ໜ້າຫຼັກ Muan.la - ສາລະບັນເທີງ The Interview ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ
The Interview

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ແບ່ງປັນ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ, ຜູ້ຍິງທີ່ຊື່ ຕ໋ອດ – ວິລຸນາ ເພັດມະນີ ຫຼື ທີ່ຫຼາຍຄົນຮູ້ຈັກໃນຊື່ ຕ໋ອດ ລີນ້າ ຄົນນີ້ເຮັດມາໝົດແລ້ວ. ພ້ອມນັ້ນ ລາວຍັງເປັນຜູ້ສ້າງພື້ນທີ່ໃຫ້ກັບຄົນຮຸ່ນໃໝ່ດ້ວຍການເປັນຜູ້ຈັດການແຂ່ງຂັນ FACE of LAOS, ເປັນຜູ້ເປີດເສັ້ນທາງຝັນ ແລະ ສົ່ງຕົວແທນນາງແບບ-ນາຍແບບລາວ ໄປສູ່ເວທີລະດັບສາກົນ FACE of Asia.

ເສັ້ນທາງສູ່ຄວາມສຳເລັດຂອງລາວບໍ່ໄດ້ໂຮຍດ້ວຍກີບກຸຫຼາບຢ່າງທີ່ຄິດ. ມື້ນີ້, ມ່ວນ ຈະພາໄປຮູ້ຈັກມຸມທີ່ຫຼາຍຄົນອາດຈະຍັງບໍ່ທັນຮູ້! ໄປສຳຜັດກັບ ອີກມຸມໜຶ່ງຂອງຊີວິດ ທີ່ອາດຈະກາຍເປັນ ແຮງບັນດານໃຈ ໃຫ້ກັບທຸກຄົນທີ່ກຳລັງເດີນຕາມຄວາມຝັນ. ມາຕິດຕາມເລື່ອງລາວຂອງຜູ້ຍິງຜູ້ມີຊື່ວ່າ ຕ໋ອດ – ວິລຸນາ ເພັດມະນີ.

ເລື່ອງເລົ່າຈາກຈຸດເລີ່ມຕົ້ນ

ຕັ້ງແຕ່ເລີ່ມເປັນສາວນ້ອຍ 12-13 ປີ ຄວາມໃຝ່ຝັນລົມໆແລ້ງໆ ຄື ຢາກເປັນນາງແບບ ໃນຂະນະນັ້ນ ວົງການແຟຊັນບ້ານເຮົາຍັງຍັງຕິດພັນກັບການແຕ່ງກາຍວັດທະນະທຳເປັນສ່ວນໃຫຍ່, ຕ໋ອດ ເລີ່ມຈາກການເປີດໂອກາດໃຫ້ໂຕເອງໄດ້ລອງສິ່ງໃຫມ່ໆ ຫລັງຈາກທີ່ຈົບມັດທະຍົມປາຍ ເສາະສະແຫວງຫາວຽກງານ ທີ່ກ່ຽວກັບເດີນແບບໂດຍສະເພາະ ເຊັ່ນ: ເດີນແບບຜ້າໄໝລາວ, ຊຸດຊົນເຜົ່າລາວ (ໂດຍທີ່ບໍ່ໄດ້ຄຳນຶງວ່າ ຈະຕ້ອງໄດ້ຄ່າຕອບແທນ ແຕ່ດີໃຈທີ່ໄດ້ຮ່ວມຫລາຍກວ່າ) ທຸກວິນາທີ ທີ່ໄດ້ຍ່າງເທິງເວທີ ລາວຄິດສະເໝີວ່າ “ເຮົາຈະຍ່າງໃຫ້ງາມທີ່ສຸດ ໃນແບບຂອງເຮົາ ແລະ ເຮົາກໍມັກວຽກແບບນີ້ມາຕະຫລອດ”.

