ຍ້ອນກັບໄປເກືອບ 20 ປີກ່ອນ, ເຊື່ອເລີຍວ່າໜຶ່ງໃນເພງທີ່ຢູ່ໃນຄວາມຊົງຈຳຂອງຜູ້ຄົນ ບໍ່ວ່າຈະເປັນຄູູ່ຮັກທີ່ໃຊ້ເພງນີ້ໃນວັນພິເສດ ຫຼື ຄົນທີ່ເຄີຍມີຊ່ວງເວລາດີໆໃນຍຸກນັ້ນຄົງໜີບໍ່ພົ້ນເພງ “ຫວານ” ຂອງວົງ CELLS ແນ່ນອນ ເຊິ່ງເປັນຕຳນານບົດເພງທີ່ສ້າງປະກົດການໃນວົງການເພງລາວມາແລ້ວ. ເຖິງແມ່ນວ່າການເວລາຈະຜ່ານມາເປັນສິບໆປີ, ເພງນີ້ກໍຍັງໄດ້ຮັບຄວາມນິຍົມ ແລະ ຖືກນຳມາຫຼິ້ນໃນງານຕ່າງໆຢ່າງຕໍ່ເນື່ອງ. ນີ້ອາດເປັນຍ້ອນຫຼາຍປັດໄຈທີ່ເຮັດໃຫ້ເພງນີ້ຍັງຄົງສົດໃໝ່ ແລະ ຢູ່ໃນໃຈຂອງຜູ້ຟັງຢ່າງເຮົາຢູ່ສະເໝີ ດ້ວຍເນື້ອເພງທີ່ຟັງງ່າຍເຂົ້າເຖິງກຸ່ມຜູ້ຟັງທຸກຍຸກເປັນອາລົມພື້ນຖານທີ່ຄົນທຸກຍຸກທຸກສະໄໝສາມາດເຂົ້າໃຈໄດ້ ແລະ ທຳນອງທີ່ເໝາະກັບບັນຍາກາດ. ເຖິງແມ່ນວ່າເພງຈະປ່ອຍອອກມາດົນແລ້ວ...
ຫຼັງຈາກທີ່ຫ່າງກັນໄປເກືອບເຄິ່ງປີ Tongflow11 ແຣັປເປີໂດດເດັນໃນເລື່ອງໂຟຼໃນການແຣັປທີ່ກິນໃຈ, ໜຶ່ງໃນສາມະຊິກ HuenCrew ກໍໄດ້ກັບມາພ້ອມສົ່ງເພງໃໝ່ທີ່ແສນເສົ້າປະສົມຄວາມເຫງົາຢ່າງເພງ “ດອກໄມ້ໃນມື ຫຼື Lost flowers”. ການກັບມາຄັ້ງມານີ້ມາພ້ອມເພງທີ່ຈະມອບຄວາມດຳດິ່ງສູ່ຄວາມເສົ້າ “ດອກໄມ້ໃນມື” ກັບແນວເພງ R&B Hip-Hop ທີ່ມອບຄວາມເປັນ Sad Boy ທີ່ເຂົ້າກັນໄດ້ດີ. “ດອກໄມ້ໃນມື” ບໍ່ໄດ້ເປັນພຽງເພງເສົ້າແຕ່ເປັນສຽງສະທ້ອນຂອງຄວາມຮູ້ສຶກຂອງການຖືກຖິ້ມ, ເມື່ອຄວາມຮັກບໍ່ມີຄ່າກໍປຽບເໝືອນດອກໄມ້ທີ່ບໍ່ມີຄວາມໝາຍຖ້າຫາກບໍ່ມີຄົນທີ່ຢາກຈະມອບໃຫ້. ໃນເອັມວີເພງໄດ້ເລົ່າໃຫ້ເຫັນພາບວ່າ...
