Tian Xuning ນັກສະແດງໜຸ່ມທີ່ມາແຮງຈາກປະເທດຈີນ, ກຳລັງກາຍເປັນຊື່ທີ່ຖືກເວົ້າເຖິງຢ່າງກວ້າງຂວາງໃນໂລກອອນລາຍ. ລາວໄດ້ສ້າງປະກົດການໃໝ່ໃຫ້ກັບວົງການບັນເທີງດ້ວຍການສະແດງບົດບາດທີ່ໜ້າຈົດຈຳໃນຊີຣີສ໌ແນວ BL (Boy’s Love) ເລື່ອງ “Revenged Love”. ການສະແດງຂອງລາວໄດ້ພິກຈາກບົດບາດໜຸ່ມນ້ອຍໃສໆທີ່ເຄີຍເຫັນໃນຜົນງານທີ່ຜ່ານມາເປັນບົດບາດໜຸ່ມສາຍແບດ (Bad Boy) ທີ່ເຕັມໄປດ້ວຍຄວາມເຈັບປວດຈາກຄົນຮັກເກົ່າ.
ເສັ້ນທາງການສະແດງທີ່ເຮັດໃຫ້ເປັນທີ່ຮູ້ຈັກຂອງ Tian Xuning
ທຽນ ສວີ່ໜິງ ຫຼື Tian Xuning (ພາສາຈີນ: 田栩宁) ເກີດໃນວັນທີ 19 ເດືອນ ກັນຍາ ປີ 1997 ທີ່ ເມືອງຈີ້ໜິງ (Jining), ແຂວງ ຊານຕົງ (Shandong), ປະເທດຈີນ (China). ລາວເປັນນັກສະແດງຈາກປະເທດຈີນ ທີ່ຖືກເວົ້າເຖິງຫຼາຍ ແລະ ມີກະແສທີ່ມາແຮງໃນສື່ສັງຄົມອອນລາຍໃນຂະນະນີ້. ດ້ວຍການສະແດງທີ່ພິກບົດບາດຈາກໜຸ່ມໃສມາເປັນໜຸ່ມສຸດແບດ (Bad Boy) ຈົນເຮັດໃຫ້ເປັນທີ່ຮູ້ຈັກຈາກຊີຣີສ໌ເລື່ອງ Revenged Love.
Tian Xuning ໄດ້ຮັບບົດບາດການສະແດງເປັນຕົວຫຼັກ (ພະເອກ) ໃນ ຊີຣີສ໌ເລື່ອງ Revenged Love ທີ່ສ້າງມາຈາກຕົ້ນສະບັບນິຍາຍອອນລາຍຊື່ດັງ “Counter Attack 逆袭” ຂອງນັກຂຽນທີ່ມີຊື່ວ່າ Chai Ji Dan.

Instagram: tianxvning_
ຊີຣີສ໌ເລື່ອງນີ້ແມ່ນເປັນແນວ BL ຫຼື Boy’s Love ທີ່ມີຄວາມໂຣແມນຕິກ (Romantic)-ດຣາມ່າ (Drama) ແລະ ເປັນເລື່ອງທີ່ສ້າງຄວາມປະທັບໃຈໃຫ້ຜູ້ເບິ່ງດ້ວຍການສະແດງທີ່ມີການສ້າງຕົວລະຄອນທີ່ແປກໃໝ່, ຝີມືການສະແດງທີ່ດີ, ການເຂົ້າເຖິງຕົວຕົນຂອງຕົວລະຄອນໃນເລື່ອງຈົນເຮັດໃຫ້ໂດດເດັ່ນ ແລະ ຄວາມເຂັ້ມຂຸ້ນໃນເລື່ອງລາວຄວາມຮັກອັນຊັບຊ້ອນຂອງຕົວລະຄອນໃນເລື່ອງ.
ດ້ວຍເລື່ອງລາວທີ່ເຂັ້ມຂຸ້ນໜ້າຕິດຕາມໄດ້ເຮັດໃຫ້ “Revenged Love” ໂດ່ງດັງຢ່າງວ່ອງໄວ ແລະ ມີກະແສຕອບຮັບໄປໃນທາງທີ່ດີຈາກຄົນເບິ່ງ ໂດຍສະເພາະໃນກຸ່ມແຟນຄລັບ BL ເຊິ່ງເຮັດໃຫ້ຊື່ສຽງຂອງ Tian Xuning ໂດ່ງດັງໄປທົ່ວໂລກ. Tian Xuning ຍັງມີບຸກຄະລິກສ່ວນຕົວທີ່ມີເອກະລັກ ມີຮູບໜ້າທີ່ມີສະເໜ່ໂດດເດັ່ນ, ເຮັດໃຫ້ລາວກາຍເປັນນັກສະແດງທີ່ຖຶກຈັບຕາເບິ່ງເປັນພິເສດ ແລະ ກຳລັງມີອະນາຄົດທີ່ສົດໃສທີ່ກຳລັງກ້າວຂຶ້ນມາເປັນດາລາແຖວໜ້າໃນວົງການບັນເທີງຈີນ.
