ໜ້າຫຼັກ Muan Specialty The Marketing Renaissance ຈຳນວນຜູ້ຕິດຕາມ ຈະບໍ່ສຳຄັນທີ່ສຸດອີກຕໍ່ໄປ ໃນວຽກການຕະຫຼາດ
The Marketing Renaissance

ຈຳນວນຜູ້ຕິດຕາມ ຈະບໍ່ສຳຄັນທີ່ສຸດອີກຕໍ່ໄປ ໃນວຽກການຕະຫຼາດ

ແບ່ງປັນ

ມີງານວິໄຈກ່ຽວກັບການຕະຫຼາດພົບວ່າ ບັນຊີທີ່ມີຜູ້ຕິດຕາມຫຼາຍເກີນໄປ ມັກຈະມີອັດຕາການມີສ່ວນຮ່ວມ ຫຼື Engagement Rate ຕ່ຳລົງ.

ຖ້າໃຜເຮັດວຽກການຕະຫຼາດຢູ່ໃນລາວມາຕັ້ງແຕ່ແຖວໆ ປີ 2010-2015 ຄົງຈະຍັງຈື່ກັນໄດ້ວ່າ ຈຳນວນຜູ້ຕິດຕາມ (Followers ຫຼືວ່າຄົນມາກົດໄລຄ໌ເພຈ) ທີ່ເປັນໜຶ່ງໃນມາດວັດຜົນລັບຂອງການເຮັດການຕະຫຼາດດິຈິຕອລນັ້ນ ຄັ້ງໜຶ່ງເຄີຍເປັນໂຕເລກທີ່ສຳຄັນທີ່ສຸດ ເພື່ອຊີ້ວັດຄວາມສຳເລັດໃນການສ້າງແບຣນດ໌ ຫຼື ທຸລະກິດ, ແຕ່ຕອນນີ້ ແນວຄິດນີ້ມັນໃຊ້ບໍ່ໄດ້ແລ້ວ.

ອັດຕາການມີສ່ວນຮ່ວມທີ່ຕ່ຳລົງ ສວນທາງການໂຕເລກຜູ້ຕິດຕາມ ຫຼື ຜູ້ທີ່ພົບເຫັນ ເພາະຜູ້ຕິດຕາມບໍ່ໄດ້ຮູ້ສຶກເຊື່ອມໂຍງກັບເນື້ອຫາທີ່ປ່ອຍອອກໄປຫຼາຍພໍ, ບໍ່ມີປະເດັນ ຫຼື ເນື້ອຫາທີ່ຂ້ອງກ່ຽວກັບວິຖີຊີວິດຂອງຜູ້ທີ່ຕິດຕາມ. ປີ 2021 ເຄີຍມີບົດລາຍງານມາແລ້ວຈາກ ​Later.com (ແພຼັດຟອມເຈົ້າໃຫຍ່ທີ່ໃຫ້ບໍລິຫານຈັດການຄຣີເອເຕີ) ທີ່ວິເຄາະຂໍ້ມູນຈຳນວນ 3.5 ລ້ານໂພສຕ໌ໃນ Instagram ວ່າການມີສ່ວນຮ່ວມຂອງ ບັນຊີສື່ສັງຄົມອອນໄລນ໌ທີ່ມີຜູ້ຕິດຕາມລະດັບ 100,000 – 500,000 ບັນຊີ ນັ້ນມີ ER. ຢູ່ທີ່ 1.5% ສ່ວນບັນຊີທີ່ມີຜູ້ຕິດຕາມລະດັບ ຫຼັກລ້ານຂຶ້ນໄປ ມີ ER. ຫຼຸດລົງເຫຼືອພຽງ 0.5% ເທົ່ານັ້ນ. ນີ້ິ້ສະແດງໃຫ້ເຫັນວ່າ ຍິ່ງກຸ່ມຜູ້ຕິດຕາມໃຫຍ່ຂຶ້ນ ການມີສ່ວນຮ່ວມ ການມີປະຕິສຳພັນກັບຜູ້ຕິດຕາມແຮງຫຼຸດຕ່ຳລົງ.

