Taylor Swift ບໍ່ເຄີຍຢຸດທີ່ຈະສ້າງຄວາມປະທັບໃຈໃຫ້ແກ່ແຟນໆ ທົ່ວໂລກ ແລະ ການປະກາດອາລະບຳໃໝ່ “The Life of a Showgirl” ກໍເປັນການຢືນຢັນເລື່ອງນີ້ອີກຄັ້ງໜຶ່ງ. ຫຼັງຈາກທີ່ໄດ້ເປີດເຜີຍລາຍຊື່ເພງທັງ 12 ເພງໃນອາລະບຳນີ້ອອກມາ, ສິ່ງທີ່ດຶງດູດຄວາມສົນໃຈຂອງທຸກຄົນທີ່ສຸດແມ່ນເພງທຳອິດທີ່ມີຊື່ວ່າ “The Fate of Ophelia”.
ຍ້ອນຫຍັງຈຶ່ງວ່າແບບນັ້ນ? ນັ້ນກໍເພາະວ່າມີຊື່ຂອງບຸກຄົນໃນຊື່ເພງນີ້ ແລະ ຜູ້ທີ່ອ່ານເຈິກໍເກີດອາການ ເອະ, ລະ Ophelia ແມ່ນໃຜ? ແນ່ນອນວ່າ ການທີ່ນາງເລືອກຫົວຂໍ້ນີ້ບໍ່ແມ່ນເລື່ອງບັງເອີນ, ເພາະ Taylor ໄດ້ດຶງເອົາຕົວລະຄອນສຳຄັນຈາກບົດລະຄອນທີ່ຂຶ້ນຊື່ຂອງ William Shakespeare ມາເປັນແຮງບັນດານໃຈ.

Ophelia ແມ່ນໃຜ?
Ophelia ແມ່ນຕົວລະຄອນສຳຄັນໃນບົດລະຄອນໂສກນາດຕະກຳ Hamlet. ລາວເປັນຜູ້ຍິງທີ່ໜ້າສົງສານ ເຊິ່ງເປັນຄູ່ຮັກຂອງ Hamlet, ເຈົ້າຊາຍຜູ້ທີ່ເຕັມໄປດ້ວຍຄວາມເຈັບປວດ.
ຊີວິດຂອງ Ophelia ເຕັມໄປດ້ວຍການຖືກຜູ້ຊາຍໃນຊີວິດຂອງລາວໃຊ້ເປັນເຄື່ອງມື. ຫຼັງຈາກການເສຍຊີວິດຂອງພໍ່, Ophelia ກໍຖືກ Hamlet ຕັດຄວາມສຳພັນແບບບໍ່ມີເຫດຜົນ ເພາະຖືກຫຼອກລວງ. ສຸດທ້າຍ, ລາວກໍໄດ້ສິ້ນຊີວິດຈາກການຈົມນ້ຳ.
ການເສຍຊີວິດຂອງລາວເປັນສັນຍາລັກຂອງຄວາມໂສກເສົ້າ ແລະ ຄວາມອ່ອນແອທີ່ຖືກກົດດັນຈາກສັງຄົມ.
ເປັນຫຍັງ Taylor ຈຶ່ງເລືອກເອົາ Ophelia ມາເລົ່າໃນເພງເປີດຂອງອາລະບຳ?
ການທີ່ Taylor Swift ເລືອກທີ່ຈະນຳເອົາເລື່ອງລາວຂອງ Ophelia ມາເປັນເພງທຳອິດຂອງອາລະບໍາໃໝ່ ເປັນສິ່ງທີ່ໜ້າສົນໃຈເປັນຢ່າງຍິ່ງ. ນີ້ບໍ່ແມ່ນຄັ້ງທຳອິດທີ່ Taylor ເຮັດແບບນີ້ ເພາະລາວເຄີຍເວົ້າເຖິງຄວາມຮັກຂອງລາວ ທີ່ມີຕໍ່ການນຳເອົາຕົວລະຄອນຈາກນິຍາຍ ແລະ ວັນນະຄະດີມາໃຊ້ໃນຜົນງານ.
ການນຳໃຊ້ Ophelia ເປັນແຮງບັນດານໃຈອາດຈະເປັນການບອກເລົ່າເຖິງຄວາມຮູ້ສຶກຂອງການຖືກໃຊ້ເປັນເຄື່ອງມື, ຄວາມເຈັບປວດຈາກຄວາມຮັກທີ່ຜິດຫວັງ ແລະ ການສິ້ນສຸດຂອງຄວາມສຳພັນແບບໂສກນາດຕະກຳ.
ນອກຈາກນີ້, Taylor ຍັງໄດ້ເຜີຍໃຫ້ເຫັນວ່າແຟນໜຸ່ມຂອງລາວ Travis Kelce ກໍໄດ້ເຂົ້າໃຈເນື້ອໃນຂອງເລື່ອງລາວນີ້ ໃນການໃຫ້ສຳພາດໃນລາຍການ New Heights ເມື່ອວັນທີ 13 ສິງຫາ 2025, ເຖິງແມ່ນວ່າຈະບໍ່ເຄີຍອ່ານບົດລະຄອນ Hamlet ເອງກໍຕາມ.
ຖ້າເວົ້າຄວາມຄ້າຍຄືກັນລະຫວ່າງຊີວິດຂອງ Ophelia ແລະ Taylor Swift ອາດຈະມີຫຼາຍຢ່າງ, ໂດຍສະເພາະເລື່ອງຂອງການຖືກວິພາກວິຈານ ແລະ ການຖືກຄວບຄຸມໂດຍສັງຄົມ.