ແຮງບັນດານໃຈຫລັກໆຄື ຂໍແຕ່ໄດ້ເປັນ ຂໍແຕ່ໄດ້ເຮັດ, ເລື່ອງຫນ້າຕາ ເຮົາພັດທະນາໄດ້ ບອກຕົວເອງ “ຜິວເຮົາຜິວສີຫມາກເດື່ອ ເບິ່ງບໍ່ເບື່ອ ແລະ ແຕກຕ່າງ, ມີຣີຮັນນ້າ (Rihanna) ເມກາແລ້ວ ມັນຕ້ອງມີຣີຮັນນ້າເມືອງລາວ” ແລະ ນັ້ນຄືຄວາມຫມັ້ນໃຈທີ່ສ້າງຂຶ້ນເພື່ອໂຕເອງສະເໝີມາ. 

“ເຮັດມາເລື້ອຍໆ ຈົນຮູ້ສຶກວ່າ ມັນມີຄ່າໃດເນາະ ສຳລັບຄົນໆຫນຶ່ງ, ໄດ້ໃສ່ເສື້ອຜ້າຂອງຫ້ອງເສື້ອ, ເຫັນດີຊາຍເນີ້ດີໃຈທີ່ໄດ້ຊຸດໂຕເອງເທິງເວທີ. ມັນເປັນຄຸນຄ່າທາງດ້ານຈິດໃຈ, ເຮົາຈຶ່ງເອົາໂຕເອງ ຢູ່ແວດລ້ອມກັບວຽກງານນີ້ຕະຫລອດ,” ຕ໋ອດ ລີນ້າ ເລົ່າ.

ຈາກຄວາມຝັນ ສູ່ ການເປັນຕົວແມ່ຂອງວົງການ

ຕ໋ອດ ລີນ້າ ເລົ່າວ່າ ລາວເປັນຜູ້ທີ່ມີຄວາມຝັນ ແລະ ຄວາມມັກຫຼາຍອັນ ບໍ່ວ່າຈະເປັນການຮ້ອງເພງ, ເປັນນາງແບບ ສູ່ ພິທີກອນ. ສຳລັບລາວແລ້ວ ວຽກທຸກອັນລ້ວນແລ້ວແຕ່ໃຫ້ປະສົບການທີ່ແຕກຕ່າງກັນອອກໄປ ເລີ່ມຈາກ ເຫັນຄົນອື່ນເຮັດໄດ້ ແລະ ລາວກໍ່ຄິດພາບນັ້ນກັບໂຕເອງວ່າມັນຈະເປັນແບບໃດ.

ແນ່ນອນວ່າ ທຸກວຽກມີຄວາມທ້າທາຍ ສິ່ງທີ່ລາວຕ້ອງພົບພໍ້ໃນການປ່ຽນຜ່ານຈາກເບື້ອງໜ້າ ສູ່ເບື້ອງຫຼັງໄດ້ສອນຫຼາຍສິ່ງຫຼາຍຢ່າງໃຫ້ກັບລາວ.

ອ່ານຕື່ມ:  ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

“ແຕ່ສິ່ງທີ່ເຮັດໃຫ້ເຮົາເຮັດໄດ້ຄື ຄິດງ່າຍໆແບບ ບໍ່ຕ້ອງຖ້າໃຫ້ໂຕເອງເກັ່ງແລ້ວຈຶ່ງເຮັດ ແຕ່ເຮັດໄປນຳ ຮຽນຮູ້ໄປນຳ, ໃຫ້ເວລາໂຕເອງໄດ້ເຮັດ ໄດ້ໝົກມຸ່ນ ແລະ ກິ້ງເກືອກລີເລືອ, ຈົນເຂົ້າໃຈຄວາມຮູ້ສຶກນັ້ນຢ່າງຖ່ອງແທ້. ທໍ້ແນ່, ຫມົດໄຟແນ່ ແຕ່ກໍ່ດຶງຕົນເອງກັບມາ. ຈົນມາຮອດມື້ໜຶ່ງ ທີ່ເຮົາກາຍເປັນຮຸ່ນເອື້ອຍຂອງນ້ອງໆ (ແບບຫມົດຍຸກເຮົາແລ້ວ ອາຍຸ ອານາມ) ເຮົາຮູ້ໂຕເອງ ເຖິງເວລາຍ້າຍຮັງ ປ່ຽນຈຸດຢືນ ມາເປັນເອື້ອຍຂອງນ້ອງໆ,” ຕ໋ອດ ກ່າວ.

