Highlights
- ບິກ ຫຼື UKNOWHATIMEAN ເປັນທັງ ນັກຮ້ອງ, ແຣັບເປີ, ແລະ Filmmaker ທີ່ມັກເກັບກ່ຽວປະສົບການຈາກສິ່ງທີ່ເຮັດທຸກຢ່າງ.
- ຈຸດປ່ຽນຈາກຄົນທົ່ວໄປ ສູ່ການສິລະປິນ ໂດຍການເລີ່ມຕົ້ນຈາກການແຂ່ງ Rap Battle ຈົນສາມາດສ້າງອາລະບໍ້າ “Treadmill”.
- ເປົ້າໝາຍ ແລະ ຄວາມຝັນ ຢາກຜັນໂຕເປັນ Producer, ມີງານສະແດງຮ້ອງເພງຢູ່ຕ່າງປະເທດ ແລະ ຢາກຍົກລະດັບວົງການເພງ-ຮູບເງົາລາວໃຫ້ເປັນທີ່ຍອມຮັບໄປທົ່ວໂລກ.
ຖ້າເວົ້າເຖິງສິລະປິນອິດສະລະທີ່ມີຜົນງານໂດດເດັ່ນ ແລະ ເປັນທີ່ຈັບຕາເບິ່ງໃນວົງການເພງລາວຕອນນີ້ ຄົງຈະຂ້າມຊື່ຂອງ ບິກ ຫຼື UKNOWHATIMEAN ໄປບໍ່ໄດ້. ມື້ນີ້ Muan TheInterview ຈະພາທຸກຄົນໄປເຈາະເລິກເຖິງເບື້ອງຫຼັງຄວາມຄິດ-ໂຕຕົນທີ່ແທ້ຈິງຂອງຊາຍໜຸ່ມຄົນນີ້ທີ່ບອກເລີຍວ່າ “ບໍ່ທຳມະດາ” ເພາະປະສົບການເຮັດວຽກຂອງລາວນັ້ນສວນທາງກັບອາຍຸແບບສຸດໆ.
ຕໍ່ຈາກນີ້, ນີ້ຄືການເປີດເຜີຍເບື້ອງຫຼັງການເຮັດວຽກທີ່ຕ້ອງປະຄອງທັງການຮຽນ ແລະ ຄວາມຝັນ, ພ້ອມເປົ້າໝາຍໃຫຍ່ທີ່ຢາກຊຸກຍູ້ວົງການຮູບເງົາ ແລະ ເພງລາວໃຫ້ໄປໄກລະດັບສາກົນໃຫ້ໄດ້.
ຮູ້ຈັກກັບ “ບິກ” ປະດາສັກ ອາດວາລີ ຫຼື UKNOWHATIMEAN
ສິລະປິນໜຸ່ມຄົນນີ້ມີຊື່ວ່າ ບິກ (Big) ຫຼື ປະດາສັກ ອາດວາລີ ປັດຈຸບັນອາຍຸ 23 ປີ, ເກີດທີ່ບ້ານ ຝາຍ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ເປັນນັກສຶກສາຈາກສາຂາ ນິເທດສາດ ປີທີ 4.
ໃນຂະນະທີ່ໝູ່ຄູ່ອາດຈະເນັ້ນການຮຽນເປັນຫຼັກ ແຕ່ບິກເລືອກທີ່ຈະ “ເກັບຊົ່ວໂມງບິນ” ດ້ວຍການລຸຍວຽກ Productions ທັງແບບອິດສະລະ (Freelance) ແລະ ງານປະຈຳໄປພ້ອມໆກັນ.
ນອກຈາກບົດບາດສິລະປິນແລ້ວ ລາວຍັງເປັນຜູ້ຈັດງານ (Organizer) ຈັດຄອນເສີດນ້ອຍໆ (Mini Concert) ຮ່ວມກັບກຸ່ມໝູ່ຂອງລາວຊື່ງານ Undersound. ສ່ວນຊີວິດສ່ວນໂຕນັ້ນ ບິກ ກໍຄືໄວຮຸ່ນທົ່ວໄປທີ່ມັກຕື່ນມາຟັງເພງ, ຢອກແມວ ແລະ ກິດຈະກຳສຸດມັກໃນມື້ພັກກໍຄືການລຸກມາກິນເຂົ້າເຊົ້າ ແລ້ວກັບໄປນອນຕໍ່.