KOLAB – INFLUENCERS TIERs in LAOS Contexts

ເຊິ່ງຖ້າເບິ່ງລົງເລິກໄປ ມັນກົງກັນຂ້າມກັບບັນຊີທີ່ມີຜູ້ຕິດຕາມຂະໜາດນ້ອຍ ເຊັ່ນ: ອິນຟລູເອັນເຊີ ຫຼື ນັກສ້າງເນື້ອຫາສະເພາະກຸ່ມ (nano-influencer ທີ່ມີຜູ້ຕິດຕາມບໍ່ເກີນ 10,000 ບັນຊີ ຈົນໄປເຖິງ micro-influencer ທີ່ມີຜູ້ຕິດຕາມບໍ່ເກີນ 100,000 ບັນຊີ) ພັດມີອັດຕາການມີສ່ວນຮ່ວມທີ່ສູງກວ່າ ເພາະສາມາດສ້າງຄວາມສຳພັນທີ່ເຂົ້າເຖິງຜູ້ຕິດຕາມໄດ້ດີກວ່າ.

ຂໍ້ມູນຈາກ Upfluence.com ຍັງບອກອີກວ່າ micro-influencer ມີ ER. ສູງເຖິງ 5% ເພາະຜູ້ຕິດຕາມເຊື່ອໝັ້ນ ແລະ ຮູ້ສຶກໃກ້ຊິດເປັນກັນເອງ ກັບນັກສ້າງເນື້ອຫາ ຫຼາຍກວ່າ. ເຫຼົ່ານີ້ເປັນເຫັນຜົນວ່າ ເປັນຫຍັງ ການມີຜູ້ຕິດຕາມຫຼາຍຊື່ໆ ບໍ່ໄດ້ແປວ່າການເຮັດການຕະຫຼາດຈະໄດ້ຮັບຜົນສຳເລັດດ້ວຍມາດວັດສະໄໝໃໝ່ ທີ່ໃຫ້ຄວາມສຳຄັນກັບການມີສ່ວນຮ່ວມຂອງຜູ້ຄົນ ທີ່ອາດເປັນກຸ່ມລູກຄ້າໂຕຈິງ.

ອ່ານຕື່ມ:  4 ໜຸ່ມແຣັບເປີລວມໂຕໄລ່ບິນເກັບໂຕະ "ຍັງດີ" ຜົນງານເພງທີ່ຫັກຫ້າມຫົວໃຈໃນຄວາມສຳພັນທີ່ບໍ່ຊັດເຈນ

Engagement Rate ມາດວັດໂຕຈິງ ທີ່ຈະເຊື່ອມໂຍງໄປສູ່ຍອດຂາຍ.

Engagement Rate ຫຼືເອີ້ນເປັນໂຕຫຍໍ້ໃນວົງການດິຈິຕອລມາເກັດຕິງວ່າ ER. ແມ່ນ ອັດຕາການມີສ່ວນຮ່ວມ, ສຳລັບໃຜທີ່ຍັງບໍ່ເຄີຍໄລ່ມາກ່ອນ ມັນແມ່ນອັດຕາສ່ວນຈຳນວນຄົນທີ່ເຂົ້າມາກົດມັກ, ກົດຫົວໃຈ, ກົດຄວາມຮູ້ສຶກຕ່າງໆ ລວມໄປເຖິງການຄອມເມັນ ແລະ ການແຊຣ໌ ຫານໃຫ້ຈຳນວນຄົນທີ່ພົບເຫັນ ເຊັ່ນ: ມີຄົນເຫັນໂພສຕ໌ 100,000 ຄົນ ແຕ່ມີຄົນກົດໄລຄ໌-ຄອມເມັນ 5 ຄົນ ໝາຍຄວາມວ່າ ER = 0.00005%.

ທີ່ຈິງຢາກເພີ່ມເລື່ອງ "Reach Rate - ອັດຕາການເຫັນຕໍ່ກັບຈຳນວນຜູ້ຕິດຕາມ" ແຕ່ມັນຈະຍາວເກີນໄປ ເອົາໄວ້ໂອກາດໜ້າ ຖ້າຄົນສົນໃຈລອງຄອມເມັນມາເດີ.

