ໜ້າຫຼັກ Muan.la - ສາລະບັນເທີງ The Interview ສ້າງສັນຜົນງານອອກແບບຈາກເລື່ອງລາວປະຫວັດສາດ ຮູ້ຈັກ ວິລະ ພູ່ນວົງສາ ຈາກ SNAE DESIGN ແລະ SNAE HISTORY
The Interview

ສ້າງສັນຜົນງານອອກແບບຈາກເລື່ອງລາວປະຫວັດສາດ ຮູ້ຈັກ ວິລະ ພູ່ນວົງສາ ຈາກ SNAE DESIGN ແລະ SNAE HISTORY

ແບ່ງປັນ
Getting your Trinity Audio player ready...

ມື້ນີ້ມ່ວນຈະພາມາຮູ້ຈັກກັບເຈົ້າຂອງເຟສບຸກເພຈ SNAE DESIGN ແລະ SNAE HISTORY ໃຫ້ຫຼາຍຂຶ້ນ, ເພາະລາວຜູ້ນີ້ເປັນຜູ້ສ້າງສັນຜົນງານຈາກເລື່ອງລາວປະຫວັດສາດໃນອະດີດ, ການຄົ້ນຫາຄວາມໝາຍໃນການອອກແບບ. ຖືວ່າເປັນບຸກຄົນທີ່ໜ້າສົນໃຈ ແລະ ໜ້າຕິດຕາມກ່ຽວກັບແຮງບັນດານໃຈຜູ້ທີ່ມີຄວາມຮັກໃນການຄົ້ນຄວ້າປະຫວັດສາດລາວ.

ສະບາຍດີ, ກ່ອນອຶ່ນຂໍຂອບໃຈທາງທີມງານມ່ວນທີ່ສົນໃຈຜົນງານ ແລະ ໃຫ້ກຽດສຳພາດຂ້ອຍ. ຂ້ອຍເອງຊື່ ທ້າວ ວິລະ ພູ່ນວົງສາ ອາຍຸ 27 ຍ່າງເຂົ້າ 28 ປີ, ປັດຈຸບັນເຮັດອາຊີບເປັນນັກອອກແບບອິດສະຫຼະ ແລະ ເປັນພໍ່ຄ້າທີ່ມີຮ້ານຂາຍເສື້ອຜ້ານ້ອຍໆຊື່ວ່າ ສະເໜ່ຊ໋ອບ (Snae Shop), ສ່ວນງານຄົ້ນຄວ້າກ່ຽວກັບປະຫວັດສາດ ແລະ ວັດທະນາທຳລາວແມ່ນເປັນງານອະດິເຫຼກຊື່ໆ ແລະ ຕ້ອງຂອບໃຈທີ່ມັກກັບສິ່ງທີ່ເຮົາເຮັດ.

ເຮົາເປັນພຽງຄົນທຳມະດາຄົນໜຶ່ງທີ່ບໍ່ໄດ້ພິເສດກວ່າໃຜ, ແຕ່ສິ່ງໜຶ່ງທີ່ເຮົາຍຶດຖືໃນການໃຊ້ຊີວິດກໍຄືຄິດຫຍັງແລ້ວຕ້ອງລົງມືເຮັດທັນທີ ແລະ ເມືອໄດ້ລົງມືເຮັດແລ້ວຕ້ອງເຮັດມັນຈົນກວ່າຈະສຳເລັດ. ອີກຈຸດໜຶ່ງທີ່ເຮັດໃຫ້ເຮົາເປັນເຮົາທຸກມື້ນີ້, ຍ້ອນເຮົາເປັນຄົນມັກອ່ານໜັງສື ແລະ ເປັນຄົນມັກສັງເກດ, ມັກຫາຄຳຕອບຂອງທີ່ໄປທີ່ມາຂອງສິ່ງຕ່າງໆທີ່ຢູ່ອ້ອມຕົວສະເໝີ. ອາດດ້ວຍສາເຫດນີ້ກໍເປັນໄປໄດ້ທີ່ເຮັດໃຫ້ເຮົາເປັນຄົນທີ່ມັກເລື່ອງປະຫວັດສາດ.

ຈຸດເລີ່ມຕົ້ນໃນການສ້າງເພຈທັງສອງ SNAE DESIGN ແລະ SNAE HISTORY ຂໍອະນຸຍາດເລົ່າແບບກະທັດຮັດເດີ, ເພາະເລື່ອງມັນຍາວຫຼາຍ.

