ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ “ມື້ໃດ” ເພງຈາກ Vegghy ເຂົ້າກັບ Summer Vibe ທີ່ເຮັດໃຫ້ເຫງົາໃຈ
Muan Listen - ມ່ວນຊວນຟັງ

“ມື້ໃດ” ເພງຈາກ Vegghy ເຂົ້າກັບ Summer Vibe ທີ່ເຮັດໃຫ້ເຫງົາໃຈ

ແບ່ງປັນ

“ມື້ໃດ” ຜົນງານເພງຈາກ Vegghy ສິລະປິນໜຸ່ມລາວທີ່ມາພ້ອມບັນຍາກາດເຫງົາໆກາງແສງແດດໃນລະດູຮ້ອນ ເພງທີ່ເຮັດໃຫ້ຄົນໂສດຫົວໃຈສະເທືອນໃນທຸກຄຳ.

ເພງນີ້ຈະມາໃນແນວ Indie ທີ່ເຂົ້າຍາມຮ້ອນກັນເມື່ອໄດ້ຟັງ ປະສົມແນວສະຕິງລາວ ກັບສຽງຫ້ອງທີ່ອົບອຸ່ນແຕ່ແອບປ່ຽວເຫງົາຖ່າຍທອດອາລົມຂອງວັນທີ່ໂລກທັງໃບໃນມຸມມອງງຽບເຫງົາຄືກັບໃຈຂາດຫຍັງໄປ.

Vegghy ຖ່າຍທອດຄວາມຮູ້ສຶກວ່າ “ກໍນານແລ້ວຄຳວ່າຮັກ ທີ່ຫ່າງເຫີນໄປ” ໃນຂະນະທີ່ຄົນອື່ນມີຄົນເດີນຄຽງຂ້າງແຕ່ຕົວເອງກັບຖາມຊ້ຳໆວ່າເມື່ອໃດຊ່ວງເວລານັ້ນຈະມາເຖິງຈັກເທື່ອ ວັນທີ່ກຫົວໃຈຈະມີໃຜຝາກໄວ້ກ່ອນທີ່ສາຍຕາຈະປິດລົງ.

“ມື້ໃດ” ເຮັດໃຫ້ເຮົາໄດ້ຮູ້ວ່າທຸກຄົນຕ່າງເຝົ້າຊ່ວງເວລາຂອງຄວາມຮັກ ແລະ ໃນວັນທີ່ຄວາມເຫງົາມັນແໜ້ນຈົນແທບຫາຍໃຈ ເປັນເພງທີ່ຮູ້ໃຈທີ່ສຸດເພງໜຶ່ງທີ່ພ້ອມເດີນໄປກັບເຮົາໃນວັນຟ້າແດດຈ້າແຕ່ຫົວໃຈໝືອມົນ.

ອ່ານຕື່ມ:  ເກີດຊາດໜ້າກໍຈະຍັງຮັກເຈົ້າ ຟັງເພງ "ໝາຍຊາດ" ຈາກ May UNA
ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.