ກ່າວຄືແທນທີ່ຈະສົນໃຈພຽງແຕ່ໂຕເລກຂອງຜູ້ຕິດຕາມ ລອງປັບກົນລະຍຸດຂອງທຸລະກິດ ຫຼື ແບຣນດ໌ຂອງເຈົ້າໄປທີ່ ການມີສ່ວນຮ່ວມກັບສັງຄົມ ໂດຍສະເພາະແມ່ນການສົນທະນາແລກປ່ຽນ ສອບຖາມຂໍ້ມູນ ເພາະມັນສະທ້ອນເຖິງຄວາມສົນໃຈທີ່ແທ້ຈິງ ແລະ ມີໂອກາດສູງທີ່ປ່ຽນຄົນເຫຼົ່ານັ້ນເປັນລູກຄ້າແທ້ໆ ໄດ້ (ຖ້າບໍ່ນັບພວກບັອດບັນຊີປອມ ????).
ຈາກຂໍ້ມູນຂອງ Socialpilot.co ພົບວ່າ 54% ຂອງຜູ້ໃຊ້ອິນເຕີເນັດອາຍຸ 16-64 ປີ ໃຊ້ສື່ສັງຄົມອອນໄລນ໌ເພື່ອຄົ້ນຫາຂໍ້ມູນສິນຄ້າ ແລະ ການມີສ່ວນຮ່ວມໃນເນື້ອຫາທີ່ສູງ ມີຜົນຕໍ່ກັບການຕັດສິນໃຈຊື້ເຄື່ອງເຖິງ 71% ແປວ່າ ຖ້າແບຣນດ໌ ຫຼື ທຸລະກິດຂອງເຈົ້າ ມີອັດຕາການມີສ່ວນຮ່ວມທີ່ສູງ (ສູງກວ່າ 5%​) ເຈົ້າກໍມີໂອກາດທີ່ດີທີ່ຈະໄດ້ລູກຄ້າ ຫຼາຍກວ່າຄູ່ແຂ່ງທີ່ມີພຽງໂຕເລກຜູ້ຕິດຕາມສູງແຕ່ຂາດການໂຕ້ຕອບໃດໆ ຈາກຜູ້ຕິດຕາມຊົມໃຊ້.

Hootsuite ຍັງລະບຸອີກວ່າ ອັດຕາການມີສ່ວນຮ່ວມສະເລ່ຍຢູ່ທີ່ 1-3% ຖືວ່າປົກກະຕິ ແຕ່ຖ້າຫຼາຍກວ່າ 5% ຖືວ່າເກັ່ງຫຼາຍໃນພາບລວມຂອງວົງການການຕະຫຼາດໂລກ ແຮງຍຸກນີ້ທີ່ເປັນຍຸກທີ່ ຄວາມຄິດສ້າງສັນທີ່ດີ ຕ້ອງມາແຂ່ງກັບ ອັລກໍຣິທຶມຂອງເຈົ້າຂອງແພຼັດຟອມ ທີ່ຖ້າເຈົ້າບໍ່ສ້າງສັນ ຫຼື ໃຫ້ຄຸນຄ່າກັບຜູ້ຊົມໃຊ້ແທ້ໆ ກໍຈຳເປັນຕ້ອງໄປເນັ້ນຈ່າຍເງິນເພື່ອໃຫ້ຄົນເຂົ້າເຖິງເນື້ອຫາ.

ອ່ານຕື່ມ:  ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ບົດຄວາມໜ້າເຮົາຈະມາເວົ້າເລື່ອງ ພະລັງຂອງຄວາມຈິງໃຈ (the Power of Authenticity) ທີ່ເຂົ້າມາເປັນປັດໄຈສຳຄັນໃນຍຸກຫຼັງໆ (ສ່ວນຕົວມັກປະເດັນນີ້ເປັນພິເສດເລີຍ) ໂດຍສະເພາະຫຼັງຍຸກໂຄວິດຜ່ານມາ ບວກກັບ ພຶດຕິກຳຜູ້ບໍລິໂພກທີ່ປ່ຽນໄປ ເລີ່ມບໍ່ເຊື່ອໃນການໂຄສະນາແບບເກົ່າ ແລະ ໃຫ້ຄວາມສຳຄັນກັບແບຣນດ໌/ທຸລະກິດ ທີ່ມີຄຸນຄ່າທາງໃຈຫຼາຍຂຶ້ນ ແບຣນດ໌ທີ່ເບິ່ງອອກວ່າບໍ່ຈິງໃຈ ຄົນກໍມັກເລືອກທີ່ຈະບໍ່ສະໜັບສະໜູນໃນໄລຍະຍາວ.