SNAE DESIGN ເກີດຂຶ້ນມາໄດ້ຍ້ອນການຕັດສິນໃຈຢ່າງເດັດຂາດແລ້ວວ່າຈະບໍ່ກັບໄປເຮັດວຽກປະຈຳອີກແລ້ວ, ໂດຍສ່ວນຕົວບໍ່ໄດ້ມີອັກຄະຕິຫຍັງກັບວຽກປະຈຳ, ພຽງແຕ່ເຮົາບໍ່ມັກຊື່ໆການທີ່ຈະຖືກຕີກອບວ່າສິ່ງນີ້ຜິດ ແລະ ສິ່ງນັ້ນຖືກ. ມັນເປັນການທຳລາຍຄວາມຄິດສ້າງສັນຂອງເຮົາ, ເຮົາເລີຍເລືອກທີ່ຈະບໍ່ຢູ່ໃນກອບອີກຕໍ່ໄປເທົ່ານັ້ນ. ຫຼັງຈາກອອກວຽກປະຈຳແລ້ວກໍມາເຮັດ SNAE DESIGN ຂໍຍອມຮັບວ່າຕອນເລີ່ມທຳອິດແມ່ນລຳບາກຫຼາຍ, ແຕ່ເຮົາກໍມີຄວາມສຸກ ແລະ ເຄົາລົບໃນຄວາມກ້າຫານຂອງຕົນເອງທີ່ເລືອກທາງນີ້. ເລີ່ມກາຍເປັນທີ່ຮູ້ຈັກຂອງຄົນໃນສັງຄົມຫຼາຍຂຶ້ນຍ້ອນເຮົາເອົາຮູບສາມນາງໃນເງິນ 1000 ກີບມາພິມໃສ່ເສື້ອຍືດຂາຍ.

SNAE HISTORY ດ້ວຍເປັນຄົນມັກອ່ານເລື່ອງປະຫວັດສາດຢູ່ແລ້ວຈຶ່ງມີຂໍ້ມູນຫຼາຍ, ກ່ອນໜ້ານີ້ເຄີຍໂພສໃນເຟສສ່ວນຕົວ, ແຕ່ຮູ້ສຶກຄົນອ້ອມຂ້າງບໍ່ມີໃຜເຂົ້າໃຈໃນສິ່ງທີ່ເຮົາຢາກສື່ສານເລີຍມາຕັ້ງເປັນເພຈໃຫ້ເປັນກິດຈະລັກສະນະ. ຕອນເຮັດທຳອິດບໍ່ເຄີຍຈະຄິດວ່າຈະມີຜູ້ຕິດຕາມຫຼາຍຄືໃນປັດຈຸບັນ. ຈຸດປະສົງແມ່ນຢ່ງໜ້ອຍສຸດກະຂໍໃຫ້ມັນເປັນບ່ອນເກັບຂໍ້ມູນເພື່ອເວລາຢາກໄດ້ຫຍັງກະໄປຊອກຄືນໃນນັ້ນ. ແຕ່ກະຕ້ອງຂອບໃຈທີ່ມີຄົນມັກໃນສິ່ງທີ່ເຮົາເຮັດ, ເປັນຍ້ອນທີ່ເຮົາມັກອ່ານນີ້ລະເວລາທີ່ເຮົາຄິດອອກແບບຫຍັງມັນກໍເລີຍມີຄັງຂໍ້ມູນໃນຫົວທີ່ສາມາດເບີກອອກມານຳໃຊ້ກັບງານອອກແບບຕ່າງໆໄດ້ໃນເວລາຈຳເປັນ.

ອ່ານຕື່ມ:  ຍ້ອນຢາກໃຫ້ຝັນເປັນຈິງ ເລີຍເລືອກຮຽນການສະແດງ "ສີລາ" ແຊຣ໌ປະສົບການຄົ້ນຫາໂຕເອງຢູ່ ມ. ກຸງເທບ

