ໜ້າຫຼັກ Muan.la - ສາລະບັນເທີງ The Interview ແລ່ນແນວໃດໃຫ້ໄດ້ໃຈຄົນທົ່ວໂລກ? ຊວນລົມກັບ ສິລິນາ ນັກແລ່ນລານລາວໃນ Olympics 2024
The Interview

ແລ່ນແນວໃດໃຫ້ໄດ້ໃຈຄົນທົ່ວໂລກ? ຊວນລົມກັບ ສິລິນາ ນັກແລ່ນລານລາວໃນ Olympics 2024

ແບ່ງປັນ
Getting your Trinity Audio player ready...

ສີລິນາ ພະອາໄພ ຫຼື ຫມິວ, ອາຍຸ 28 ປີ ພື້ນຖານເປັນຄົນປາກເຊ. ຫມິວເປັນນັກກີລາແລ່ນ-ລານ ໄລຍະສັ້ນ 100-200 ແມັດ, ຈຸດເລິ່ມຕົ້ນຂອງການເປັນນັກກີລາແລ່ນ-ລານ ຂອງຫມິວແມ່ນເລິ່ມແຕ່ປີ 2010. ປະມານອາຍຸໄດ້ 12 ປີ ພໍ່ຂອງຫມິວໄດ້ພາໄປແລ່ນຂ້າມຂົວນ້ຳຂອງປາກເຊເກືອບທຸກມື້,ແລ່ນບໍ່ໄດ້ກໍຍ່າງ ແລະ ຄ່ອຍໆແລ່ນຈົນສາມາດແລ່ນ ໄປ-ກັບ ຂົວນັ້ນໄດ້. ພໍຫມິວອາຍຸໄດ້ 14 ປີ ກໍໄດ້ມີໂອກາດເຂົ້າໄປຄັດເລືອກ ແລະ ຜ່ານເປັນນັກກີລາ. ຕໍ່ມາກໍໄດ້ຮັບການເຝິກຊ້ອມຢ່າງໜັກມາໂດຍຕະຫຼອດ, ພໍຮອດປີ 2017 ຫມິວກໍໄດ້ຕິດທີມຊາດລາວ ແລະ ໃນທີ່ສຸດສິ່ງທີ່ພະຍາຍາມມາກໍສຳເລັດ. ຫມິວຍັງເລົ່າໃຫ້ຟັງວ່າ: ພໍ່ແມ່ນຜູ້ທີ່ເປັນກຳລັງໃຈໃຫ້ ແລະ ສະໜັບສະໜູນຫມິວຕະຫຼອດມານັ້ນເອງ.

ກ່ອນທີ່ຈະໄດ້ໄປຮ່ວມການແຂ່ງຂັນຕ້ອງເຮັດຫຍັງແດ່? ແລະ ວິທີກຽມໂຕ.

ຫມິວ: ການກຽມພ້ອມໃນການແຂ່ງຂັນ ຫມິວເອງແມ່ນຈະຕ້ອງໄດ້ເຂົ້າສູນເກັບໂຕ ເພື່ອເຝິກຊ້ອມແບບເຂັ້ມຂຸ້ນຕື່ມ (ແຕ່ທີ່ຜ່ານມາແມ່ນກໍໄດ້ເຝິກຊ້ອມໜັກແບບປົກກະຕິ ເພື່ອສ້າງຄວາມຄຸ້ນເຄຍກຽມຄວາມພ້ອມໃຫ້ຮ່າງກາຍເພື່ອທົນຕໍ່ການຊ້ອມແບບໜັກຢ່າງເຂັ້ມຂຸ້ນໄດ້). ໃນໄລຍະ 3 ເດືອນກ່ອນແຂ່ງຂັນ ເພື່ອກະກຽມເຂົ້າຮ່ວມແຂ່ງຂັນໃນກີລາໂອແລມປິກ ຫມິວເອງຕ້ອງໄດ້ຜ່ານການແຂ່ງຂັນລະດັບພາກພື້ນຫາອາຊີ, ກີລາລະດັບຊາດ, ກີລາຊີເກມ, ເອຊຽນເກມ, ຊິງແຊ້ມອາຊີ, ຊິງແຊ້ມໂລກ ເພື່ອໃຫ້ຄະແນນສູງຂື້ນຈຶ່ງເຂົ້າສູ່ ການແຂ່ງຂັນກີລາໂອລິມປິກ 2024 ນີ້ໄດ້.

