ໜ້າຫຼັກ Muan.la - ສາລະບັນເທີງ The Interview Imel ສ້າງສີສັນແປກໃໝ່ ໃນເພງ Trust issues ດ້ວຍດົນຕີສະໄຕລ໌ City Pop
The Interview

Imel ສ້າງສີສັນແປກໃໝ່ ໃນເພງ Trust issues ດ້ວຍດົນຕີສະໄຕລ໌ City Pop

ແບ່ງປັນ
Getting your Trinity Audio player ready...

ມ່ວນຄິດວ່າຫຼາຍໆຄົນຄົງຢາກທີ່ຈະຮູ້ຈັກກັບສາວນ້ອຍສຽງຫວານຄົນນີ້ແນ່ນອນເລີຍ ເພາະເພງຂອງລາວຖືວ່າ Hit ຕິດກະແສສຸດໆ ແລະ ອົດທີ່ຈະແພງກັບຄວາມໜ້າຮັດສົດໃສນີ້ບໍ່ໄດ້, ທັງແນວເພງທີ່ສົດໃໝ່ບໍ່ຄືໃຜຕາມມາດ້ວຍເອກະລັກຂອງສາວນ້ອຍຄົນນີ້ Imel (ໄອເມລ) ຫຼື ດອນມະນີ ເທບມຸງຄຸນ ປັດຈຸປັດອາຍຸ 20 ປີ, ກຳລັງສຶກສາຢູ່ສະຖາບັນສຸດສະກະ.

ຕົວຕົນຂອງໄອເມລເປັນຄົນແປກຄົນໜຶ່ງ, ມັກເຮັດມັກເວົ້າຫຍັງແປກໆ ແລະ ເປັນຄົນອາລົມປ່ຽນງ່າຍແຮງ, ຢູ່ນິ່ງບໍ່ຄ່ອຍເປັນ, ມັກຊອກຫຍັງເຮັດຕະຫຼອດເວລາ ແລະ ມັກການຮຽນຮູ້ສິ່ງໃໝ່ໆ. ເວລາວ່າງກໍມັກຟັງເພງ, ຫຼິ້ນກີຕ້າ-ຮ້ອງເພງ, ເບິ່ງໜັງ, ແຕ້ມຮູບ ແລະ ຫຼິ້ນເກມ.

“ຈຸດເລີ່ມຕົ້ນໃນການມາເປັນນັກຮ້ອງຂອງໄອເມລ ຍ້ອນເປັນຄົນທີ່ມັກດ້ານດົນຕີຕັ້ງແຕ່ນ້ອຍເລີຍ ເພາະຄອບຄົວມັກດ້ານນີ້ ແລະ ຈຸດເລີ່ມຕົ້ນທີ່ຢາກຮ້ອງເພງຢາກຫຼິ້ນດົນຕີກໍຍ້ອນຄົນໃນຄອບຄົວ, ຕັ້ງແຕ່ຈື່ຄວາມໄດ້ກໍເຫັນພໍ່ມັກຟັງເພງ-ຫຼິ້ນດົນຕີ. ໄອເມລຊຶມຊັບຈາກພໍ່ໃນດ້ານດົນຕີ, ຈົນມາຮອດຕອນມໍຕົ້ນກໍເລີ່ມຢາກທີ່ຈະຈິງຈັງເລີຍຂໍໃຫ້ພໍ່ສອນ ແຕ່ພໍ່ກໍບອກໃຫ້ໄປຮຽນນຳອ້າຍ ແລະ ອ້າຍກໍສອນແຕ່ພື້ນຖານໃຫ້ທີ່ເຫຼືອກໍຮຽນດ້ວຍຕົວເອງ ພໍເວລາຜ່ານໄປກໍຮູ້ສຶກວ່າພັດທະນາຂຶ້ນໃດ, ແຕ່ເປົ້າໝາຍໄອເມລແມ່ນຢາກເປັນສິນລະປິນ.

ເວລາຜ່ານໄປຈົນຮອດຕອນໃກ້ຈະຮຽນຈົບຢູ່ໆກໍມີສິລະປິນລາວ 2 ຄົນ ທີ່ເຮັດໃຫ້ຮູ້ສຶກຕົກໃຈແຮງ, ຈົນຮູ້ສຶກວ່ານີ້ແມ່ນຄົນລາວຫວາ? ເພາະທັງສອງກໍເປັນສິລະປິນທີ່ສ້າງແຮງບັນດານໃຈເຮັດໃຫ້ມີແຮງກຳລັງໃຈສຸດໆເລີຍໃນ Gen ຂອງໄອເມລ ແລະ ນັ້ນກໍຄື Tanu ແລະ Gomen.

ຕອນນັ້ນໄອເມລກໍບໍ່ທັນໄດ້ເລີ່ມເຮັດຫຍັງມີແຕ່ພັດທະນາການຮ້ອງຂອງຕົວເອງ, ຈົນຮຽນຈົບມັດທະຍົມແລ້ວຈະໄປຮຽນຕໍ່ ແຕ່ກໍດ້ວຍບັນຫາຫຼາຍໆຢ່າງສຸດທ້າຍກໍໄດ້ມາຢູ່ກັບອ້າຍ ແລະ ເອື້ອຍທີ່ເປັນພີ່ນ້ອງກັນ, ໄດ້ມາຮູ້ວ່າອ້າຍຂອງໄອເມລເປັນໝູ່ກັບ Gomen. ອ້າຍກໍແນະນຳໄອເມລໃຫ້ Gomen. ຮູ້ຈັກ ຕໍ່ມາກໍຮູ້ຈັກກັບ Just” ພວກເຮົາໄດ້ເລີ່ມຕົ້ນເຮັດເພງນຳກັນຈົນໄດ້ເປັນເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງ Imel ເພງນີ້ຈະເປັນແນວ City Pop ອອກແນວສົດໃສ ແລະ ກໍໄດ້ Gomen. ແລະ Just” ເຂົ້າມາເພີ່ມສີສັນໃຫ້ກັບເພງ” ໄອເມລໄດ້ເລົ່າໃຫ້ທີມງານມ່ວນຟັງ.

