ໂລກຢູ່ໃນລະບົບສຸລິຍະ ລະບົບສຸລິຍະຢູ່ໃນກາແລັກຊີ ກາແລັກຊີຢູ່ໃນຈັກກະວານ ແລ້ວຈັກກະວານຢູ່ໃນຫຍັງ?

ແບ່ງປັນ

ໂລກຢູ່ໃນລະບົບສຸລິຍະ ລະບົບສຸລິຍະຢູ່ໃນກາແລັກຊີ ກາແລັກຊີຢູ່ໃນຈັກກະວານ ແລ້ວຈັກກະວານຢູ່ໃນຫຍັງ?

22 February 2026 4
|
|
Facebook
X
WhatsApp

ລອງຫຼັບຕາແລ້ວຈິນຕະນາການນຳກັນເບິ່ງເດີ… ເລີ່ມຈາກໂຕເຮົາທີ່ນັ່ງຢູ່ເທິງໂລກໜ່ວຍນ້ອຍໆນີ້, ແລ້ວຄ່ອຍໆຊູມພາບອອກໄປຄືກັບຕອນທີ່ເຮົາຫຼິ້ນ Google Earth. ຊູມອອກໄປເຫັນລະບົບສຸລິຍະທີ່ມີຕາເວັນເປັນຈຸດສູນກາງ, ຊູມອອກໄປອີກຈົນເຫັນກາແລັກຊີທາງຊ້າງເຜືອກທີ່ກວ້າງໃຫຍ່ໄພສານ, ແລ້ວຊູມອອກໄປ… ອອກໄປອີກ… ຈົນເຫັນກາແລັກຊີນັບແສນລ້ານອັນລອຍວົນວຽນຢູ່ລວມກັນເປັນສິ່ງທີ່ເຮົາເອີ້ນວ່າ “ຈັກກະວານ”.

ຮອດຈຸດນີ້ ເຮົາອາດຈະຮູ້ສຶກວ່າຈັກກະວານມັນກໍຄືກັບຟອງສະບູໜ່ວຍໜຶ່ງທີ່ໃຫຍ່ທີ່ສຸດເທົ່າທີ່ມະນຸດຈະນຶກພາບອອກ. ແຕ່ດຽວກ່ອນ… ຖ້າຈັກກະວານມັນມີຂອບເຂດຄືກັບຟອງສະບູ ແລ້ວຖ້າເຮົາຊູມທະລຸເປືອກຟອງສະບູນັ້ນອອກໄປອີກເດ? ຢູ່ນອກຈັກກະວານນັ້ນ… ມັນມີຫຍັງລໍຖ້າເຮົາຢູ່?

ພໍຕັ້ງຄຳຖາມນີ້ຂຶ້ນມາ, ສະໝອງຂອງເຮົາມັກຈະພະຍາຍາມຫາທາງອອກດ້ວຍການແຕ້ມພາບ “ຄວາມມືດມິດ” ທີ່ວ່າງເປົ່າ, ເປັນອະວະກາດສີດຳສະໜິດທີ່ບໍ່ມີດາວຈັກດວງ. ແຕ່ຄວາມຈິງທີ່ໜ້າປວດຫົວກໍຄື… ຢູ່ນອກຈັກກະວານນັ້ນ ມັນບໍ່ມີແມ້ກະທັ່ງ “ຄວາມວ່າງເປົ່າ” ໃຫ້ເຮົາໄປລອຍຢູ່ຊໍ້າ!

ຕາມຫຼັກວິທະຍາສາດແລ້ວ, ຄຳວ່າ ພື້ນທີ່ ແລະ ເວລາ ມັນເກີດຂຶ້ນມາພ້ອມກັບຕອນທີ່ຈັກກະວານກຳເນີດຂຶ້ນ ຫຼື Big Bang ນັ້ນເອງ. ດັ່ງນັ້ນ, ຖ້າເຮົາຍ່າງຊອດຂອບຈັກກະວານອອກໄປ ມັນຈະບໍ່ມີຄຳວ່າ ເທິງ, ລຸ່ມ, ຊ້າຍ, ຂວາ. ມັນບໍ່ມີສີດຳ, ບໍ່ມີສີຂາວ, ບໍ່ມີອະດີດ, ບໍ່ມີອະນາຄົດ.