ຫຼັງຈາກທີ່ລໍຖ້າມາດົນໃນທີ່ສຸດກໍໄດ້ເປີດໂຕຢ່າງເປັນທາງການໃນຖານະສິລະປິນຄ້າຍ A-List ຢ່າງ Fizche ສິລະປິນ Girl Group ໜ້າໃໝ່ຫຼາຍຄວາມສາມາດ, ມີສະມາຊິກທັງໝົດ 6 ຄົນດ້ວຍກັນຄື: Piano, Namfon, Lisa, Alicia, Koungnang, Phukboung ພ້ອມເສີບຊິງເກິລເດບິວ “ເສຍອາການ” ອອກມາສູ່ສາຍຕາວົງການດົນຕີ L-pop ແລ້ວ. ເພງນີ້ເວົ້າເຖິງຄວາມຮູ້ສຶກເມື່ອໃຜບາງຄົນເຂົ້າມາໃນຊີວິດ...
ໃນຊີວິດທີ່ເຫຼືອຈະໄດ້ພົບກັບ “ຮັກສຸດທ້າຍ” ບໍ? ຊວນຫາຄຳຕອບໃນເພງໃໝ່ສຸດຊື້ງຈາກ ຕີ໋ ອຸດາໄລ ທີ່ໄດ້ຝາກຜົນງານເພງໃໝ່ ແລະ ບອກເລົ່າຄວາມຮັກສຸດກິນໃຈຜ່ານທຳນອງ ແລະ ເນື້ອເພງທີ່ຟັງແລ້ວເຮັດໃຫ້ຄົນທີ່ມີຄູ່ນັ້ນມີກຳລັງໃຈໃນການສູ້ ຮ່ວມກັນເອົາຊະນະອຸປະສັກກ້າວຂ້າມຜ່ານມັນໄປດ້ວຍກັນ. ໃນເອັມວີເພງກໍໄດ້ເລົ່າພາບມຸມມອງຂອງຄູ່ຮັກທີ່ມີອາຊີບທີ່ຕ່າງກັນ ແລະ ພະເອກເອັມວີກໍມີຄວາມຝັນທີ່ຢາກເຮັດ ແຕ່ລາວກໍຢາກຮັກສາທັງຄວາມຝັນ ແລະ ຜູ້ຍິງທີ່ເຮົາຮັກໃຫ້ກ້າວໄປດ້ວຍກັນ. ໃນສ່ວນນາງເອກນັ້ນກໍຢາກໃຫ້ພະເອກໄດ້ເດີນຕາມຄວາມຝັນໂດຍທີ່ບໍ່ຕ້ອງມາກັງວົນ. ດ້ວຍຄວາມຮັກທີ່ທັງສອງຄົນມີໃຫ້ກັນ ມັນກໍໄດ້ເຮັດໃຫ້ພວກເຂົາກັບມາຢູ່ດ້ວຍກັນເຖິງວ່າເວລາຂອງນາງເອກຈະເຫຼືອບໍ່ຫຼາຍ, ພວກເຂົາກໍເລືອກທີ່ຈະໃຊ້ທຸກເວລາ ແລະ...
ບໍ່ໜ້າເຊື່ອ DEE ROC ແຫກຄາແລັກເຕີປ່ອຍເພງໃໝ່ໄດ້ຫວານຊຶ້ງກິນໃຈ ຕ້ອນຮັບວາເລັນທາຍ. ໂດຍປົກກະຕິຖ້າໃຜໄດ້ຕິດຕາມ DEE ROC ຢູ່ແລ້ວກໍຈະຮູ້ດີວ່າສໄຕເພງສ່ວນຫຼາຍຈະເປັນສະໄຕHipHop/Trap. ການປ່ອຍເພງຄັ້ງນີ້ຖືວ່າອອກມາໜ້າປະທັບໃຈໂດຍສະເພະາໃນສ່ວນຂອງເນື້ອເພງທີ່ຂ້ອນຂ້າງກິນໃຈແຕ່ກໍຍັງຄົງກິ່ນອາຍຄາແລັກເຕີ ຄວາມເປັນ ເອກະລັກໄວ້ເຮັດໃຫ້ເຫັນອີກມຸມມອງໜຶ່ງຂອງ ສິລະປິນຄົນນີ້. ວາດຝັນ ເປັນເພງທີ່ເວົ້າເຖິງຄວາມຮັກ ທີ່ເຮົາພະຍາຍາມສ້າງໃຫ້ມັນໄປໄດ້ດີ, ປະຄັບປະຄອງ ແລະ ປັບໂຕທຸກທາງເພື່ອໃຫ້ບໍ່ມີປັນຫາ ແຕ່ກໍເກີດເລື່ອງ ແລະ ເປັນປັນຫາຢູ່ດີ, ເລີຍກັບມາຄິດໃຫ້ເລີກຂຶ້ນໄດ້ວ່າຄວາມຮັກ...
