ໜ້າຫຼັກ Gadzila TikTok for Artists: ຊ່ວຍເພີ່ມໂອກາດໃຫ້ສິລະປິນເຂົ້າເຖິງຂໍ້ມູນຜູ້ຟັງ
Gadzila

TikTok for Artists: ຊ່ວຍເພີ່ມໂອກາດໃຫ້ສິລະປິນເຂົ້າເຖິງຂໍ້ມູນຜູ້ຟັງ

TikTok for Artists: ຊ່ວຍເພີ່ມໂອກາດໃຫ້ສິລະປິນເຂົ້າເຖິງຂໍ້ມູນຜູ້ຟັງ

ແບ່ງປັນ
Getting your Trinity Audio player ready...

ສະຫຼຸບການເປີດຕົວ TikTok for Artists ແລະ ຟີເຈີຣ໌ Pre-Release ໃນປີ 2025

TikTok for Artists ເປັນແພລດຟອມໃໝ່ທີ່ອອກແບບມາເພື່ອສິລະປິນ, ຄ່າຍເພງ ແລະ ທີມງານໂດຍສະເພາະເພື່ອຊ່ວຍໃຫ້ສິລະປິນໄດ້ສ້າງອາຊີບ ແລະ ຂະຫຍາຍຖານແຟນເພງໃໝ່ໆໃນ TikTok.

ແພລດຟອມນີ້ຖືກເປີດຕົວເປັນທາງການໃນວັນທີ 3 ມິຖຸນາ 2025 ເຊິ່ງປັດຈຸບັນສາມາດໃຊ້ໄດ້ 26 ປະເທດທົ່ວໂລກ ແລະ ໃນໄວໆນີ້ຈະຂະຫຍາຍໄປປະເທດອື່ນໆໃນອະນາຄົດ .

ຟີເຈີຣ໌ໃໝ່ນີ້ຖືວ່າເປັນປະໂຫຍດຫຼາຍສຳລັບຜູ້ສ້າງສັນຜົນງານເພງ ເພາະມັນຈະຊ່ວຍສ້າງການມີສ່ວນຮ່ວມກັບຄົນຟັງເພງເຊື່ອມຕໍ່ກັບຊຸມຊົນ TikTok ທົ່ວໂລກໄດ້ດີຂຶ້ນ ແລະ ໂປຣໂໝດເພງໃຫ້ພວກເຂົາ ສາມາດພັດທະນາອາຊີບທັງໃນແພລດຟອມ ແລະ ນອກແພລດຟອມ.

ມາຕໍ່ກັນໃນສ່ວນຂອງຟີເຈີຣ໌ Pre-Release Tool ແມ່ນເປັນເຄື່ອງມືທີ່ຈະຊ່ວຍສິລະປິນໂປຣໂໝດຜົນງານເພງກ່ອນເປີດຕົວເພື່ອເພີ່ມໂອກາດໃນການສະຕຣີມຫຼາຍຂຶ້ນ ແລະ ໃຫ້ຄົນຟັງສາມາດບັນທຶກເພງໄວ້ຟັງລ່ວງໜ້າ (Pre-save) ໃສ່ໃນເພລິສ Spotify ຫຼື Apple Music (ປັດຈຸບັນຮອງຮັບແຕ່ 2 ແພລດຟອມນີ້ເທົ່ານັ້ນ) ໄດ້ໂດຍກົງ ແລະ ຈະເຂົ້າເຖິງເພງໄດ້ທັນທີເມື່ອເພງປ່ອຍເປັນທາງການ.

ຂໍ້ດີ

ສິລະປິນ ສາມາດເຂົ້າເຖິງຂໍ້ມູນເຊີ່ງເລີກກ່ຽວກັບດົນຕີແບບຄົບວົງຈອນ ໂດຍ TikTok for Artists ມີຄວາມສາມາດວິເຄາະຂໍ້ມູນຊ່ວຍໃຫ້ເຂົ້າໃຈປະສິດທິພາບຂອງເພງ ແລະ ໂພສຕ່າງໆເຊັ່ນ:

  • ຍອດວິວ, ການໂຕ້ຕອບ (Comment, Like & Share) ແລະ ຂໍ້ມູນຜູ້ຕິດຕາມ (ອາຍຸ, ເພດ, ພາສາ).
  • ຕິດຕາມວ່າເພງໃດຖືກນຳໄປໃຊ້ໃນໂພສຂອງຜູ້ໃຊ້ຫຼາຍທີ່ສຸດ.
  • ມີຄູ່ມືແນະນຳສະໜັບສະໜຸນເພື່ອຊ່ວຍສິລະປິນວາງແຜນຄອນເທັນ.

ຂໍ້ເສຍ:

  • ຕ້ອງມີບັນຊີ TikTok ຂອງສິລະປິນ ແລະ ບັນຊີສະຕຣີມມິ່ງຮອງຮັບເພື່ອໃຊ້ງານ.
  • ຕ້ອງມີຜົນງານເພງທີ່ປ່ອຍຢ່າງເປັນທາງການ ເພື່ອໃຊ້ໃນການຂໍໃຫ້ອະນຸມັດໃນແພລອຟອມ TikTok for Artists
  • Pre-Release ຍັງຈຳກັດພຽງ Spotify ແລະ Apple Music.
  • ປະເທດລາວຍັງບໍ່ຮອງຮັບ ໃຊ້ງານບໍ່ໄດ້.
ອ່ານຕື່ມ:  WhatsApp ແຈ້ງໃຫ້ລະວັງ ສະປາຍແວຣ໌ ເຂົ້າເຖິງຂໍ້ມູນຜູ້ໃຊ້ຜ່ານການໂທວັອດແອັບ

ສຳລັບໃຜທີ່ສົນໃຈສາມາດເບິ່ງລາຍລະອຽດເພີ່ມເຕີມເພື່ອສຶກສາໄດ້ທີ່ TikTok for Artist

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.