ດັ່ງທີ່ຜູ້ໃຊ້ X ຄົນໜຶ່ງໄດ້ກ່າວໄວ້ວ່າ: “The fate of Ophelia… Ophelia being Shakespeare’s girl, who went ma d and drowned after loving and losing. Like, imagine this conceptualized as the spotlight dragging you under.”
ຊະຕາກຳຂອງ Ophelia… Ophelia ເປັນຕົວລະຄອນຜູ້ຍິງຂອງ Shakespeare ທີ່ກາຍເປັນຄົນບ້າ ແລະ ຈົມນ້ຳເສຍຊີວິດຫຼັງຈາກທີ່ມີຄວາມຮັກ ແລະ ສູນເສຍ. ລອງນຶກພາບເບິ່ງວ່າສິ່ງນີ້ຖືກສ້າງຂຶ້ນເປັນແນວຄິດທີ່ວ່າ ແສງສະປອດໄລ້ (ຄວາມມີຊື່ສຽງ) ເປັນສິ່ງທີ່ດຶງເຮົາໃຫ້ຈົມລົງ.
ນີ້ອາດຈະເປັນການປຽບທຽບຊີວິດຂອງ Ophelia ກັບຄວາມກົດດັນຂອງການເປັນຄົນດັງ, ເຊິ່ງເຮັດໃຫ້ຜູ້ຄົນຈົມລົງໄປໃນບັນຍາກາດແຫ່ງຄວາມເຈັບປວດ.
ຮູບປົກອາລະບຳ ແລະ ທີ່ມາຂອງມັນ
ສິ່ງທີ່ໜ້າສົນໃຈໄປກວ່ານັ້ນຄື ຮູບໜ້າປົກຂອງອາລະບຳ “The Life of a Showgirl” ບໍ່ພຽງແຕ່ໄດ້ຮັບແຮງບັນດານໃຈມາຈາກສາກຈົບຊີວິດຂອງ Ophelia ທີ່ຈົມນ້ຳເທົ່ານັ້ນ.
ເມື່ອເຮົາມາເບິ່ງຄັກໆແລ້ວຈະເຫັນວ່າ ມັນໄດ້ຮັບອິດທິພົນມາຈາກຜົນງານຂອງສິລະປິນຊື່ດັງຊາວອັງກິດ John Everett Millais ໃນຊ່ວງສະຕະວັດທີ 19.

Credit: Photo: © Tate
ຜົນງານຂອງລາວທີ່ມີຊື່ວ່າ “Ophelia” ສະແດງໃຫ້ເຫັນເຖິງຮ່າງກາຍທີ່ຟູຢູ່ເທິງໜ້ານ້ຳຂອງ Ophelia ພ້ອມກັບດອກໄມ້ທີ່ແຕ້ມໄດ້ຢ່າງລະອຽດ, ເຊິ່ງເປັນສັນຍາລັກຂອງຄວາມບໍລິສຸດ ແລະ ຄວາມໂສກເສົ້າ.
ໃນຂະນະທີ່ຮູບປົກອາລະບຳຂອງ Taylor ເປັນພາບທີ່ລາວແຕ່ງຕົວດ້ວຍເຄື່ອງປະດັບຍິບຍັບ ແລະ ມີໃບໜ້າພົ້ນຂຶ້ນມາຈາກນ້ຳ, ຈຶ່ງເປັນການຕີຄວາມໝາຍໃໝ່ຂອງຜົນງານອັນເປັນຕຳນານດັ່ງກ່າວ ໂດຍສະແດງໃຫ້ເຫັນວ່າເຖິງແມ່ນວ່າຈະຢູ່ໃນສະພາບທີ່ຍາກລຳບາກ ແລະ ເຕັມໄປດ້ວຍຄວາມເຈັບປວດ, ແຕ່ລາວກໍຍັງສາມາດລຸກຂຶ້ນ ແລະ ສະແດງອອກເຖິງຄວາມສວຍງາມ ແລະ ພະລັງຂອງຕົນເອງໄດ້.
ການເລືອກເລື່ອງລາວຂອງ Ophelia ມາເປັນເພງທຳອິດໃນອາລະບໍາໃໝ່ຄັ້ງນີ້ ເປັນການເປີດເຜີຍເລື່ອງລາວທີ່ຈະເລົ່າຜ່ານບົດເພງໄດ້ຢ່າງໜ້າຕື່ນເຕັ້ນ ແລະ ສາມາດດຶງດູດຄວາມສົນໃຈຂອງຜູ້ຟັງໃຫ້ຕິດຕາມເນື້ອຫາຂອງອາລະບໍາໄດ້ຢ່າງໜັກແໜ້ນ.
ມັນເປັນການເລີ່ມຕົ້ນທີ່ບອກໄດ້ວ່າ “The Life of a Showgirl” ຈະເປັນອາລະບຳທີ່ເລິກເຊິ່ງ ແລະ ເຕັມໄປດ້ວຍເລື່ອງລາວທີ່ໜ້າຄົ້ນຫາຢ່າງແນ່ນອນ.
ຕິດຕາມເລື່ອງລາວກ່ຽວກັບອາລະບຳນີ້ໄດ້ຜ່ານທາງ Muan ເພາະຍັງມີອີກຫຼາຍໆເພງ ແລະ ຫຼາຍໆເລື່ອງລາວທີ່ເຮົາຢາກນຳມາເລົ່າສູ່ທຸກຄົນຟັງ.