“ເຮົາກໍ່ຄິດເຫັນໂຕເອງ ຕອນເລີ່ມຕົ້ນ ເຮົາງົມທາງເອງ ຜິດຖືກບໍ່ຮູ້, ເຮົາຈຶ່ງມີຄວາມຮູ້ສຶກ ຢາກບອກ ຢາກແນະນຳຮຸ່ນນ້ອງ ໃຫ້ເຂົາໄດ້ພັດທະນາວົງການບ້ານເຮົາໃຫ້ດີຂຶ້ນເກົ່າກວ່າ.”

ສຳລັບການຈັດການປະກວດ, ຕ໋ອດ ເລົ່າສູ່ຟັງວ່າ ນອກຈາກ ການທີ່ຕ້ອງໄດ້ເຮັດໃຫ້ຜູ້ສະໜັບສະໜຸນເຂົ້າໃຈທິດທາງຂອງໂຄງການ ຫຼື ຮູບການຂອງໂຄງການຂອງລາວແລ້ວ, ສິ່ງທີ່ທ້າທາຍຫຼາຍກວ່ານັ້ນ ຄື ການເຮັດວຽກກັບ ຄົນຮຸ່ນໃໝ່ ຫຼື Gen Z ທີ່ລາວຕ້ອງເປັນຝ່າຍປັບໂຕກ່ອນໝູ່ໝົດ.

“ຖ້າໃຫ້ເຂົາປັບໂຕ ຄືຊິຜິດກັນຫຼາຍຮອບ haha. ພະຍາຍາມເບິ່ງວ່າ ອັນໃດຄືສິ່ງທີ່ເຂົາສົນໃຈ ແລະ ຄວາມຄິດຂອງເຂົາເຈົ້າໄປໃນເວໃດ ເຮົາຈຶ່ງສາມາດ ເຮັດວຽກຮ່ວມກັນໄດ້ດ້ວຍຄວາມເຂົ້າໃຈ.”

ຊີວິດໃນອີກມຸມໜຶ່ງຂອງ ຕ໋ອດ ລີນ້າ ທີ່ຫຼາຍຄົນອາດບໍ່ຮູ້

ຊີວິດສ່ວນໂຕ ທີ່ຫຼາຍຄົນອາດຈະຍັງບໍ່ຄ່ອຍເຫັນຄື ມຸມທີ່ລາວອ່ອນໂຍນກັບ ແມວ ແລະ ຄົນຮັກ.

“ຫຼັງໆມາ ມັກຕອນຫົວແລງຢູ່ເຮືອນ, ມັກບັນຍາກາດ ຕອນຢູ່ເຮືອນມິດໆ ຢູ່ກັບພໍ່ຂອງລູກ, ຢອກແມວທັງ 6 ໂຕ, ຢູ່ກັບຄອບຄົວ ກັບ ເຄື່ອງດື່ມປະຈຳຕົວ ກັບ ປຶ້ມຫົວໜຶ່ງ ອຸປະກອນ ໄອທີອັນໜຶ່ງ. ນັ່ງສຳຜັດບັນຍາກາດຊິວໆ​ ສົມມຸດວ່າ ເຮົາບໍ່ມີພາລະຫຍັງເລີຍ, ປ່ອຍໃຫ້ໂຕເອງໃຈລອຍ. ນັ້ນຄືຄວາມສຸກເບົາໆ ທີ່ໃຫ້ໂຕເອງທຸກມື້.”

“ສ່ວນວ່າແມວທັງ 6 ໂຕ, ແມ່ນຮັກທຸກໆໂຕເລີຍ ເພາະລ້ຽງມາແຕ່ສໍ່າກຳປັ້ນທຸກໂຕ. ເງິນທີ່ຫາໄດ້ ໄປໝົດກັບອາຫານແມວ, ໂຄດພູມໃຈທີ່ລ້ຽງລູກຫຼ້ອນ. ແຕ່ຖ້າບອກວ່າຮັກໂຕໃດຫຼາຍກວ່າ ບອກບໍ່ໄດ້ເລີຍ ດຽວເຂົາຊິຄຽດ!”

