ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຊວນຟັງສຽງຫວານໆຈາກສິລະປິນໜ້າໃໝ່ໃນເພງ Trust issues – Imel ft. Just” & gomen.
Muan Listen - ມ່ວນຊວນຟັງ

ຊວນຟັງສຽງຫວານໆຈາກສິລະປິນໜ້າໃໝ່ໃນເພງ Trust issues – Imel ft. Just” & gomen.

ແບ່ງປັນ

ຢາກຈະຮູ້ເຈົ້າເຮັດຫຍັງຢູ່? ຊວນຟັງສຽງຫວານໆຈາກສິລະປິນໜ້າໃໝ່ໃນເພງ Trust issues – Imel ft. Just” & gomen. ທຸກຄົນໄດ້ຟັງແລ້ວຫວາ? ເພງນີ້ມ່ວນຕິດຫູ ເລີຍຢາກຊວນມາຟັງເພງ Trust issues (ຄອຍຖາມ) ຂອງ Imel ທີ່ກຳລັງມາແຮງທັງໃນຍູທູບ ແລະ ຕິກຕ໋ອກ. ເພງນີ້ຍັງໄດ້ສິລະປິນຢ່າງ just” & gomen. ມາຮ່ວມຮ້ອງ.

ມ່ວນໄດ້ໄປສ່ອງໄປອ່ານຄອມເມັ້ນກ່ຽວກັບເພງນີ້ມາວ່າມ່ວນຖືກໃຈອີ່ຫຼີ, ສຽງດົນຕີ Sound Beats ກໍຟັງເຮັດໃຫ້ໄດ້ມູ້ດທີ່ສະບາຍໆປະກອບດ້ວຍສຽງໃສໆຂອງ Imel, ສຽງຮ້ອງນຸ້ມນວນ ແລະ ການແຣັບທີ່ມີເອກະລັກຂອງທັງ just” & gomen. ໄດ້ເພີ່ມຄວາມຫຼາກຫຼາຍທີ່ດີ ແລະ ອົງປະກອບການເລຶອກໃຊ້ພາສາລາວແບບໜ້າຮັກ ຖືວ່າທຸກຢ່າງພາຍໃນເອັມວີລົງຕົວສຸດໆ.

ເພງນີ້ຖືວ່າມີຄວາມໂດດເດັ່ນຫຼາຍທັງໂທນພາບໃນເອັມວີທີ່ມີຄວາມວິນເທຈ ແລະ ດົນຕີທີ່ເປັນແນວ City Pop ທີ່ຢູ່ລາວຍັງບໍ່ມີໃຜເຮັດ, ໂດຍເອກະລັກຂອງເພງTrust issues (ຄອຍຖາມ) ສັງເກດໄດ້ງ່າຍໆກໍຄືຈະມີ synth (keyboard) ທີ່ຊັດເຈນດ້ວຍເຫດນີ້ຈຶ່ງເຮັດໃຫ້ແຟນເພງທີ່ມັກສະໄຕລ໌ເພງທີ່ຫຼາກຫຼາຍຕົກຂຸມຮັກໄດ້ແບບບໍ່ຍາກ.

ທີ່ພິເສດໄປກວ່ານັ້ນນອກຈາກ Imel ຈະໄດ້ຮ່ວມຂຽນເນື້ອຮ້ອງກັບ just” ແລ້ວນັ້ນ, ທັງ CK$, just” ແລະ gomen. ກໍຍັງມາຊ່ວຍໃນການ Produce ເພງນີ້ອີກດ້ວຍ. ຖືວ່າເປັນກຸ່ມສິລະປີນລາວລຸ້ນໃໝ່ທີ່ມີຄວາມສາມາດທີ່ລົ້ນເຫຼືອອີຫຼີ່

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.