ໃນຕອນທຳອິດທີ່ປ່ອຍເພງທຸກຄົນແມ່ນຄິດວ່າແນວເພງຂອງໄອເມລຈະແມ່ນມາທາງສາຍ pop, ແຕ່ໄອເມລບອກວ່າເປັນຄົນທີ່ມັກເພງຫຼາຍແນວເລີຍ ແລະ ຢາກທີ່ຈະທ້າທາຍຕົວເອງ, ຢາກເຮັດທຸກແນວທີ່ຕົວເອງມັກ ແລະ ອອກມາເປັນແບບຂອງຕົວເອງໃຫ້ທຸກຄົນໄດ້ລອງຟັງ ເຊິ່ງໃນອະນາຄົດພວກເຮົາອາດຈະເຫັນໄອເມລໄດ້ເຮັດເພງແນວ pop rock, R&B ຫຼື Indie Pop ກໍໄດ້.

ອ່ານຕື່ມ:  MVIIZ ພ້ອມເສີບ ແຈກຄວາມຫວານສົດໃສ ໃນເພງ ຫວານ ນຳມາຮ້ອງໃໝ່ໃນສະໄຕລ໌ LPOP

ເປົ້າໝາຍຊີວິດໃນຕອນນີ້ຄືການໄດ້ລອງເຮັດໃນສິ່ງທີ່ມັກ, ໄດ້ລອງສິ່ງໃໝ່ໆທີ່ຕົວເອງຢາກເຮັດ ແລະ ຢາກເປັນຄົນທີ່ເວລາຄົນຄິດຫາສິລະປິນລາວຈະມີຊື່ Imel ໃນນັ້ນ. ແນວເພງຂອງໄອເມລທີ່ໄດ້ປ່ອຍອອກມາ ແລະ ຄິດວ່າມັນອາດຈະສ້າງຄວາມແປກໃໝ່ໃຫ້ແກ່ຄົນຟັງ, ເພາະດ້ວຍຄວາມທີ່ເປັນ City Pop ທີ່ເປັນເພງພາສາລາວ ແລະ ມັນອາດຈະສ້າງສີສັນແປກໃໝ່ໃຫ້ແກ່ເພງລາວເຮົາ.

ສຳລັບຜູ້ທີ່ເປັນແຮງບັນດານໃຈ ແລະ ແບບຢ່າງໃນດ້ານສະໄຕລ໌ດົນຕີຂອງໄອເມລ, ໃນສ່ວນນີ້ໄອເມລບອກວ່າຍັງບໍ່ສາມາດທີ່ຈະຕອບໄດ້ ເພາະວ່າຟັງເພງຫຼາຍຈົນບໍ່ຮູ້ວ່າຕົວເອງໄດ້ຈັບເອົາ Style ຂອງສິລະປິນໃດມາແດ່? ຂະໜາດມີຄົນຖາມວ່າມັກຟັງເພງແນວໃດກໍຍັງບໍ່ສາມາດຕອບໄດ້ຊັດເຈນ.

ໄອເມລໄດ້ເລົ່າໃຫ້ມ່ວນຟັງອີກວ່າ: “ຕັ້ງແຕ່ໄດ້ປ່ອຍເພງ Trust Issue ໄປສິ່ງທຳອິດທີ່ປ່ຽນໄປຄືເວລາອອກໄປຫຼິ້ນນຳໝູ່ ຫຼື ອ້າຍໆເອື້ອຍໆ, ດ້ວຍຄວາມທີ່ພວກເຂົາເປັນສິລະປິນກໍມັກຈະມີຄົນຂໍຖ່າຍຮູບແຕ່ຢູ່ໆກໍມີຄົນມາຂໍຖ່າຍໄອເມລ ເຊິ່ງບາງເທື່ອກໍງົງໆ ເອີ້ນເຮົາຫວາ? ອີຫຍັງປະມານນີ້, ແຕ່ກໍຮູ້ສຶກດີໃຈແຮງທີ່ມີຄົນຟັງ ແລະ ມີຄົນມັກເພງນີ້ ເພາະຕັ້ງໃຈເຮັດເພງນີ້ແຮງໃຊ້ເວລາກັບເພງນີ້ດົນສຸດໆກວ່າຈະໄດ້ປ່ອຍອອກມາໂດຍທີ່ບໍ່ຄິດວ່າຈະມີຄົນມັກ ແລະ ບໍ່ໄດ້ຄາດຫວັງຫຼາຍ. ພໍໄດ້ປ່ອຍຜົນງານເພງອອກໄປກໍຮູ້ສຶກຂອບໃຈ ແລະ ກໍດີໃຈທີ່ມີຄົນມັກຄົນຟັງຫຼາຍຂະໜາດນີ້”.

ສຸດທ້າຍນີ້ຂໍຝາກຜົນງານຫຼ້າສຸດ, ເພງ Trust issues (ຄອຍຖາມ) ແດ່ເດີ ແລະ ຝາກຕິດຕາມຜົນງານຕໍ່ໆໄປຂອງ Imel ແດ່ເດີອາດຈະມາໄວໆນີ້ ຂອບໃຈ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.