ຕົວຕົນໃນມື້ນີ້ ແລະ ຄວາມພູມໃຈທີ່ ຕ໋ອດ ລີນ້າ ໄດ້ສ້າງ

ເຫັນໂຕເອງເປັນພຽງ ເອື້ອຍຄົນໜຶ່ງ ທີ່ມີແຕ່ຄວາມຫວັງດີ ແລະ ບໍ່ວ່າ ຈະຢູ່ໃນໜ້າທີ່ໃດ ເຮົາກໍ່ມັກໝົດ. 

ລາວເລົ່າວ່າ ຖ້າຄິດເຖິງປະສົບການຜ່ານມາ ລາວດີໃຈທີ່ຕົນເອງບໍ່ຕິ ບໍ່ຮິວຽກ. ລາວໄດ້ມີໂອກາດເຮັດວຽກຮ່ວມກັບຫຼາຍໂປຣເຈັກ, ນັບຕັ້ງແຕ່ເປັນ staff ລົງງານໂຕຈິງ, ເຮັດການຕະຫຼາດ, ເບື້ອງຫຼັງຈັດງານ, ເຮັດເບື້ອງຫຼັງເວທີເດີນແບບຮ່ວມກັບດີຊາຍເນີຕ່າງປະເທດ, ຄວບຄຸມນາງແບບຫຼາຍກວ່າ 60 ຊີວິດ, ເຮັດວຽກຮ່ວມກັບຊ່າງພາບ,​ ເດີນທາງແລກປ່ຽນ ເຊິ່ງຖືວ່າຄົບລົດເລີຍສຳລັບລາວ. 

ອ່ານຕື່ມ:  ນ້ຳຫວານ: ຈາກຄວາມຮູ້ສຶກອັນຊັບຊ້ອນຂອງມະນຸດ… ສູ່ຜົນງານສິລະປະທີ່ເຂົ້າເຖິງຈິດໃຈຂອງຜູ້ເບິ່ງ

“ໃນຕອນທ້າຍຂອງອາຍຸຫຼັກ 2, ເຮົາເຫັນໝູ່ໆທີ່ຮຽນຈົບມານຳກັນ ເຂົາມີວຽກມີທຸລະກິດ ເປັນຊິ້ນເປັນອັນ ແຕ່ເຮົາເອງບໍ່ມີຫຍັງເລີຍ ທີ່ເປັນໂຕບົ່ງບອກຄວາມສຳເລັດ. ເຮົາກໍເກັບຄວາມນ້ອຍໃຈໄວ້ໃນໃຈ, ແຕ່ມາຮອດຕອນນີ້ ເຮົາເຂົ້າໃຈແລ້ວວ່າ ເຮົາໃຊ້ເວລາກັບການຮຽນຮູ້ ຫາປະສົບການຊີວິດຫຼາຍ ແຕ່ກໍ່ບໍ່ຫຼ້າສວາຍ ທີ່ຈະເລີ່ມ ແລະ ເມື່ອເຮົາເລີ່ມໄດ້ແລ້ວ ເຮົາໄດ້ໃຊ້ສິ່ງທີ່ເຮົາໄດ້ຮຽນຮູ້ມາ ທຸກອັນອີ່ຫຼີ,” ຕ໋ອດ ກ່າວ. 

ລາວບອກວ່າ ຮູ້ສຶກດີໃຈທີ່ໄດ້ເຮັດໃນສິ່ງທີ່ຕົນເອງມັກ ແລະ ສ້າງຄວາມມັກໃຫ້ກາຍເປັນອາຊີບ ແລະ ສາຍງານຂອງຕົນເອງມັນເກີດປະໂຫຍດໃຫ້ກັບຫຼາຍໆຄົນໄດ້ ເພາະວ່າ ຍັງມີຫຼາຍຄົນທີ່ ອາດຈະບໍ່ໄດ້ມັກ ໃນສິ່ງທີ່ຕົນເອງເຮັດ ຫຼື ເຮັດໃນສິ່ງທີ່ຕົນມັກ ແລະ ບໍ່ສາມາດເຮັດເປັນອາຊີບໄດ້. 

ເພາະເປັນບຸກຄົນສາທາລະນະ ເຮົາຈຶ່ງຕ້ອງເຈັບປວດ?