ຈຸດເລີ່ມຕົ້ນຂອງການຄົ້ນຫາໂຕຕົນໃນສາຍສິລະປິນ
ເສັ້ນທາງດົນຕີຂອງບິກເລີ່ມຕົ້ນແບບບໍ່ທັນຕັ້ງໂຕ ເພາະຖືກໝູ່ລາກເຂົ້າສະຕູດິໂອ ຈົນລາວໄດ້ລອງເຮັດເພງແນວ Old School Rap ເປັນຄັ້ງທຳອິດ. ນັ້ນຄືຈຸດປ່ຽນທີ່ເຮັດໃຫ້ລາວຮູ້ວ່າ “ນີ້ແຫຼະຄືສິ່ງທີ່ມັກ”.
ຫຼັງຈາກນັ້ນ, ລາວກໍໄດ້ແອບຄິດວ່າໂຕເອງຈະຕ້ອງກັບມາເຮັດເພງຂອງໂຕເອງແບບດ່ຽວແນ່ນອນ, ແຕ່ກໍໄດ້ແຕ່ຄິດ ເພາະມັນກໍຍັງບໍ່ມີໂອກາດນັ້ນຈົນລາວຂຶ້ນ ມ. 6 ເລີ່ມມີລາຍການເເຂ່ງແຣັບເກີດຂຶ້ນ.
ຂ້ອຍເລີ່ມຈາກການລົງແຂ່ງ ມັນກໍຊໍ່າວ່າເຮົາໄດ້ມີເພງຟຣີໆ ເງິນກໍບໍ່ໄດ້ເສຍ. ຂ້ອຍເລີຍເລີ່ມຈາກຈຸດນັ້ນຄືການ Rap Battle ແລະ ເຮັດ Cypher rap ຂອງ Pepsi.
ບິກ ກ່າວຕໍ່ “ສ່ວນເພງສະໄຕລ໌ອິນດີ້ ແມ່ນຂ້ອຍຈະເຮັດຄວບຄູ່ກັບຮິບຮັອບມາໂດຍຕະຫຼອດ ເພາະມີໝູ່ທີ່ຊື່ Silitong ເຊິ່ງລາວມັກແຕ່ງຂອດກີຕ້າມາແລ້ວກໍຄິດເນື້ອເພງສົດໆ ແລ້ວຮ້ອງອອກມາເລີຍ (Freestyle lyric) ແບບແນວເພງ Blues (ຕົ້ນກຳເນີດຂອງ Rock, Jazz, R&B ແລະ Hip-hop) ແລະ ມັນກໍບໍ່ຕ່າງຈາກຮິບຮັອບ ພຽງແຕ່ເປັນຄົນລະຈັງຫວະ ເວົ້າລວມໆທັງສອງແບບແມ່ນພື້ນທີ່ລະບາຍທີ່ດີທີ່ສຸດຂອງຂ້ອຍ ແລະ ໝູ່”.
ເປົ້າໝາຍ ແລະ ສິ່ງທີ່ຢາກເຮັດໃນອະນາຄົດ
Muan TheInterview ໄດ້ລອງຖາມແບບເຈາະເລີກໃນມຸມມອງຂອງສິລະປິນຮຸ່ນໃໝ່ຄົນນີ້ວ່າມີຄວາມຄິດຈະຕໍ່ຍອດແນວໃດໃນສາຍອາຊີບນີ້ ເພື່ອເຮັດໃຫ້ສິ່ງທີ່ມັກ ແລະ ວຽກສາມາດເຮັດຄຽງຄູ່ກັນໄປໄດ້ດີ.
