ໜ້າຫຼັກ Muan.la - ສາລະບັນເທີງ The Interview ທຸກຄວາມລົ້ມເຫຼວຄືສ່ວນປະສົມຂອງຄວາມສຳເລັດ ນັດດາ ເລົ່າບັນຫາສຸຂະພາບຈິດຜ່ານຕົວລະຄອນໃນ ສຸກໃຈ It’s Okay the series
The Interview

ທຸກຄວາມລົ້ມເຫຼວຄືສ່ວນປະສົມຂອງຄວາມສຳເລັດ ນັດດາ ເລົ່າບັນຫາສຸຂະພາບຈິດຜ່ານຕົວລະຄອນໃນ ສຸກໃຈ It’s Okay the series

ແບ່ງປັນ
Getting your Trinity Audio player ready...

ຫຼາຍໆຄົນຄົງຄຸ້ນເຄຍ ແລະ ຕ້ອງເຄີຍໄດ້ຟັງເພງຂອງນັກຮ້ອງສາວຄົນນີ້ “ນັດດາວ ທອນບັນດິດ”(Nutdao Thonebundit), ປັດຈຸບັນອາຍຸ 22 ປີ, ແຕ່ທຸກຄົນຮູ້ບໍ່ວ່າລາວບໍ່ໄດ້ພຽງແຕ່ຮ້ອງເພງ, ແຕ່ຍັງມີອາຊີບເປັນແມ່ຄ້ານຳອີກ, ຖືວ່າເປັນຄົນທີ່ບໍ່ເຄີຍຢຸດພັກ ແລະ ເຮັດຫຍັງຫຼາຍຢ່າງອີຫຼີ່.


ອີກບົດບາດໜຶ່ງທີ່ບໍ່ເວົ້າເຖິງເລີຍແມ່ນບໍ່ໄດ້, ເພາະເປັນປະເດັນຫຼັກທີ່ມ່ວນຈະເລົ່າໃຫ້ຟັງສຳລັບມື້ນີ້ກໍຄື ການເປັນໜຶ່ງໃນນັກສະແດງ ສຸກໃຈ It’s Okay the series ຂອງນັດດາວ, ເຊິ່ງມັນໄດ້ມີຄວາມທ້າທາຍຫຼາຍເພາະໄດ້ຮັບບົດເປັນຄົນທີ່ມີສະພາວະອາການຂອງ ”Panic disorder ຫຼື ໂລກວິຕົກກັງວົນ” ບົດບາດສຳຄັນໃນການຊ່ວຍຖ່າຍທອດບັນຫາສຸຂະພາບຈິດ.


ນັດດາວ ໄດ້ຮັບບົດເປັນ ດາ ໃນຊີຣີສ໌ ສຸກໃຈ ຜູ້ທີ່ມີຄວາມໂດດເດັ່ນ ແລະ ໝັ້ນໃຈໃນຕົວເອງ, ມັກຮັກໃນການຮ້ອງເພງແຕ່ມີເຫດບາງຢ່າງທີ່ບໍ່ຄາດຄິດເຮັດໃຫ້ເກີດອາການວິຕົກກັງວົນ. ສຳລັບບົດບາດນີ້ຖືວ່າມີຄວາມທ້າທາຍຫຼາຍເພາະຕ້ອງໄດ້ຫຼິ້ນເລື່ອງການໃຊ້ອາລົມດຣາມ່າຢ່າງໜັກ. ພໍນັດດາວໄດ້ຮັບຟັງເນື້ອຫາ ແລະ ບົດບາດນີ້ກໍຮູ້ສຶກວ່າມັກ ແລະ ຢາກລອງ, ເພາະເປັນສິ່ງທີ່ບໍ່ເຄີຍເຮັດມາກ່ອນ.


ຕົວລະຕອນດານັ້ນຈະມີອາການວິຕົກກັງວົນ, ແຕ່ກໍຍັງມີຈຸດແຂງຄືມີຄວາມກ້າຫານ ແລະ ຕ້ອງການທີ່ຈະຕໍ່ສູ້ໃນໃຈເລິກໆ, ເພື່ອຄວາມຮັກຂອງລາວທີ່ມີຕໍ່ຄອບຄົວ, ນັ້ນກໍຄື ເອື້ອຍສາ ຈຶ່ງເຮັດໃຫ້ດາສູ້ ແລະ ກ້າວຜ່ານມັນໄປໄດ້.


ນັດດາວໄດ້ແບ່ງປັນວິທີການສັງເກດອາການຂອງໂລກວິຕົກກັງວົນ ແລະ ໃຫ້ກຳລັງໃຈຄົນທີ່ກຳລັງພົບບັນຫາຢູ່ໃນຂະນະນີ້.
“ອາການໂລກແພນິກໃນເບື້ອງຕົ້ນແມ່ນຈະມີອາການໃຈສັ່ນ, ມືເຢັນ, ຕາມືດມົວ, ຫາຍໃຈບໍ່ທົ່ວທ້ອງ, ມືສັ່ນ, ໂຕສັ່ນ ແລະ ບາງເຄສອາດຈະເຖິງຂັ້ນໂຕແຂງເລີຍ. ເວລາທີ່ເຈິສະຖານະການທີ່ກະທົບຕໍ່ຈິດໃຈ ຫຼື ເຫດການທີ່ບໍ່ໂອເຄຕໍ່ໂຕເອງ ຫຼື ຕອນທີ່ຄິດເຖິງເລື່ອງທີ່ກັງວົນ ແລະ ຢ້ານກົວຢູ່.

ຖ້າຫາກມີອາການຢ່າງໃດຢ່າງໜຶ່ງໃນນີ້, ສິ່ງທີ່ຄວນເຮັດເບື້ອງຕົ້ນຄືປຶກສາໝໍເປັນອັນດັບທຳອິດ ແລະ ຢາກບອກທຸກຄົນວ່າ ທຸກຄວາມລົ້ມເຫຼວຄືສ່ວນປະສົມຂອງຄວາມສໍາເລັດ, ເຈົ້າເກັ່ງທີ່ສຸດແລ້ວເດີ ແລະ ຢາກບອກກັບຄົນທີ່ຕົກຢູ່ໃນສະຖານະການນີ້ວ່າທຸກບັນຫາມີທາງອອກສະເໝີ

ອ່ານຕື່ມ:  ຢ່າເອົາແຕ່ໂທດຕົວເອງ ເຈົ້າກຳລັງບໍ່ຮັກຕົວເອງຢູ່ແມ່ນບໍ? ສັງເກດພຶດຕິກຳເຈົ້າເລີຍ

” ນັດດາວໄດ້ກ່າວໄວ້.


ສຸດທ້າຍແລ້ວຂໍຝາກຜົນງານຂອງນັດດາວໄວ້ເພື່ອໃຫ້ທຸກຄົນໄດ້ໄປຕິດຕາມຕໍ່ໃນຊີຣີສ໌ເລື່ອງ ສຸກໃຈ It’s Okay the series. ໄປເປັນກໍາລັງໃຈໃຫ້ທຸກຕົວລະຄອນໃນຊີຣີສ໌ແດ່ເດີ ແລະ ຝາກຕິດຕາມຜົນງານໃໝ່ທີ່ນັດດາວຈະປ່ອຍໄວໆນີ້ທີ່ຊອ່ງ YOUTUBE NUTDAO ຂອບໃຈທຸກຄົນ.


ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.