ຍັງ Move on ຈາກເພງເກົ່າບໍ່ພໍເທົ່າໃດ ກໍປ່ອຍເພງໃໝ່ອອກມາອີກແລ້ວກັບສິລະປິນ NAEMZ ແຣັປເປີນ້ອງໃໝ່ໄຟແຮງເຈົ້າຂອງຜົນງານເພງຮິດຕິດຫູ ສາວປັອບສຕາ ໄດ້ປ່ອຍຜົນງານໃໝ່ຫຼ້າສຸດສົດໆຮ້ອນໆພ້ອມເສີບໃຫ້ FC ໄດ້ຟັງກັນນັ້ນກໍຄືເພງ ສະຕິ ( สติ ). ທີ່ໄດ້ ແຣັປເປີດັງຈາກຟັງໄທຢ່າງ RachYO ຊື່ນີ້ແຟນໆຊາວHiphop/RNBບ້ານນາລາວ-ໄທຮູ້ດີ ກາລັນຕີ ຜົນງານເພງດັງຫຼາຍໆເພງ ໄດ້ມາ Featuring...
“ຖ້າເຮົາຕ້ອງຈາກລາ ວັນສຸດທ້າຍເຮົາຈະຍິ້ມໃຫ້ກັນບໍ່” ກັບເອັມວີເພງ:ບົດສຸດທ້າຍຜົນງານໃໝ່ລ່າສຸດຂອງ ສິລະປິນລາວThinalamphone ທີ່ໄດ້ແຣັປເປີຮ້ອນແຮງທີ່ໃນຫຼວງພະບາງຂະໜະນີ້ຢ່າງ PHOENIX BOIIi ມາຟີດນຳ ດ້ວຍຕົົວເພງມາໃນແນວ R&B ມູດເສົ້າພ້ອມກັບທຳນອງເພງທີ່ຊ້າ ແລະ ຄ້ອຍຕາມຂອງ Thinalamphone ປະສົມປະສານກັນຢ່າງລົງໂຕກັບການແຣັປທີ່ເປັນເອກະລັກຂອງ PHOENIX BOII ຈົນເກີດເປັນຜົນງານທີ່ເຮົາເຫັນໃນ MV ເພງ”ບົດສຸດທ້າຍ” ຊື່ເຖິງຄວາມໝາຍຂອງການຈາກລາແບບຕົງໄປຕົງມາບວກກັບດົນຕີຊ້າແບບເລິກເຊິງທີ່ສອດແຊກສຽງທີ່ອິນອ້ອຍຂອງໄວໂອວິນເຂົ້າໄປ, ໃຫ້ຜູ້ຊົມຄືເຮົາໄດ້ອິນໄປຕາມ....
ຫຼັງຈາກ ຕ່າຍ ອາກາດ ປະກາດເລື່ອນການປ່ອຍເພງ “ຄືນຂອງເຮົາ ຫຼື Our Night” ຈາກວັນທີ 08 ກຸມພາ ມາເປັນ 14 ກຸມພາ 2025. ໃນທີ່ສຸດລາວກໍໄດ້ປ່ອຍຕົວຢ່າງ Official Teaser ມາໃຫ້ເບິ່ງກັນ ເພື່ອໃຫ້ທຸກຄົນໄດ້ລອງຟັງ ແລະ ເອີ້ນນ້ຳຍ່ອຍກັນແລ້ວເດີ ກັບເພງໃໝ່ທີ່ມີຊື່ວ່າ...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?