ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ How to ຖືກຖິ້ມ: ເພງທຳອິດຈາກ The Meow ft RGB
Muan Listen - ມ່ວນຊວນຟັງ

How to ຖືກຖິ້ມ: ເພງທຳອິດຈາກ The Meow ft RGB

ຖ້າກຳລັງສັບສົນໃນຄວາມຮູ້ສຶກຢູ່ລອງຟັງ How to ຖືກຖິ້ມ ເພງທີ່ຈະເຮັດໃຫ້ເຮົາໄດ້ທົບທວນ ແລະ ເຂົ້າໃຈຕົວເອງຫຼາຍຂື້ນ.

ແບ່ງປັນ
Getting your Trinity Audio player ready...

ບາງຄັ້ງເຮົາບໍ່ໄດ້ພຽງຖືກຖິ້ມ ແຕ່ເປັນຄົນເຮັດໃຫ້ເຂົາອອກໄປເອງ. ຖ້າເຄີຍມີໃຜບາງຄົນຄ່ອຍໆອອກໄປຈາກຊີວິດເຮົາ ຖອຍຫ່າງອອກໄປເລື່ອຍໆ ຄິດວ່າເຮົາຕ້ອງຍ້ອນກັບມາຖາມໂຕເອງວ່າເປັນເພາະຫຍັງ?

The Meow ວົງດົນຕີທີ່ມີແນວການຫຼິ້ນເພງທີ່ໂດດເດັ່ນ, ໄດ້ປ່ອຍເພງທຳອິດ ພ້ອມໄດ້ RGB ມາແຈມເລົ່າເລື່ອງລາວເຈັບໆຈາກຄວາມສຳພັນທີ່ຈົບລົງ ເພາະເຫດຜົນຫຍັງບາງຢ່າງ.

ເພງນີ້ບໍ່ໄດ້ເວົ້າພຽງມຸມມອງຄົນຖືກຖິ້ມ ແຕ່ເລົ່າເຖິງອີກດ້ານທີ່ເຮົາມັກເບິ່ງຂ້າມວ່າບາງຄັ້ງເຮົານັ້ນແຫຼະຄືຄົນທີ່ “ຄ່ອຍໆຖອຍຫ່າງອອກໄປແລ້ວເຮັດໃຫ້ເຂົາໝົດໃຈແບບບໍ່ຮູ້ໂຕ ດ້ວຍການບໍ່ສົນໃຈ, ບໍ່ໃຫ້ຄວາມສຳຄັນຈົນສຸດທ້າຍເຂົາກໍເລືອກທີ່ຈະໄປ” ເປັນເພງທີ່ເຕືອນໃຈເບາໆວ່າຄວາມຮັກມັນຕ້ອງເບິ່ງແຍງກັນ ແລະ ເພງນີ້ກໍຄື How To ຖືກຖີ້ມໃນຊີວິດຈິງທີ່ໃຜໆກໍເຄີຍຜ່ານມາກ່ອນແນ່ນອນ.

ຈຸດເດັ່ນຂອງເພງຄືຄວາມໝາຍທີ່ເລົ່າເຖິງ ຄວາມສຳພັນທີ່ມີມວນອາລົມຄວາມເສົ້າ ແຕ່ກໍຖືກກົບເກືອນໄປດ້ວຍໂທນສຽງດົນຕີແນວ Modern Pop R&B ແລະ ການແຣັບທີ່ມີຈັງຫວະ ຈົນເອົາຜູ້ຟັງລື່ມເລີຍວ່າກຳລັງຟັງເພງເສົ້າຢູ່. ໃຜທີ່ເຄີຍພົບເຈິຊ່ວງເວລາຖືກຖິ້ມ ຫຼ​ື ກຳລັງສັບສົນໃນຄວາມຮູ້ສຶກ “How to ຖືກຖິ້ມ” ຈະເປັນເພງທີ່ເຮັດໃຫ້ທົບທວນ ແລະ ເຂົ້າໃຈຕົວເອງຫຼາຍຂື້ນ.

ອ່ານຕື່ມ:  ເພງໄວຣໍຄອງໃຈຊາວ TikTok "ຮອຍຍິ້ມຂອງເຈົ້າມັນຫວານໄປ" ຈາກ Zixna ແລະ Ran_Dom
ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.