ແນ່ນອນວ່າ ການເປັນບຸກຄົນທີ່ສາທາລະນະ ເປັນທີ່ຮູ້ຈັກຂອງຄົນຈຳນວນຫຼາຍ ໂດຍສະເພາະໃນຍຸກທີ່ໂຊຊຽວມີດີເປັນສ່ວນໜຶ່ງຂອງຊີວິດ ປາສະຈາກບໍ່ໄດ້ທີ່ບາງຄັ້ງທີ່ຕ້ອງປະເຊີນໜ້າກັບຄຳວິພາກວິຈານ ຫຼື ກະແສທາງລົບຈາກສັງຄົມ.

“ສຳລັບຄຳວິພາກວິຈານເທິງໂລກອອນລາຍ, ແນ່ນອນວ່າ ບໍ່ມັກ! ແລະ ຈົ່ມກັບທີມງານເທົ່ານັ້ນ ແຕ່ບໍ່ຢາກຕອບໂຕ້ ເພາະເຄີຍຕອບໂຕ້ມາແລ້ວ ມັນແຮງເຮັດໃຫ້ຮູ້ສຶກຄວບຄຸມໂຕເອງບໍ່ໄດ້ ໄປໜ້າເລື້ອຍໆ,” ລາວເລົ່າ.​

ຫລັງໆມາ ເຮັດໂຕເປັນ Britney Spears ທີ່ບໍ່ວ່າໃຜຈະວ່າຫຍັງ ນາງກໍ່ບໍ່ເຄີຍມາຕອບໂຕ້ຄຳເວົ້າຄົນອື່ນ

“ແຕ່ສຸດທ້າຍ ຄວາມຈິງປາກົດ ນາງກໍ່ຂຶ້ນຫິ້ງແລ້ວ, ນາງໃຊ້ຊີວິດໃຫ້ຄົນເບິ່ງ ແລະ ຄົນທີ່ວິພາກວິຈານ ສຸດທ້າຍກໍ່ໄດ້ແຕ່ພຽງຕັດສິນຄົນອື່ນຈາກສະພາບແວດລ້ອມຂອງຕົນເອງ ເຊິ່ງມັນອາດບໍ່ໄດ້ໃກ້ຄຽງກັບຊີວິດຈິງຂອງເຮົາຊ້ຳ.”

ພາບໃນຫົວຂອງຖານະຜູ້ຈັດການປະກວດ FACE of LAOS

ຈາກການຈັດ FACE of LAOS ຄັ້ງທຳອິດມາຈົນຮອດປັດຈຸບັນ, ເວທີນີ້ໄດ້ສ້າງການປ່ຽນແປງໃໝ່ໃຫ້ກັບພູມີທັດຂອງແວດວົງນາງແບບ-ນາຍແບບໜ້າໃໝ່ຂອງລາວແບບທີ່ບໍ່ເຄີຍມີມາກ່ອນ ແລະ ຕອນນີ້ມັນກໍກຳລັງເຕີບໃຫຍ່ຂຶ້ນເລື້ອຍໆ ສ້າງພາບໃໝ່ໃຫ້ກັບປະເທດລາວ. ແລ້ວອະນາຄົດຂອງເວທີນີ້ຈະເປັນແນວໃດ?

ຕ໋ອດ ເລົ່າວ່າ ພາບໃນຫົວລາວຢາກໃຫ້ FACE of LAOS ເປັນບ່ອນສ້າງ ແລະ ໃຫ້ໂອກາດຄົນຮຸ່ນໃໝ່ ທີ່ມີຄວາມມັກຮັກ ໃນດ້ານສາຍງານ ນາງແບບ– ນາຍແບບ ແລະ ວົງການ Fashion ໃຫ້ໄດ້ສຳພາດທັງການເຮັດວຽກໂຕຈິງ, ການທີ່ຕ້ອງປະເຊີນໜ້າກັບຄວາມທ້າທາຍຂອງການແຂ່ງຂັນ ເຮັດໃຫ້ເຂົາໄດ້ເຝິກທັກສະການປັບໂຕ, ການເຮັດວຽກແຂ່ງກັບເວລາ ແລະ ການຢູ່ຮ່ວມກັນກັບຄົນອື່ນ.