ກະແສຂ່າວປອມ (Fake News) ຂອງ Tian Xuning
ໃນຂະນະທີ່ກະແສຂອງຊີຣີສ໌ເລື່ອງ Revenged Love ກຳລັງມາແຮງ ແຕ່ກໍໄດ້ມີຂ່າວລືກັນໜາຫູ (ໃນສື່ສັງຄົມອອນລາຍ) ຫຼາຍຢ່າງກ່ຽວກັບນັກສະແດງໜຸ່ມ Tian Xuning ວ່າລາວນັ້ນໄດ້ “ແຕ່ງງານ ແລະ ມີລູກແລ້ວ” ເຊິ່ງເປັນຂ່າວປອມ (Fake News) ເຮັດໃຫ້ມີກະແສຕີກັບໄປໃນທາງທີ່ບໍ່ດີຕໍ່ Tian Xuning. ດ້ວຍກະແສຂ່າວລືທີ່ເກີດຂຶ້ນເຮັດໃຫ້ລາວຖືກຄຸກຄາມຈາກແຟນຄລັບຊາແຊງ (Sasaeng Harassment) ຕິດຕາມຊີວິດສ່ວນຕົວ, ນຳຂຶ້ນໄປໃນຮອດເຖິງເຮືອບິນທີ່ສ້າງຄວາມວຸ່ນວາຍ ພ້ອມກັບໃຊ້ສຽງດັງໃນທີ່ສາທາລະນະຮ້ອງຕໍ່ວ່າລາວກ່ຽວກັບເລື່ອງຂ່າວທີ່ເກີດຂຶ້ນ.

Instagram: tianxvning_
ເຫດການນີ້ມັນໄດ້ເຮັດໃຫ້ Tian Xuning ຮູ້ສຶກເສຍໃຈຫຼາຍ ຈົນລາວນັ່ງຮ້ອງໄຫ້ຍ້ອນຄວາມວຸ່ນວາຍທີ່ເກີດຂຶ້ນ, ທາງບໍລິສັດຕົ້ນສັງກັດຈຶ່ງໄດ້ອອກມາດຕະການຕ້ານກຸ່ມຊາແຊງ ແລະ ໃຊ້ກົດໝາຍດຳເນີນຄະດີກັບຜູ້ກະທຳຜິດ ເພື່ອຮັກສາຄວາມປອດໄພຂອງສິລະປິນ.
ຂ່າວລືບໍ່ແມ່ນຄວາມຈິງຂອງ Tian Xuning: ບໍລິສັດຕົ້ນສັງກັດ Huace Film & TV (华策影视) ໄດ້ອອກມາປະກາດຢ່າງເປັນທາງການເພື່ອປະຕິເສດຂ່າວດັ່ງກ່າວ. ພວກເຂົາໄດ້ລະບຸວ່າຂ່າວລືທັງໝົດແມ່ນຖືກສ້າງຂຶ້ນຈາກຜູ້ບໍ່ຫວັງດີ ແລະ ເຮັດໃຫ້ຊື່ສຽງຂອງນັກສະແດງໜຸ່ມ Tian Xuning ເສຍຫາຍຢ່າງຮ້າຍແຮງ ເຊິ່ງບໍລິສັດໄດ້ດຳເນີນການທາງກົດໝາຍ ແລະ ຟ້ອງຮ້ອງຜູ້ທີ່ເຜີຍແຜ່ຂ່າວລືນີ້.
Tian Xuning ໄດ້ທຳການຊີ້ແຈງດ້ວຍຕົນເອງ ໂດຍການໂພສຂໍ້ຄວາມໃນສື່ສັງຄົມອອນລາຍ ເພື່ອປະຕິເສດຂ່າວລືດັ່ງກ່າວດ້ວຍຕົນເອງ ເພື່ອຢືນຢັນວ່າ: “ຕອນນີ້ຂ້ອຍຍັງໂສດ, ຂໍຢືນຢັນວ່າບໍ່ເຄີຍແຕ່ງງານ ແລະ ບໍ່ມີລູກ” ແລະ ລາວກໍຕັ້ງໃຈທີ່ຈະດຳເນີນຄະດີຕາມກົດໝາຍ ເພື່ອປົກປ້ອງສິດ ແລະ ຊື່ສຽງຂອງຕົນເອງ. ນອກຈາກນີ້, ລາວຍັງສະແດງເຖິງຄວາມບໍ່ພໍໃຈຕໍ່ການກະທຳຂອງຊາແຊງທີ່ສົ່ງຜົນກະທົບໃນດ້ານລົບໃຫ້ສັງຄົມ ພ້ອມກ່າວຂໍໂທດຕໍ່ຜູ້ທີ່ໄດ້ຮັບຜົນກະທົບຈາກຂ່າວລື ແລະ ເຫດການຕ່າງໆທີ່ເກີດຂຶ້ນນີ້.
ລວມຜົນງານທີ່ຜ່ານມາຂອງ Tian Xuning
- 2021 – Out of the Dream
- 2021 – No Rain for Us Today
- 2021 – I Am the Years You Are the Stars
- 2022 – First Love
- 2024 – The Little Red Matchmaker
- 2024 – Sweet Trap
- 2024 – The Silent Wife
- 2025 – Wanna Be
- 2025 – Revenged Love
- To Be Announced – Eternal Faith
- To Be Announced – One Day in July