ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ ຖີ່ຢົດ 2 – ຄົນ-ຜີ ຕີກັນຢ່າງເມົາມັນ ມະລຸມລະຕຸ້ມ ຄິດວ່າເບິ່ງໜັງແອັກຊັ້ນ
Muan Watch - ມ່ວນຊວນເບິ່ງ

ຖີ່ຢົດ 2 – ຄົນ-ຜີ ຕີກັນຢ່າງເມົາມັນ ມະລຸມລະຕຸ້ມ ຄິດວ່າເບິ່ງໜັງແອັກຊັ້ນ

ແບ່ງປັນ
Getting your Trinity Audio player ready...

**ໝາຍເຫດ: ບໍ່ມີການສະປອຍເນື້ອເລື່ອງທີ່ສຳຄັນ**

ເຖິງວ່າຕອນນີ້ຮູບເງົາຜີ (?) ທີ່ມາແຮງທີ່ສຸດໃນຕອນນີ້ຈະເຂົ້າໂຮງມາໄດ້ເກືອບອາທິດແລ້ວ ແລະ ເຮົາອາດຈະເອົາມາເລົ່າຊ້າແດ່ແຕ່ກໍຢ່າເທາະ ກະຢາກເລົ່າເນາະ ເພາະຫາກໍມີເວລາໄດ້ໄປເບິ່ງມາ ເຜື່ອວ່າຈະຊ່ວຍຕັດສິນໃຈໄດ້ ສຳລັບຜູ້ທີ່ກຳລັງລັງເລວ່າຈະເບິ່ງ ຫຼື ບໍ່ເບິ່ງ.

ແລະ ຖ້າມີຄົນຊວນໄປເບິ່ງ ແລ້ວເຮົາຢ້ານວ່າ ໂອ້ຍ ຜີຈະອອກມາຫຼອກຫຼອນຈົນເຮົາບໍ່ກ້າເບິ່ງ ຂໍບອກເລີຍວ່າ ນອກຈາກສຽງ ແລະ ພາບທີ່ຕັ້ງໃຈໃຫ້ເຮົາຕົກໃຈ ທີ່ເຫຼືອກໍເປັນການຕີກັນຢ່າງເມົາມັນລະຫວ່າງຜີ ແລະ ຄົນ. ແຕ່ກໍປາສະຈາກບໍ່ໄດ້ສາກທີ່ເຮັດໃຫ້ເຮົາອະເຫຍືອງ ພວກເລືອດເອີຍ ການຂາດຂອງອະໄວຍະວະເອີຍ ອີ່ຫຍັງພວກນີ້.

ກ່ອນອື່ນຕ້ອງບອກກ່ອນວ່າ ຖ້າໃຜທີ່ບໍ່ເຄີຍເບິ່ງພາກ 1 ມາກ່ອນອາດຈະງົງໄດ້ ເພາະວ່າພາກນີ້ມີເລື່ອງລາວທີ່ກ່ຽວຂ້ອງກັບພາກ 1 ແບບຕັດຂາດຈາກກັນບໍ່ໄດ້. ສະນັ້ນ ເຮົາແນະນຳໃຫ້ເບິ່ງພາກທຳອິດກ່ອນໄປເບິ່ງພາກນີ້ ກໍຈະຊ່ວຍໃຫ້ເຂົ້າໃຈເນື້ອເລື່ອງໄດ້ຫຼາຍຂຶ້ນ (ພາກ 1 ມີໃຫ້ເບິ່ງໃນ Netflix).

ສຳລັບເນື້ອເລື່ອງໃນພາກນີ້ຈະໂຟກັສໄປທີ່ການຕາມລ່າຫາຜີຊຸດດຳໃນພາກທຳອິດທີ່ເຂົ້າສິງ “ແຍ້ມ” ນ້ອງສາວຂອງຍັກ ແລະ ກັດກິນເຄື່ອງໃນຈົນຕາຍໃນຕອນທ້າຍ ໂດຍມີຕົວລະຄອນໃໝ່ທີ່ເພີ່ມເຂົ້າມາແມ່ນ “ປອບຕາພວງ” ເຊິ່ງເປັນໂຕໄຂປິດສະໜາກ່ຽວກັບຜີຊຸດດຳ ແລະ ວິທີກຳຈັດຜີຮ້າຍໂຕນີ້.

ຕ້ອງບອກວ່າ ໃນໄລຍະເວລາເກືອບ 2 ຊົ່ວໂມງຂອງໜັງ ເກືອບຈະບໍ່ມີບ່ອນໃດ ໃຫ້ຢຸດພັກໄດ້ຫາຍໃຈ ຕັ້ງແຕ່ part ຂອງການເຂົ້າປ່າໄປໃນດົງຂະໂໝດເພື່ອຕາມຫາປອບຕາພວງ ທີ່ມີ jumpscare ຫຼາຍແຮງ ໃຜທີ່ບໍ່ມັກອີ່ຫຍັງທີ່ເຮັດໃຫ້ຕົກໃຈ ຄວນທຳໃຈ ແລະ ກຽມອັດຕາ ອັດຫູໄວ້.

ໃນ part ຫຼັງໃນສ່ວນເສັ້ນເລື່ອງຂອງງານແຕ່ງ ຢາດ ນ້ອງສາວຂອງລຸງຍັກ, ເນື້ອເລື່ອງກໍມີກິ່ນອາຍຂອງໜັງໄລ່ລ່າ slasher ທີ່ຜູ້ຂຽນຄິດວ່າ ກິ່ນອາຍຂອງສ່ວນນີ້ ຄ້າຍຄືກັບໃນເລື່ອງ Shining ຂອງ Stephen Kings ບວກກັບຄວາມມະລຸມມະຕຸ້ມໄລ່ລ່າກັນລະຫວ່າງຜີ ແລະ ຄົນ ຈົນຫາຍໃຈບໍ່ທົ່ວທ້ອງ.