ສິ່ງທີ່ເຮັດຫຼົງຮັກໃນການຄົ້ນຄວ້າປະຫວັດສາດລາວ ແລະ ການຊອກຫາຂໍ້ມູນພວກນີ້ມາໄດ້ຍ້ອນວ່າເຮົາເປັນຄົນມັກຄວາມຄິດ, ມັກສັງເກດສິ່ງອ້ອມກາຍ ແລະ ຫາຄຳຕອບວ່າເປັນຫຍັງຈຶ່ງເປັນແບບນັ້ນ, ທຸກສິ່ງທຸກຢ່າງມັນມີເຫດປັດໄຈຂອງມັນ. ອາດເປັນຍ້ອນປະຫວັດສາດມັນອະທິບາຍເລື່ອງພວກນີ້ໄດ້ກໍເລີຍມັກ, ແຕ່ເຮົາກໍ່ບໍຄວນອ່ານປະຫວັດສາດແຕ່ເຫຼັ້ມດຽວ, ຂໍ້ມູນພວກນີ້ຫາອ່ານໄດ້ຕາມຫໍສະໝຸດ, ບາງສ່ວນກະຊື້ໜັງສືມາອ່ານ, ຖ້າເປັນປື້ມຫາຍາກແດ່ກ່ຽວກັບລາວກະສາມາດອ່ານຜ່ານ Website ຫໍສະໝຸດຕ່າງໆໄດ້ (ດຽວຈະຖິ້ມລິ້ງເວັບໄຊ້ທີ່ມັກເຂົ້າໄປອ່ານປະຈໍາໄວ້ທ້າຍໂພສໃຫ້.

ຄວາມໝາຍກ່ຽວກັບອິນໂທຣທີ່ຂຶ້ນໄວ້ໜ້າເພຈ SNAE DESIGN

“ນຸ່ງຜ້າລາຍ ໝາເຫົ່າ” ເປັນສຳນວນບູຮານລາວແປວ່າ: ເວລາເຮັດອີ່ຫຍັງທີ່ແຕກຕ່າງຈາກຄົນອື່ນໃນຕອນທໍາອິດມັກຈະຖືກວິພາກວິຈານ ແລະ ຕໍ່ຕ້ານສະເໝີ. ເປັນເລື່ອງທີ່ມີມາແຕ່ບູຮານນະການແລ້ວ, ແຕ່ເໜືອສິ່ງອື່ນໃດເມື່ອເຮົາຮູ້ໃນໃຈເຮົາແລ້ວວ່າເຮົາເຮັດສິ່ງທີ່ຖືກຕ້ອງແລ້ວກໍບໍ່ຈໍາເປັນຕ້ອງໄປສົນໃຈ ແລະ ເຮັດວຽກຂອງເຮົາຕໍ່ໄປດີກວ່າ.

ຄວາມໝາຍກ່ຽວກັບອິນໂທຣທີ່ຂຶ້ນໄວ້ໜ້າເພຈ SNAE HISTORY

“ປະຫວັດສາດ ເຮັດໃຫ້ຄົນສະຫຼາດ ແລະ ບໍ່ເຮັດຜິດພາດໃນເລື່ອງເກົ່າ” ໂຕນີ້ຕາມຫົວຂໍ້ເລີຍເພາະຈຸດປະສົງຫຼັກໆຂອງການຮຽນປະຫວັດສາດກໍເພື່ອສິ່ງນີ້ລະ, ອັນໃດທີ່ເປັນປະໂຫຍດກໍເອົາມານໍາໃຊ້. ແຕ່ອັນໃດທີ່ເວົ້າແລ້ວຜິດກັນສຶກສາໄດ້ແຕ່ກໍ່ບໍ່ຄວນເອົາມາເວົ້າຫຼາຍ.

ແຮງບັນດານໃຈໃນການອອກແບບທີ່ມີເອກະລັກລາຍນາກຄູ່ ແລະ ຮູບແບບງານທີ່ມີເອກະລັກຄວາມເປັນລາວ. ເຮົາຄິດວ່າຄົນທີ່ຄວນຮູ້ຈັກເມືອງລາວດີທີ່ສຸດກະຄືຄົນລາວ ແລະ ເຮົາກໍຢາກເປັນຄົນໆນັ້ນ. ແທນທີ່ຈະເອົາຄວາມຮູ້ໄປຂຽນເປັນປື້ມ ຫຼື ບົດຄວາມຢ່າງດຽວ, ເປັນຫຍັງ? ເຮົາຄືບໍ່ລອງເອົາມັນມາປະສານເຂົ້າກັບອາຊີບນັກອອກແບບກຣາຟິກທີ່ເຮົາເຮັດ. ສຸດທ້າຍກໍເລີຍກາຍເປັນກຣາຟິກສະຕາຍລາວໆ ແລະ ມີຄວາມຍ້ອນຍຸກນໍາແບບທີ່ທຸກຄົນເຫັນ.