ຮູບພາບຈາກ: Martin Meissner/AP

ປະເດັນຮ້ອນເລີຍທີ່ຄິດວ່າຫຼາຍໆຄົນຢາກຮູ້ຄື: ຄວາມຮູ້ສຶກໃນຂະນະການແຂ່ງຂັນທີ່ເຫັນນັກກີລາຈາກ South Sudan ລົ້ມລົງໃນລະຫວ່າງການແຂ່ງຂັນ ແລະ ການຕັດສິນໃຈເຂົ້າໄປຊ່ວຍເຫຼືອ​.

ຫມິວ: ຂໍອະນຸຍາດເລົ່າແຕ່ຕອນເລີ່ມການແຂ່ງຂັນເລີຍເດີ, ໃນເວລາທີ່ກຳມະການໃຫ້ລອງບລັອກສະຕາດ, ເຂົ້າປະຈຳທີ່ ແລະ ປ່ອຍໂຕນັກກິລາ ຈະມີ 1 ຄົນອອກຟາວ ຫຼັງແລ່ນໄດ້ 10 ແມັດປາຍ, ເຮັດໃຫ້ໄດ້ແລ່ນໃໝ່ອີກ 1 ຄັ້ງ. ໃນຕອນແລ່ນແຂ່ງຂັນຄັ້ງທີ 2 ແມ່ນທຸກຄົນເຮັດສຸດຄວາມສາມາດເລີຍ, ອອກໂຕກັນສຸດແຮງທີ່ມີ ທຸກຄົນໄປໄດ້ປະມານ 40 ແມັດ. ຫມິວຢູ່ເລນ 2, ໄດ້ສັງເກດເຫັນນັກກິລາຢູ່ເລນ 1 ແລ່ນຊ້າລົງ ແລະ ຫມິວແລ່ນກາຍ, ຕອນນັ້ນເອງສາຍຕາໄດ້ເຫຼືອບແນມທາງຂ້າງ ໄດ້ເຫັນວ່ານັກກິລາຈາກ South Sudan ລົ້ມລົງ, ເຮົາບໍ່ສາມາດທີ່ຈະຢຸດໄດ້ໃນເວລານັ້ນ ເພາະເຮົາຕ້ອງເຮັດເວລາໃຫ້ດີທີ່ສຸດ ເພື່ອຊາດເຮົາ, ສະນັ້ນຕ້ອງທຸ້ມສຸດແຮງໄປຮອດເສັ້ນໄຊ

ອ່ານຕື່ມ:  ກ້າທີ່ຈະເປັນໂຕເອງ "ດອນ" ກັບບົດ "ນວນ" ໃນ ສຸກໃຈ the Series ຄັ້ງທຳອິດຂອງຊີຣີສ໌ລາວທີ່ນຳສະເໜີ Nonbinary

ຈາກນັ້ນ ຈື່ງກັບມາຖາມກຳມະການທີ່ເສັ້ນໄຊວ່າ ສາມາດກັບໄປໄດ້ບໍ? ພໍເພີ່ນອະນຸຍາດເຮົາຈື່ງກັບໄປເບິ່ງລາວ ແລະ ສັງເກດເຫັນວ່າເປັນຍ້ອນກ້າມກົກຂາເບື້ອງດ້ານຫຼັງ ດ້ວຍຄວາມຕົກໃຈ ກໍເລີຍເອີ້ນແພດສະໜາມ. ຫມິວໄດ້ປົດເກີບຂອງລາວອອກກ່ອນ ລໍຖ້າແພດມາ ເພາະເປັນບ່ອນເຈັບທີ່ຕ້ອງໄດ້ລະວັງທີ່ສຸດ, ເຮົາຮູ້ສຶກໄດ້ເລີຍວ່າຕອນນັ້ນລາວຮ້ອງໄຫ້ ດ້ວຍຄວາມເຈັບປວດ ແລະ ເສຍໃຈຫຼາຍ. ທີ່ຄັ້ງໜຶ່ງໃນຊີວິດໄດ້ມາແລ່ນໃນລະດັບໂລກຢ່າງກີລາໂອແລມປິກນີ້ ພັດຊ້ຳມາເກີດເຫດແບບນີ້, ຫມິວເລີຍໄດ້ປອບໃຈ ດ້ວຍການໃຫ້ກຳລັງໃຈ ໃຫ້ລາວສູ້ ແລະ ແລ້ວແພດສະໜາມກໍມາຮອດພ້ອມກັບເປ ຫມິວຈຶ່ງເບິ່ງລາວ ແລະ ເອົາເກີບໃຫ້ແພດຖືໄປໃຫ້ລາວພ້ອມ.