ໃຜທີ່ມັກບົດຄວາມແບບນີ້ ຫຼື ມີຄຳຕິຊົມ ເຂົ້າໃຈບໍ່ເຂົ້າໃຈ ຍາກໂພດ ທຳມະດາໂພດ ສາມາດຄອມເມັນແລກປ່ຽນນຳກັນໄດ້ ເພື່ອທີມງານພວກເຮົາເກັບໄປປັບປຸງພັດທະນາໃນອະນາຄົດ. ພວກເຮົາຫວັງຢ່າງຍິ່ງທີ່ຢາກເຫັນ ທຸລະກິດລາວ ແບຣນດ໌ລາວ ມີຄວາມເຂົ້າໃຈໃນໂລກການຕະຫຼາດສະໄໝໃໝ່ໃນປະເທດລາວ ເພື່ອແຂ່ງຂັນໃນຕະຫຼາດທີ່ທ້າທາຍຂຶ້ນໄປໜ້າໃນອະນາຄົດ.

ໂດຍ: Johnny Sayasane – Creator/Writer of Muan Specialty

ຂຽນໂດຍ
Johnny Sayasane - CEO of Muan (Laos), Co-Founder & Chief Creative Officier of Bizgital/Muan/LOCA

[Art, Creative, Game, Tech & Science] CEO of Muan (Laos), Co-Founder of Bizgital/Muan/LOCA 宇宙人1.1 ???????????????? ????????????????

ບົດຄວາມທີ່ກ່ຽວຂ້ອງ
The Marketing Renaissance

AI Mode ຂອງ Google Search ມາຮອດລາວແລ້ວ: ນັກການຕະຫຼາດຄວນຮັບມືແນວໃດ ເພື່ອໃຫ້ຄອນເທັນຂອງເຮົາໂດດເດັ່ນໃນຍຸກ AI?

AI Mode ຂອງ Google ເຂົ້າມາປ່ຽນແປງວິທີການຄົ້ນຫາໃນລາວ—ນັກການຕະຫຼາດຄວນຮັບມືແນວໃດເພື່ອໃຫ້ຄອນເທັນຂອງຕົນເປັນທີ່ຮູ້ຈັກໃນຍຸກ AI.

Muan Specialty

The Secret Sauce Summit 2025 ເທດສະການທຸລະກິດສຳລັບຜູ້ປະກອບການທີ່ໃຫຍ່ທີ່ສຸດໃນໄທ

ສະກູ໊ບພິເສດ Muan x the Standard ຖ້າເຈົ້າແມ່ນຜູ້ປະກອບການ ແລະ ນັກທຸລະກິດທີ່ຕ້ອງການເລັ່ງສະປີດການເຕີບໂຕຜູ້ບໍລິຫານທຸກລະດັບທີ່ມີບົດບາດໃນການຂັບເຄື່ອນອົງກອນຄົນເຮັດວຽກຍຸກໃໝ່ ແລະ ນັກສຶກສາທີ່ສົນໃຈທຸລະກິດ ແລະ ຄວາມເປັນຜູ້ນຳ...

Muan Specialty

ອ່ານເກມ “ທຸລະກິດທ່ອງທ່ຽວ” ເຂົ້າໃຈຕະຫຼາດ Niche ໂອກາດໃໝ່ໃນວົງການທ່ອງທ່ຽວ

ສະກູ໊ບພິເສດ Muan x the Standard ເມື່ອກ່ອນເວລາຄິດຫາການທ່ອງທ່ຽວ ຄົນບ້ານເຮົາມັກຈະຄິດວ່າ ການທ່ຽວ = ພັກຜ່ອນ ແມ່ນບໍ່? ແຕ່ພາບຈຳເຫຼົ່ານັ້ນກຳລັງປ່ຽນໄປ...

Muan Specialty

ອ່ານເກມທຸລະກິດ ຮັບມືແນວໃດກັບໂລກ ຫຼັງຍຸກໂລກາພິວັດ ໃນມື້ທີ່ໂລກເລີ່ມໂຫດຂຶ້ນກວ່າເກົ່າ

ສະກູ໊ບພິເສດ Muan x the Standard ຫຼາຍຄົນອາດຈະຄຸ້ນເຄີຍກັບຄຳເວົ້າທີ່ວ່າ: “ເຮົານິຢູ່ຍຸກໂລກາພິວັດແລ້ວ ເຮັດຫຍັງກໍງ່າຍ ສະດວກສະບາຍ ໄປມາຫາສູ່ກັນໄດ້ໝົດ ມີອິນເຕີເນັດຕິດຕໍ່ກັນໄດ້ທົ່ວໂລກ…” ແຕ່ເຈົ້າຮູ້ບໍ່ວ່າຕອນນີ້...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.