“ຜົນຮັບທີ່ໄດ້ຄື ນ້ອງໆເຂົາສາມາດໄຈ້ແຍກໄດ້ ອັນໃດຄືເກມ ອັນໃດຄືການແຂ່ງຂັນ, ຄວາມມີວິໄນ, ເຮັດໃຫ້ເຂົາຮູ້ຈັກວິເຄາະ, ທັງຄວາມດີໃຈເມື່ອເຂົາເຮັດໄດ້ ແລະ ອາດຈະມີຄວາມຜິດຫວັງເມື່ອເຂົາເຮັດບໍ່ໄດ້ ແຕ່ຕ້ອງໄດ້ຍອມຮັບຄວາມຈິງ ເຊິ່ງສິ່ງເຫຼົ່ານີ້ ຖ້າທຽບໃສ່ຊີວິດຈິງມັນບໍ່ແຕກຕ່າງຫຍັງກັນເລີຍ.”

ນອກຈາກນັ້ນແລ້ວ, ສິ່ງທີ່ລາວມັກຫຼັງວຽກງານສຳເລັດໂຄງການ ແມ່ນບັນຍາກາດຂອງນ້ອງຜູ້ເຂົ້າປະກວດທຸກປີ ທີ່ເຂົາເຈົ້າຈະມີຄວາມສາມັກຄີພາຍໃນ ມີຄວາມຄິດຮອດ ແລະ ຮັກໂຄງການປະກວດຂອງລາວ. ນັ້ນຄືໝາກຜົນ ທີ່ລາວໄດ້ຮັບ ແລະ ເພິງພໍໃຈທີ່ສຸດ.

ອ່ານຕື່ມ:  ແລ່ນແນວໃດໃຫ້ໄດ້ໃຈຄົນທົ່ວໂລກ? ຊວນລົມກັບ ສິລິນາ ນັກແລ່ນລານລາວໃນ Olympics 2024

“ຕ໋ອດເຊື່ອ ນີ້ຄືຄວາມປະທັບໃຈ ຂອງຫຼາຍຄົນ ທີ່ເຂົ້າມາປະກວດ.”

ຄວາມພູມໃຈທີ່ບໍ່ເຄີຍລືມ

ຕ໋ອດ ເລົ່າວ່າ ສິ່ງໜຶ່ງທີ່ເຮັດໃຫ້ພູມໃຈ ແມ່ນເວລາທີ່ລາວໄດ້ເຮັດຕາມຄວາມຕັ້ງໃຈ ແລະ ຄວາມຮັກ, ເມື່ອແນມມາທາງຫຼັງ ມັນຄືຜົນງານທີ່ລາວໄດ້ສ້າງ ແລະ ມາໄກໄດ້ເຖິງຂະໜາດນີ້ ເຊິ່ງເຮັດໃຫ້ລາວດີໃຈຫຼາຍ.

“ດີໃຈທີ່ເຮົາຍັງບໍ່ທໍ້ ເຖິງວ່າຈະມີຫຼາຍຢ່າງທີ່ມາກະທົບ ລົບກວນຈິດໃຈ ທັງຄຳເວົ້າທຸກຮູບແບບ ແຕ່ເຮົາຍັງກ້າວຂ້າມຜ່ານຈຸດນັ້ນມາໄດ້. ຖ້າຄິດອີກມຸມຄື ສິ່ງທີ່ມັນເກີດຂຶ້ນ ມັນໄດ້ຂັດເກົາເຮົາ ໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ ແລະ ເຮົາຍັງຮູ້ສຶກຂອບໃຈສະເໝີ ກັບຄົນທີ່ຄອຍສະໜັບສະໜຸນ ໃນທຸກໆຮູບແບບ, ເຮົາຈື່ມັນໄດ້ດີ.”

ພາບຝັນທີ່ຢາກໃຫ້ເປັນຈິງໃນ FACE of LAOS

ສິ່ງທີ່ ຕ໋ອດ ຕ້ອງການເຮັດໃນອະນາຄົດແມ່ນ ພະຍາຍາມພັດທະນາ ໂຄງການໃຫ້ມີຄວາມຫຼາກຫຼາຍຂຶ້ນກວ່າເກົ່າ. ເທຣນໃດທີ່ກຳລັງເກີດໃນໂລກ ລາວຢາກຈະໃຫ້ຄົນລາວໄດ້ລອງເຮັດຄືກັນ.