ຫຼັງຈາກນັ້ນຈຶ່ງໄດ້ຍ່າງອອກມາພ້ອມໝູ່ອີກຜູ້ໜຶ່ງ, ໃນຄວາມຮູ້ສຶກຫມິວ ແມ່ນເສຍດາຍແທນລາວຫຼາຍ ແລະ ໃນເວລາດຽວກັນນັ້ນ ຫມິວໄດ້ຫັນກັບມາເຫັນເວລາສະຖິຕິທີ່ເຮັດໄດ້ ກໍດີໃຈຫຼາຍ ເພາະເວລາທີ່ເຮັດໄດ້ແມ່ນ 12″45′ ວິນາທີ.

FB: Silina Phaaphay

ຮູ້ສຶກແນວໃດທີ່ແຟນກີລາຊາວລາວບອກວ່າບໍ່ໄດ້ຫຼຽນບໍ່ເປັນຫຍັງ ເພາະຊະນະໃຈຄົນທົ່ວໂລກໄປແລ້ວ.

ຫມິວ: ຫຼັງຈາກເຫັນຂ່າວແລ້ວ ຫມິວດີໃຈຫລາຍ ໃນສິ່ງທີ່ເຮົາໄດ້ຊ່ວຍໝູ່ໃນການແຂ່ງຂັນ ດ້ວຍຄວາມຮູ້ສຶກທີ່ວ່າເຮົາເປັນນັກກີລານຳກັນເທົ່ານັ້ນຈະເຂົ້າໃຈດີ, ສິ່ງທີ່ຫມິວເຮັດມັນຍັງສ້າງໃຫ້ຄົນລາວເຮົາດີໃຈ ແລະ ພູມໃຈຂະໜາດນີ້, ຫມິວເອງກໍດີໃຈທີ່ໄດ້ເປັນຕົວແທນເຮັດໃຫ້ຜູ້ຄົນຮູ້ຈັກປະເທດລາວ ແລະ ນ້ຳໃຈຄົນລາວຫຼາຍຂຶ້ນຕື່ມອີກ.

ຖ້າບໍ່ໄດ້ເປັນນັກກີລາແລ່ນ-ລານ ສິ່ງທີ່ຫມິວຢາກເຮັດຮອງລົງມາແມ່ນຫຍັງ?​

ຫມິວ: ຖ້າບໍ່ໄດ້ເປັນນັກກີລາແລ່ນ ຫມິວຢາກເຮັດວຽກໃນດ້ານການຊ່ວຍເຫຼືອຜູ້ສູງອາຍຸ, ທີ່ບໍ່ສາມາດຊ່ວຍເຫຼືອໂຕເອງໄດ້. ເພາະບາງຄົນກໍບໍ່ມີລູກຫຼານດູແລ ຫຼື ເບິ່ງແຍງ, ເພາະຕອນຍັງນ້ອຍ ຫມິວເຄີຍໄດ້ອອກໄປເຂດນອກ ແລະ ເຫັນເຫດການໜຶ່ງທີ່ແມ່ຍິງສູງອາຍຸ ຢູ່ຕູບນ້ອຍໆຄົນດຽວ ຄົນໃນໝູ່ບ້ານຊ່ວຍເອົາອາຫານໃຫ້ບາງຄັ້ງ ເຊິ່ງລູກຫຼານເພີ່ນແມ່ນໄປເຮັດວຽກຢູ່ປະເທດອື່ນ ແລະ ຂາດການຕິດຕໍ່ຕະຫຼອດມາ ສິ່ງນີ້ມັນເຮັດໃຫ້ກະທົບຈິດໃຈເຮົາຫຼາຍ.

ເປົ້າໝາຍທີ່ໃຫຍ່ທີ່ສຸດຂອງຫມິວ​ແມ່ນຫຍັງ?

ຫມິວ: ທຸກຄົນແມ່ນມີເປົ້າໝາຍໃນຊີວິດເນາະ, ຂອງຫມິວເອງແມ່ນສາມາດເຮັດເວລາ 100 ແມັດ ໃຫ້ໄດ້ໃນ 11 ວິນາທີ ໃຫ້ກັບປະເທດລາວເຮົາ, ອີກຢ່າງໜຶ່ງແມ່ນຢາກຮຽນຕໍ່ປະລິນຍາໂທ ສາຂາສັງຄົມສົງເຄາະກ່ຽວກັບການດູແລຜູ້ສູງອາຍຸ ແລະ ທີ່ໃຫຍ່ສຸເລີຍ ແມ່ນຢາກສ້າງສູນດູແລຜູ້ສູງອາຍຸ.

ອ່ານຕື່ມ:  ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ

ໂດຍ: ທີມບັນນາທິການ Muan​

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.