ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ Taylor Swift ປະກາດປ່ອຍ MV ເພງ Opalite ແຕ່ລົງໃນ Spotify & Apple Music ກ່ອນ YouTube
Muan Listen - ມ່ວນຊວນຟັງ

Taylor Swift ປະກາດປ່ອຍ MV ເພງ Opalite ແຕ່ລົງໃນ Spotify & Apple Music ກ່ອນ YouTube

Taylor Swift ປະກາດປ່ອຍ MV ເພງ Opalite ແຕ່ມາໃນຮູບແບບໃໝ່ຄື ລົງ Spotify ແລະ Apple Music ກ່ອນ YouTube. ມາເບິ່ງເຫດຜົນວ່າເປັນຍ້ອນຫຍັງ.

ແບ່ງປັນ

Taylor Swift ໄດ້ສ້າງຄວາມຕື່ນເຕັ້ນໃຫ້ກັບແຟນເພງທົ່ວໂລກອີກຄັ້ງ ດ້ວຍການປະກາດເປີດຕົວມິວສິກວິດີໂອ (MV) ໃໝ່ສຳລັບເພງ “Opalite”. ເພງນີ້ຖືເປັນຜົນງານລຳດັບທີສອງຈາກໂປຣເຈັກ The Life of a Showgirl ຕໍ່ຈາກຊິງເກີລທຳອິດຢ່າງ “The Fate of Ophelia”.

MV “Opalite” ຈະເລີ່ມພຣີເມຍ (Premiere) ໃນ ວັນສຸກທີ 6 ກຸມພາ 2026 ເວລາ 8:00 ໂມງເຊົ້າ (ຕາມເວລາ ET) ຜ່ານທາງ Spotify ແລະ Apple Music. ສຳລັບການຮັບຊົມທາງ YouTube ແມ່ນຈະຕ້ອງລໍຖ້າຈົນຮອດວັນອາທິດທີ 8 ກຸມພາ.

ໃນເວັບໄຊທາງການຂອງ Taylor Swift ໄດ້ມີການຕັ້ງ ໂມງນັບຖອຍຫຼັງ ເພື່ອໃຫ້ແຟນເພງໄດ້ຕິດຕາມເວລາການປ່ອຍຢ່າງໃກ້ຊິດ.

ສິ່ງທີ່ໜ້າສົນໃຈແມ່ນ, ແຟນເພງຫຼາຍຄົນຕ່າງກໍລໍຖ້າເບິ່ງວ່າ MV ເວີຊັນທີ່ຈະປ່ອຍນີ້ ຈະເປັນເວີຊັນດຽວກັນກັບທີ່ເຄີຍສາຍໃນງານ Release Party ຢູ່ໂຮງຮູບເງົາ ຫຼື ຈະມີການປ່ຽນແປງເປັນແບບໃໝ່.

ທັງນີ້, ເພງ “Opalite” ເປັນເພງທີ່ປະສົບຄວາມສຳເລັດຢ່າງສູງ ໂດຍເຄີຍຂຶ້ນເຖິງ ອັນດັບ 2 ໃນ Billboard Hot 100 ມາແລ້ວ.

ນອກຈາກການປ່ອຍ MV ແລ້ວ Taylor Swift ຍັງໄດ້ມອບຂອງຂວັນພິເສດໃຫ້ກັບນັກສະສົມ ດ້ວຍການເປີດຂາຍ ແຜ່ນສຽງ (Vinyl) ຂະໜາດ 7 ນິ້ວ ຂອງເພງ “Opalite” ຜ່ານທາງເວັບໄຊຂອງລາວ ເຊິ່ງຈະມີໃຫ້ສັ່ງຈອງພຽງແຕ່ໃນໄລຍະເວລາ 48 ຊົ່ວໂມງ ເທົ່ານັ້ນ.

ອ່ານຕື່ມ:  ລະ Ophelia ແມ່ນໃຜ? ເປີດທີ່ມາຂອງຊື່ບຸກຄົນຈາກເພງທຳອິດ ໃນອາລະບຳໃໝ່ຂອງ ເທເລີ ສະວິຟ

ການເຄື່ອນໄຫວໃນຄັ້ງນີ້ຖືເປັນການສືບຕໍ່ຄວາມສຳເລັດຂອງອັລບັ້ມ The Life of a Showgirl ທີ່ເຄີຍຄອງອັນດັບ 1 ໃນ Billboard 200 ໄດ້ດົນເຖິງ 12 ອາທິດ.

ແລ້ວເປັນຫຍັງຈຶ່ງປ່ອຍລົງ Spotify ແລະ Apple Music ກ່ອນ YouTube?