“ໃນອານາຄົດ, ຂ້ອຍຢາກຮ້ອງ Soft R&B ແລະ Bossa Nova ພ້ອມທັງຢາກລອງຜັນໂຕເປັນ Producer ເຮັດດົນຕີ ເຊິ່ງເປົ້າໝາຍທີ່ຢາກເຮັດໃຫ້ໄດ້ແມ່ນ ຕ້ອງມີງານສະແດງຢູ່ນອກປະເທດ ແລະ ຄວາມຝັນທີ່ຢາກເຮັດແມ່ນມີໜ້າຂ້ອຍຢູ່ທຸກສີ່ແຍກໃນປະເທດລາວ” ບິກ ກ່າວ.
ມຸມມອງການແກ້ບັນຫາໃນແບບຂອງ ບິກ
ຫຼາຍຄົນກໍຈະມີວິທີໃນການແກ້ໄຂບັນຫາແຕກຕ່າງກັນໄປ ແຕ່ ບິກ ກໍມີວິທີຈັດການໃນແບບຂອງໂຕເອງ ເພາະບໍ່ຢາກຈະນຳໂຕເອງເຂົ້າໄປໃນບັນຫາທີ່ມັນເປັນພິດ ແຮງຢູ່ຕໍ່ຍິ່ງຈະສ້າງຄວາມວຸ່ນວາຍໃຈ ແລະ ອາດຈະເປັນບັນຫາທີ່ຕ່າງຝ່າຍຕ່າງກໍບໍ່ສະບາຍໃຈ.
“ຖ້າພົບເຫດການທີ່ເປັນພິດແບບນັ້ນ ຂ້ອຍເລືອກຈະໜີ ແລະ ຍ່າງອອກມາ ສະແດງອອກໃຫ້ໜ້ອຍທີ່ສຸດ” ບິກ ກ່າວ.

ສິລະປິນທີ່ເປັນແຮງບັນດານໃຈຂອງ ບິກ
ສິລະປິນທີ່ເປັນແບບຢ່າງ ແລະ ແຮງບັນດານໃຈຂອງ ບິກ ແມ່ນຍົກໃຫ້ກັບ Tanu Vannasin. ບິກ ກໍໄດ້ເລີ່ມຕົ້ນເລົ່າເຖິງຄວາມປະທັບໃຈ “ທີ່ຂ້ອຍຍົກTanu Vannasin ໃຫ້ເປັນສິລະປິນແບບຢ່າງ ກໍຍ້ອນມັກວິທີການຮຽບຮຽງເນື້ອຮ້ອງ, ການຄິດຈັງຫວະດົນຕີທີ່ມັນແທງໃຈຄົນຟັງ ແລະ ຍັງນັບຖືລາວໃນຫຼາຍດ້ານຄື Performance. ການຢູ່ເທິງເວທີຂອງລາວ ບໍ່ວ່າຄົນເບິ່ງຈະມາຫຼາຍ ຫຼື ໜ້ອຍ ລາວກໍຫຼິ້ນເຕັມທີ່ຕະຫຼອດເລີຍມືອາຊີບສຸດໆ”.
ອຸປະສັກທີ່ເຈິລະຫວ່າງການເຮັດເພງ
ອຸປະສັກລະຫວ່າງທາງທີ່ ບິກ ເຈິຄືການທີ່ຕ້ອງປະຄອງທັງ ການຮຽນ, ເຮັດເພງ, ວຽກອິດສະລະ ແລະ ຝຶກງານ ໃນເວລາດຽວກັນ.
“ບາງມື້, ຂ້ອຍຝຶກງານ 9 ໂມງເຊົ້າ – 6 ໂມງແລງ ແລ້ວໄປເຮັດອາລະບໍ້າຕໍ່, ຕື່ນມາອີກມື້ກໍຕ້ອງຮັບວຽກອີກບ່ອນ ວົນກັບມາຝຶກງານຕໍ່ ຖ້າໂຮງຮຽນເອີ້ນກໍຕ້ອງເຂົ້າພົບ. ມັນເລີຍເປັນຫຍັງທີ່ກິນພະລັງຊີວິດຫຼາຍໃນຊ່ວງນັ້ນ”.