ອ່ານຕື່ມ:  ລວມກາຕູນ 8 ເລື່ອງເບົາສະໝອງໄວ້ເບິ່ງຕອນກິນເຂົ້າ ເບິ່ງກາຕູນທີ່ມັກເຮັດໃຫ້ອາຫານແຊບພິເສດກວ່າເກົ່າ

ສ່ວນໂຕຮູ້ສຶກວ່າ ໃນພາກນີ້ ໜັງເລົ່າເລື່ອງໄດ້ສັ້ນກະທັດຮັດຂຶ້ນຫຼາຍ ເລີ່ມເລື່ອງມາມີຕົວລະຄອນໃໝ່ຫຼາຍຕົວ ກ່ອນຈະຖືກກຳຈັດໄປລະຫວ່າງທາງ ແບບທີ່ເຮົາຕ້ອງຮ້ອງອອກມາວ່າ “ຫະ?” ເພາະການຕາຍຂອງແຕ່ລະຄົນມາ ແບບໃຫ້ເຮົາບໍ່ທັນຕັ້ງໂຕ. ນອກຈາກນັ້ນ ກໍມີມຸກຕະຫຼົກສອດແຊກໄປທົ່ວເລື່ອງ ເພື່ອຕັດອາລົມຄວາມຕົກໃຈ (ແຕ່ຜູ້ຂຽນຄິດວ່າມັນຫຼາຍເກີນໄປ ຈົນເຮັດໃຫ້ມັນກາຍເປັນໜັງຕະຫຼົກ) ແລະ ອີກຢ່າງແມ່ນ ປັບອາລົມຕອນທ້າຍບໍ່ທັນປານໃດ ເພາະໜັງພະຍາຍາມພາເຮົາເຂົ້າສູ່ໂໝດຊຶ້ງແບບຟ້າຜ່າ ແລ້ວກໍຈົບເລີຍ ຖິ້ມເຮົາໄວ້ແບບນັ້ນ ເຊິ່ງຂ້ອນຂ້າງຂັດອາລົມພໍສົມຄວນ.

ຄຳແນະນຳສຳລັບຜູ້ທີ່ຈະໄປເບິ່ງ, ໜັງເລື່ອງນີ້ເປັນໜັງແອັກຊັ້ນ ບໍ່ແມ່ນໜັງຜີຈ໋າ ເພາະຜີກາຍເປັນພຽງສ່ວນປະກອບໜຶ່ງຂອງການໄລ່ລ່າ ເກັ່ງໄດ້ ກໍກຳຈັດໄດ້ ແລະ ຕ້ອງບອກວ່າສິ່ງທີ່ບົ່ງບອກຄວາມເປັນໜັງຜີ ມີພຽງແຕ່ເລື່ອງຂອງການໃຊ້ jumpscare ບໍ່ວ່າຈະເປັນເຕັກນິກດ້ານພາບ ແລະ ສຽງ ແຕ່ບັນຍາກາດຂອງເລື່ອງບໍ່ໄດ້ເຮັດໃຫ້ເຮົາເກີດຂົນຫົວລຸກຂຶ້ນມາແຕ່ຢ່າງໃດ.

ສະຫຼຸບຄື ໃຜທີ່ເປັນແຟນຂອງໜັງຜີໃນຈັກກະວານ ຖີ່ຢົດ ຄວນໄປເບິ່ງພາກນີ້ ຫຼື ບໍ່ນັ້ນ, ບອກໄດ້ແຕ່ວ່າ “ຄວນ” ເພາະມັນໄດ້ຂະຫຍາຍເລື່ອງລາວຂອງພາກທຳອິດອອກໄປອີກ ພາເຮົາໄປສຳຫຼວດພື້ນທີ່ໃໝ່ຂອງເລື່ອງລາວ ທີ່ໃຫ້ເຮົາຮູ້ທີ່ໄປທີ່ມາຂອງຜີຊຸດດຳ ແລະ ຈຸດຈົບຂອງມັນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

“ຕ້າໂຢ່ວ” ແລະ “ບ່ອງສະໂໜດບຽງ” ສອງຄຳທີ່ຕ້ອງຮູ້ ກ່ອນເບິ່ງ “ຖີ່ຫຍົດ 3”

ຄົ້ນຄວາມໝາຍຂອງ 'ຕ້າໂຢ່ວ' ແລະ 'ບ່ອງສະໂໜດບຽງ' ສອງຄຳສັບລີ້ລັບໃນຕົວຢ່າງໜັງ ຖີ່ຫຍົດ 3 ກ່ອນເຂົ້າໂຮງວັນທີ 1 ຕຸລາ 2025.

Wednesday Season 2: ຄວາມມືດມົນທີ່ກັບມາພ້ອມຄະດີຄາດຕະກຳສຸດເລິກລັບ

ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ....

ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller...

ເອົາໃຈຊ່ວຍຄົນໂສດຈີບກັນໃນລາຍການ Better Late Than Single

ໂສດມາທັງຊີວິດກໍເຖິງເວລາເປີດໃຈ ຕິດຕາມລາຍການ Better Late Than Single ຈາກ Netflix ນຳໜຸ່ມ-ສາວ 10 ຄົນທີ່ບໍ່ເຄີຍມີແຟນມາກ່ອນ ມາຮຽນຮູ້ຄວາມຮັກເປັນຄັ້ງທຳອິດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.