ຄວາມເປັນໄປເປັນມາໃນການໄດ້ນໍາໃຊ້ລິຂະສິດສາມນາງທີ່ມີຢູ່ໃນຕໍານານເງິນໃບຄວາຍ (ໃບພັນກີບ). ຄໍາຖາມນີ້ເປັນຄໍາຖາມທີ່ມີຄົນຖາມເຮົາຫຼາຍທີ່ສຸດ ແລະ ເຮົາຂໍອະນຸຍາດບໍ່ຕອບຍືດຍາວ, ເຮົາບອກໄດ້ແຕ່ພຽງວ່າ “ເຮົາໄດ້ເຮັດທຸກຢ່າງຖືກຕ້ອງທັງຕາມຫຼັກກົດໝາຍ ແລະ ຈະລິຍະທຳແລ້ວ, ບໍ່ມີໃຜໄດ້ຮັບຄວາມເດືອດຮ້ອນ ຫຼື ອັບປະໂຫຍດໃນສິ່ງທີ່ພວກເຮົາເຮັດຢ່າງແນ່ນອນ”.

ຄວາມທ້າທາຍຂອງການຄົ້ນຄວ້າຂໍ້ມູນເກົ່າທີ່ມີບໍ່ຫຼາຍເພາະໜັງສືເກົ່າໆທີ່ໜ້າສົນໃຈແມ່ນບໍ່ຖືກນໍາເອົາມາຕີພິມຊໍ້າ, ເຫຼືອພຽງແຕ່ຫົວຂາດໆເກົ່າໆ. ຕ່າງຈາກປະເທດເພື່ອນບ້ານທີ່ມີໜັງສືກ່ຽວກັບປະຫວັດສາດຫຼາຍ, ອາດເປັນຍ້ອນເຂົາມີນັກຄົ້ນຄວ້າຫຼາຍ.

ສ່ວນບ້ານເຮົາເຂົ້າໃຈວ່າທຸກຄົນບໍ່ໄດ້ໃຫ້ຄວາມສໍາຄັນກັບເລື່ອງນີ້ຍ້ອນວຸ່ນກັບການຫາລ້ຽງປາກລ້ຽງທ້ອງຫຼາຍກວ່າ. ໜັງສືທີ່ເປັນແນວສອນລວຍໃນລາວຈະເຫັນຫຼາຍ, ແຕ່ໂດຍສ່ວນໂຕແລ້ວເຮົາຈະມັກອ່ານແນວສີລະປະ – ວັດທະນະທຳ (ກ່ຽວກັບປະຫວັດສາດ) ແລະ ອີ່ຫຍັງທີ່ກ່ຽວກັບລາວຫຼາຍກວ່າ.

ຖ້າໃຜອ່ານມາຮອດບັນທັດນີ້ເຮົາຂໍຍໍມືນົບສາມບາດ, ສຸດທ້າຍຢາກຝາກໄວ້ວ່າເຮົາກໍເປັນພຽງຄົນທຳມະດາຄົນໜຶ່ງ, ທີ່ບໍ່ໄດ້ວິເສດວິໂສກວ່າໃຜ, ບໍ່ກ້າໄປສອນໃຜ. ແຕ່ເຮົາມີຄວາມເຊື່ອພຽງວ່າອັນໃດທີ່ເຮົາເຮັດໄປແລ້ວມັນບໍ່ແມ່ນ, ເຮົາກໍຄວນມີຄວາມກ້າທີ່ຈະປ່ຽນແປງ. ບໍ່ມີທາງໃດຖືກ ຫຼື ຜິດ ມີພຽງທາງທີ່ເລືອກກັບບໍ່ເລືອກກໍ່ເທົ່ານັ້ນເອງ, ແຕ່ເຮົາບໍ່ເຄີຍເສຍໃຈທີ່ເຮົາເລືອກທາງນີ້.

ອ່ານຕື່ມ:  ນັກກີລາຢິມນາສຕິກຄົນທຳອິດຂອງລາວໃນ Olympics ພາມາຮູ້ຈັກ ແພຣວາ ມິຊາໂຕະ ພິລາພັນເດຊ

ໃຜທີ່ຢາກຮຽນຮູ້ກ່ຽວກັບປະຫວັດສາດ ແລະ ມັກການອອກແບບລວດລາຍທີ່ອີງຈາກຄວາມເປັນລາວແບບເກົ່າສາມາດເຂົ້າໄປຕິດຕາມໄດ້ເດີທີ່ເພຈ SNAE DESIGN ແລະ SNAE HISTORY.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

ດ້ວຍຄວາມຮັກໃນການອອກກຳລັງກາຍ ສູ່ການສ້າງ Pele Fitness Club ເພື່ອສົ່ງຕໍ່ແຮງບັນດານໃຈໃຫ້ທຸກຄົນຫັນມາຮັກສາສຸຂະພາບ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.