ້ໄປເຊຍທີມຊາດລາວ ແລະ ຕົກຫຼຸມຮັກກີລາບານເຕະທັນທີ. ຕັ້ງແຕ່ອາຍຸ 9 ປີ, ລາວຝຶກຊ້ອມເຕະບານ ແລະ ດ້ວຍອາຍຸພຽງ 11 ປີ ກໍໄດ້ໄປແຂ່ງຂັນທີ່ປະເທດເກົາຫຼີໃຕ້. ຫຼັງຈາກນັ້ນ, ລາວຍັງໄດ້ແຂ່ງຕໍ່ທີ່ຈີນ, ໄທ ແລະ ອີກຫຼາຍໆປະເທດ, ຈົນສຸດໃນທ້າຍທີ່ສຸດກໍກາຍເປັນກອງກາງທີມຊາດ U19 ໃນປີ 2022. ອາດຈະເວົ້າໄດ້ວ່າ ຄວາມມຸ່ງໝັ້ນໃນເລື່ອງການຫຼິ້ນກີລາຂອງລາວ ເປັນສິ່ງທີ່ເຮັດໃຫ້ເຫັນວ່າ ລາວເປັນຄົນທີ່ມີຄວາມຕັ້ງໃຈຫຼາຍ ແລະ ມັນກໍສົ່ງຜົນມາເຖິງເວທີແຂ່ງຂັນໄອດໍ້ໃນຄັ້ງນີ້.







ສ່ວນເລື່ອງດົນຕີ, ວິກຕໍ້ ບໍ່ໄດ້ເລີ່ມຈາກການຮ້ອງເພງ. ຕອນທີ່ຮຽນຢູ່ ມ. 1, ລາວຫຼິ້ນບານບ້ວງ ແລະ ຕີກອງ. ແຕ່ພໍຂຶ້ນ ມ. 2, ພໍ່ຂອງລາວໄດ້ຊື້ກີຕ້າໃຫ້, ນັ້ນແຫຼະຄືຈຸດປ່ຽນຊີວິດຂອງລາວກ່ຽວກັບເລື່ອງດົນຕີ. ລາວຫັນມາຮ້ອງເພງ, ພັດທະນາຕົນເອງ ແລະ ມາຮອດ ມ. 7 ກໍໄປແຂ່ງ Pepsi Singing Contest. ຄວາມໃຝ່ຝັນຂອງລາວບໍ່ໄດ້ຢຸດພຽງແຕ່ການຮ້ອງເພງ, ແຕ່ຍັງຢາກແຕ່ງເພງເປັນຂອງຕົນເອງ ຢາກສ້າງສິ່ງທີ່ມີຄວາມໝາຍໃຫ້ກັບຜູ້ຟັງ.
ເສັ້ນທາງສູ່ Oishi Teen Idol: ສິ່ງທີ່ບໍ່ໄດ້ມາດ້ວຍໂຊກຊ່ວຍ
ການແຂ່ງຂັນ Oishi Teen Idol ປີສຸດທ້າຍບໍ່ແມ່ນເລື່ອງຫຼິ້ນໆ. ຖ້າໃຜໄດ້ເບິ່ງລາຍການແລ້ວ, ຈະຮູ້ວ່າ ແຕ່ລະຮອບຄື ການທົດສອບທີ່ໂຫດຫິນສຸດໆ. ແຕ່ສຳລັບ ວິກຕໍ້ ແລ້ວ, ລາວຜ່ານມາດ້ວຍຄວາມສາມາດ ແລະ ຄວາມໝັ້ນໃຈລ້ວນໆ. ຕັ້ງແຕ່ຮອບທຳອິດ, ລາວດຶງດູດຜູ້ຊົມດ້ວຍຄວາມໜ້າຮັກ, ຄາຣິສມາທີ່ເຕັມປ່ຽມ ແລະ ທັກສະເທິງເວທີທີ່ຫຼາຍຄົນຕ້ອງຍົກໃຫ້ເປັນ “ໂດດເດັ່ນແບບບໍ່ຕ້ອງພະຍາຍາມ”. ໃນຮອບ Battle Round, ລາວປະທະກັບ ອາດ້າ – ຄຸນໂຊກ ອາດສະພັງທອງ ສາວນ້ອຍໄວ 14 ປີ ດ້ວຍເພງ Golden Hour ຂອງ JVKE. ບອກເລີຍວ່າ ສຽງຂອງລາວໃນເພງນີ້ ຄືກັບນ້ຳເຜິ້ງປະສົມເລມອນ ທີ່ຫວານລະມຸນ.