“ເຮົາຢາກໃຫ້ ທຸກຄົນໄດ້ປະໂຫຍດຈາກໂຄງການ ທັງໂຕ ນາງແບບ-ນາຍແບບເອງ, ດີຊາຍເນີ້, ຊ່າງພາບ ແລະ ອື່ນໆ.”

ນອກຈາກນັ້ນ, ລາວຍັງຢາກໃຫ້ເວທີນີ້ເປັນພື້ນທີ່ສຳລັບສະແດງຜົນງານຂອງຫຼາຍໆຂະແໜງການ ເພາະລາວເຊື່ອວ່າ ເມື່ອຜົນງານໃດໜຶ່ງ ທີ່ຫຼາຍຄົນເຫັນຄວາມສຳຄັນ ມັນກໍ່ຈະມີຄຸນຄ່າ, ເມື່ອມັນມີຄ່າ ມັນກໍ່ຈະສາມາດ ເປັນວຽກງານໄດ້.

“ແຕ່ກໍ່ຍັງຄົງຄວາມບັນເທີງຕາມຍຸກສະໄໝ ເພາະຄວາມບັນເທີງນີ້ແຫຼະ ຄືແຮງດຶງດູດໃຫ້ຫຼາຍຄົນຕິດຕາມ,” ລາວກ່າວ. 

ເຖິງທຸກຄົນທີ່ກຳລັງເດີນຕາມຄວາມຝັນ

ທຸກຢ່າງທີ່ເຮົາຄິດ ມັນສວຍງາມ ຕອນຢູ່ໃນຫົວ ແຕ່ເວລາລົງມືເຮັດ ມັນບໍ່ງ່າຍ,

ແຕ່ໃຫ້ຄິດວ່າ ຖ້າມັນງ່າຍ ໃຜໆກໍ່ເຮັດໄດ້ ແລະ ສຳເລັດໄປແລ້ວ.

ຄ໋ອດ ລີນ້າ ບອກວ່າເຄັດລັບຂອງລາວຖ້າມີຄວາມຄິດໃນຫົວແລ້ວ ລອງແຊຣ໌ໃຫ້ຄົນທີ່ເຮົາໄວ້ໃຈສ່ວນໜຶ່ງ ເພາະເວລາເຮົາເລົ່າໄປ ເຮົາຈະເຫັນຊ່ອງວ່າງທີ່ເຮົາຄິດບໍ່ພໍ້ ແລ້ວເຮົາກໍ່ຈະໄດ້ຄິດຕໍ່ ແລະ ຄ່ອຍໆແກ້ໄປນຳ ພ້ອມທັງປູທາງເພື່ອເອື້ອປະໂຫຍດໃຫ້ເຮົາໄດ້ລົງມືເຮັດ.

“ເຮັດໄປໂລດ ຖ້າໃຈເຮົາປາດຖະໜາແຮງ ແລະ ສິ່ງໜຶ່ງທີ່ເຮັດໃຫ້ເຮົາເຮັດໄດ້ຄື ກ້າໄດ້ ກ້າເສຍໄວ້ກ່ອນ ເພາະຖ້າມັນບໍ່ work ກໍ່ພຽງແຕ່ເຊົາ, ຫາໃໝ່ໄປທາງໜ້າ ແລະ ຊອກເຮັດອັນໃໝ່ ແຕ່ບໍ່ເສຍໃຈທີ່ໄດ້ເຮັດ. ມັນຈຶ່ງເປັນສາເຫດທີ່ຕ໋ອດເຮັດຫຼາຍອັນໃນຂະນະດຽວກັນ ເພາະບໍ່ຢາກປິດກັ້ນໂຕເອງ ສ້າງທາງເລືອກທີ່ຫຼາກຫຼາຍໃຫ້ໂຕເອງ.”

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

ດ້ວຍຄວາມຮັກໃນການອອກກຳລັງກາຍ ສູ່ການສ້າງ Pele Fitness Club ເພື່ອສົ່ງຕໍ່ແຮງບັນດານໃຈໃຫ້ທຸກຄົນຫັນມາຮັກສາສຸຂະພາບ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.