ການເປີດເຜີຍແຜໃຈໃນອາລະບໍ້າ Tredmil
ໃນອາລະບໍ້າຫຼ້າສຸດ ບິກ ໄດ້ເຜີຍວ່າເປັນການກັບໄປເປີດແຜໃຈຂອງລາວເອງ ເພື່ອຢາກໃຫ້ຄົນຟັງໄດ້ໃກ້ຊິດຫຼາຍຂຶ້ນຜ່ານເລື່ອງລາວ ແລະ ມຸມມອງຂອງ ບິກ.
ບິກ ເລົ່າເຖິງຄວາມຮູ້ສຶກທີ່ເລິກເຊິ່ງກ່ຽວກັບອາລະບໍ້າ Tredmil ວ່າ “ຂ້ອຍຢາກໃຫ້ທຸກຄົນຟັງອາລະບໍ້າ Tredmil, ແລ້ວຄິດເຖິງຊີວິດໂດຍບໍ່ເນັ້ນເລື່ອງທີ່ກ່ຽວກັບຄວາມຮັກ ແລະ ຜູ້ທີ່ມີສ່ວນຮ່ວມທຸກຄົນ ເປັນຄົນທີ່ມີບົດບາດຫຼາຍໃນອາລະບໍ້ານີ້ ພວກເຂົາເປັນທັງໝູ່ ແລະ ທັງເພື່ອນຮ່ວມວຽກ”.
ຂ້ອຍເກືອບຈະເຊົາເຮັດໄປແລ້ວ ເພາະບັນຫາສຸຂະພາບຈິດ ແຕ່ຄົນພວກນີ້ໄດ້ດຶງຂ້ອຍກັບມາ ແລະ ຊ່ວຍກັນເຮັດຈົນແລ້ວ.
ບົດບາດທີ່ຮູ້ສຶກມັກທີ່ສຸດໃນປີ 2025
ການໄດ້ລອງເຮັດຫຍັງຫຼາຍຢ່າງໃນປີທີ່ຜ່ານມາ, ເຮັດໃຫ້ ບິກ ໄດ້ຄົ້ນຫາອີກໂຕຕົນໜຶ່ງພົບນັ້ນກໍຄື ການເປັນ Filmmaker (ນັກສ້າງຮູບເງົາ) ເຊິ່ງມັນໄດ້ເປີດໂອກາດໃຫ້ລາວໄດ້ຖ່າຍທອດພາບໃນຫົວໄດ້ຊັດເຈນ ແລະ ຍັງເປັນການໄດ້ຊຸກຍູ້ອຸດສະຫະກຳນີ້ ໃຫ້ສາມາດພັດທະນາຂຶ້ນອີກ.
“ຂ້ອຍຢາກເຫັນຮູບເງົາລາວ ສາມາດປະສົບຜົນສຳເລັດໄປທົ່ວໂລກ. ສຸດທ້າຍ, ຢາກຝາກໃຫ້ທຸກຄົນຟັງເພງລາວ ແລະ ເປີດໃຈໃຫ້ເພງລາວຫຼາຍໆ ແລະ ຝາກອາລະບ້ຳຫຼ້າສຸດ Treadmill.

ມາຮອດນີ້ ທຸກຄົນຄົງຈະອຶ້ງໃນຄວາມສາມາດຂອງ ບິກ ຄືກັນ Muan TheInterview. ໄວຮຸ່ນລາວສະໄໝນີ້ບໍ່ໄດ້ມາຫຼິ້ນໆອີ່ຫຼີ ມັນຄືເລື່ອງທີ່ດີຫຼາຍທີ່ພວກເຂົາມີພື້ນທີ່ໃນການປ່ອຍຄວາມສາມາດ ແລະ ເຮັດໃນສິ່ງທີ່ຮັກໄດ້ຫຼາກຫຼາຍແບບນີ້.