ມັນຄືຄວາມ “ບໍ່ມີຫຍັງເລີຍ” ໃນລະດັບທີ່ສະໝອງມະນຸດເຮົາບໍ່ສາມາດຈິນຕະນາການໄດ້ ເພາະສະໝອງເຮົາຖືກສ້າງມາໃຫ້ຮັບຮູ້ແຕ່ສິ່ງທີ່ມີພື້ນທີ່ແລະເວລາເທົ່ານັ້ນ. ການພະຍາຍາມນຶກພາບຄວາມບໍ່ມີຫຍັງເລີຍນັ້ນ ມັນຍາກຄືກັບການບອກໃຫ້ເຈົ້າພະຍາຍາມນຶກເຖິງ “ສີ” ໃໝ່ທີ່ເຈົ້າບໍ່ເຄີຍເຫັນມາກ່ອນໃນຊີວິດນັ້ນແຫຼະ. ຄິດຈັ່ງໃດກໍຄິດບໍ່ອອກ.

ແລ້ວຖ້າສະໝອງເຈົ້າຍັງບໍ່ທັນຊັອດ, ລອງມາຄິດຕາມເບິ່ງອີກ… ຖ້າເຮົາຍອມຮັບວ່າຢູ່ນອກຈັກກະວານຄືຄວາມ “ບໍ່ມີຫຍັງເລີຍ” ທີ່ເປັນໄປບໍ່ໄດ້ທີ່ຈະນຶກພາບອອກ, ຄຳຖາມຕໍ່ມາກໍຄື… ແລ້ວອັ່ນຄວາມ “ບໍ່ມີຫຍັງເລີຍ” ນັ້ນ ມັນກຳລັງບັນຈຸຢູ່ໃນ “ຫຍັງ” ອີກຊັ້ນໜຶ່ງລະ?

ຖ້າມັນເປັນພຽງຄວາມວ່າງເປົ່າ ແລ້ວຂອບເຂດຂອງຄວາມວ່າງເປົ່ານັ້ນມັນໄປສິ້ນສຸດຢູ່ບ່ອນໃດ?

ທຸກມື້ນີ້ນັກວິທະຍາສາດບອກວ່າຈັກກະວານເຮົາກຳລັງຂະຫຍາຍຕົວໃຫຍ່ອອກໄປທຸກໆວິນາທີ… ຄຳຖາມຄື ແລ້ວມັນກຳລັງຂະຫຍາຍຕົວລຸກລໍ້າເຂົ້າໄປໃນພື້ນທີ່ຂອງໃຜ? ຖ້ານອກຈັກກະວານມັນບໍ່ມີພື້ນທີ່ ແລ້ວມັນເອົາພື້ນທີ່ໃສມາຂະຫຍາຍຕົວອອກໄປ?

ຮອດຈຸດນີ້, ລະບົບປະມວນຜົນໃນຫົວຂອງເຮົາຄົງຂຶ້ນຈໍຟ້າ Error 404 ໄປເປັນທີ່ຮຽບຮ້ອຍແລ້ວ.

ເຮົາບໍ່ມີທາງຕອບໄດ້ເລີຍ ແລະ ອາດຈະບໍ່ມີວັນຕອບໄດ້. ສິ່ງດຽວທີ່ເຮົາເຮັດໄດ້ໃນຕອນນີ້ຄືການນັ່ງກຸມຂະໝັບ, ປ່ອຍໃຫ້ສະໝອງໄຫຼໄປກັບຄວາມງົງຊ້ອນງົງທີ່ບໍ່ມີມື້ສິ້ນສຸດ.

ລອງປິດໜ້າຈໍແລ້ວຫຼັບຕາເບິ່ງດຸ… ເຈົ້າເຫັນ “ຄວາມບໍ່ມີຫຍັງເລີຍ” ທີ່ຢູ່ນອກຈັກກະວານນັ້ນແລ້ວ ຫຼື ຍັງ?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.