ສາເຫດທີ່ Taylor Swift ຕັດສິນໃຈປ່ອຍ MV ເພງ “Opalite” ທາງ Spotify ແລະ Apple Music ກ່ອນ YouTube ນັ້ນ ມີເຫດຜົນສຳຄັນທີ່ກ່ຽວຂ້ອງກັບ ການປ່ຽນແປງກົດເກນຂອງຊາດ Billboard ແລະ ກົນໄກລາຍໄດ້ໃນອຸດສາຫະກຳເພງ ເຊິ່ງເຮົາສະຫຼຸບມາໃຫ້ດັ່ງນີ້:

  • ການຖອນຕົວຂອງ YouTube ຈາກຊາດ Billboard: ໃນເດືອນທັນວາທີ່ຜ່ານມາ YouTube ໄດ້ປະກາດ ຖອນຂໍ້ມູນການສະຕຣີມຂອງຕົນເອງອອກຈາກການຈັດອັນດັບທັງໝົດຂອງ Billboard.
  • ການປ່ຽນແປງວິທີການຄິດໄລ່ຄະແນນຂອງ Billboard: ທາງ Billboard ໄດ້ມີການປັບປ່ຽນວິທີການໃຫ້ຄະແນນໃນຊາດ (Methodology) ໂດຍຈະ ໃຫ້ຄວາມສຳຄັນກັບຍອດສະຕຣີມຈາກລະບົບສະມາຊິກ (Paid/Subscription streams) ຫຼາຍກວ່າຍອດສະຕຣີມແບບທີ່ມີໂຄສະນາ (Ad-supported streams). ການປ່ຽນແປງນີ້ມີຈຸດປະສົງເພື່ອໃຫ້ສະທ້ອນເຖິງພຶດຕິກຳຂອງຜູ້ບໍລິໂພກທີ່ປ່ຽນໄປ ແລະ ລາຍໄດ້ທີ່ເພີ່ມຂຶ້ນຈາກການສະໝັກສະມາຊິກໃນອຸດສາຫະກຳເພງ.
  • ນ້ຳໜັກຂອງຄະແນນທີ່ແຕກຕ່າງກັນ: ປັດຈຸບັນ Billboard ກຳນົດອັດຕາສ່ວນນ້ຳໜັກລະຫວ່າງຍອດສະຕຣີມແບບຈ່າຍເງິນ ຕໍ່ ຍອດສຕຣີມແບບຟຣີຢູ່ທີ່ 1:2.5 (ແຄບລົງຈາກເດີມທີ່ເຄີຍເປັນ 1:3). ນັ້ນໝາຍຄວາມວ່າຍອດການເບິ່ງ ຫຼື ຟັງຜ່ານແພລດຟອມທີ່ມີລະບົບສະມາຊິກແບບ Spotify ແລະ Apple Music ຈະ ສົ່ງຜົນຕໍ່ອັນດັບໃນຊາດໄດ້ດີກວ່າ ການເບິ່ງຜ່ານ YouTube ທີ່ສ່ວນໃຫຍ່ເປັນແບບມີໂຄສະນາ.
ອ່ານຕື່ມ:  TikTok for Artists: ຊ່ວຍເພີ່ມໂອກາດໃຫ້ສິລະປິນເຂົ້າເຖິງຂໍ້ມູນຜູ້ຟັງ

ດັ່ງນັ້ນ, ການເລືອກເປີດຕົວ MV ທາງ Spotify ແລະ Apple Music ໃນວັນສຸກທີ 6 ກຸມພາ 2026 ກ່ອນທີ່ຈະປ່ອຍລົງ YouTube ໃນວັນອາທິດ ທີ 8 ກຸມພາ ຈຶ່ງເປັນກົນລະຍຸດເພື່ອ ດັນອັນດັບຂອງເພງ “Opalite” ໃນຊາດ Billboard ໃຫ້ສູງທີ່ສຸດ ເນື່ອງຈາກເພງນີ້ເຄີຍຂຶ້ນເຖິງອັນດັບ 2 ໃນ Billboard Hot 100 ມາແລ້ວ ແລະ ຕົວອາລະບຳ The Life of a Showgirl ເອງກໍເຄີຍຄອງອັນດັບ 1 ໄດ້ດົນເຖິງ 12 ອາທິດນັ້ນເອງ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ເຜີຍເຫດຜົນ ເປັນຫຍັງ ️️Taylor Swift ຈຶ່ງບໍ່ມີຊື່ເຂົ້າຊີງ Grammy Awards 2026 ທັງທີ່ປ່ອຍຜົນງານອອກມາໃນປີ 2025?

ເຜີຍເຫດຜົນທີ່ Taylor Swift ພາດໂອກາດເຂົ້າຊີງ Grammy Awards 2026 ທັງທີ່ມີຜົນງານໂດດເດັ່ນໃນປີ 2025. ມາຮູ້ຈັກເງື່ອນໄຂທີ່ເຮັດໃຫ້ລາວບໍ່ມີຊື່ໃນປີນີ້.

5 ຄວາມລັບທີ່ເຊື່ອງຢູ່ໃນ MV ເພງ The Fate of Ophelia ຂອງ Taylor Swift

ເທເລີ ສະວິຟ (Taylor Swift) ປ່ອຍ MV ຂອງເພງ  The Fate of Ophelia ອອກມາແລ້ວ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.