ມາຮອດຮອບ Semi Final, ວິກຕໍ້ ທ້າທາຍຕົນເອງດ້ວຍເພງ In The End ຂອງ Linkin Park, ເພງຣັອກທີ່ບໍ່ແມ່ນໃຜກໍຮ້ອງໄດ້. ລາວເຄີຍບອກວ່າ ຕົນເອງຮ້ອງເພງຊ້າມາຕະຫຼອດຕັ້ງແຕ່ຮອບອໍດິຊັນມາຈົນຮອດຮອບ Battle, ແຕ່ຄັ້ງນີ້ຢາກລອງສິ່ງໃໝ່. ຜົນທີ່ໄດ້ຮັບແມ່ນ ລາວບໍ່ພຽງແຕ່ຮ້ອງໄດ້, ແຕ່ຍັງເຮັດໄດ້ດີຈົນສາມາດຜ່ານເຂົ້າສູ່ຮອບ 10 ຄົນສຸດທ້າຍ. ຕ້ອງຍອມຮັບວ່າ ຄວາມກ້າທີ່ຈະກ້າວອອກຈາກ comfort zone ຂອງລາວເປັນສິ່ງທີ່ໜ້ານັບຖືຫຼາຍ.
ໃນຮອບຕັດສິນ, ມິນິຄອນເສີດ 10 ນາທີຂອງລາວເປັນການປະກາດວ່າ “ຂ້ອຍຄືດາວ”. ລາວເລີ່ມການສະແດງດ້ວຍ I Surrender ຂອງ Celine Dion, ເພງທີ່ສະແດງພະລັງສຽງ, ຕໍ່ດ້ວຍ ເສິກຊີງນາງ ຂອງ Boxer, ເພງລາວຂອງວົງຣັອກໃນຕຳນານທີ່ມ່ວນຈົນອົດໃຈບໍ່ໄດ້ທີ່ຈະຮ້ອງຕາມ ແລະ ປິດທ້າຍດ້ວຍ We Are the Champions ຂອງ Queen, ເພງທີ່ບອກຄວາມຕັ້ງໃຈຂອງລາວຢ່າງຊັດເຈນວ່າ ມາເພື່ອເປັນແຊ້ມ. ທຸກຢ່າງລົງຕົວຢ່າງສົມບູນແບບ ແລະ ລາວກໍຄວ້າໄຊຊະນະໄປຄອງໃນທີ່ສຸດ.

ເສັ້ນທາງສິລະປິນ: Miracle Music ແລະ ການຍ່າງຕາມຄວາມຝັນ
ດ້ວຍໄຊຊະນະນີ້, ວິກຕໍ້ ຈະໄດ້ເຊັນສັນຍາກັບ Miracle Music ເຊິ່ງເປັນສັງກັດໃນກຸ່ມບໍລິສັດຂອງຜູ້ຈັດການແຂ່ງຂັນ. ນີ້ຄືປະຕູສູ່ຄວາມຝັນທີ່ຈະເຮັດໃຫ້ລາວມີເພງເປັນຂອງຕົນເອງ ແລະ ກ້າວເຂົ້າສູ່ການເປັນສິລະປິນຢ່າງເຕັມໂຕ.
Miracle Music ເຄີຍປັ້ນສິລະປິນໄວໜຸ່ມມາແລ້ວຫຼາຍຄົນ ທີ່ໂດດເດັ່ກກໍຄື MVIIZ ທີ່ມີ ກິມວຸຍ ມຸກດາລາ ເປັນໜຶ່ງໃນສະມາຊິກ ແລະ ສ້າງຊື່ສຽງໂດ່ງດັງໄປເຖິງປະເທດໄທ. ໃນໄວໆນີ້, ກໍຈະມີບອຍແບນດ໌ໃໝ່ຊື່ Clozer ທີ່ກຽມຈະເດບິວ.