ສຳຜັດປະສົບການການບິນໃໝ່ກັບ COMAC C909 ເຮືອບິນສັນຊາດຈີນລຳໃໝ່ທີ່ສາຍການບິນລາວຫາກໍໄດ້ນຳເຂົ້າມາໃຫ້ບໍລິການ ສຳລັບການເດີນທາງທີ່ສະດວກສະບາຍຫຼາຍຂຶ້ນ.
ເມື່ອປີກ່ອນ ຖ້ຽວບິນວຽງຈັນ–ຫຼວງນໍ້າທາໄດ້ມີການຍົກເລີກ ເຮັດໃຫ້ຫຼາຍຄົນຕ້ອງໄດ້ປັບແຜນການເດີນທາງໃໝ່ເມື່ອຕ້ອງເດີນທາງໃນເສັ້ນທາງນີ້. ແນວໃດກໍຕາມ ຕອນນີ້ມີຂ່າວດີຈາກທາງການບິນລາວ ເຊິ່ງພວກເຂົາໄດ້ປະກາດເປີດຄືນຖ້ຽວບິນນີ້ອີກຄັ້ງ. ນີ້ບໍ່ແມ່ນພຽງແຕ່ ການນຳເອົາຕົວເລືອກການເດີນທາງທີ່ດີກັບຄືນມາ ແຕ່ຍັງມາພ້ອມກັບຂໍ້ສະເໜີສຸດພິເສດທີ່ຖືກໃຈນັກເດີນທາງທຸກຄົນ ລວມທັງມ່ວນຊວນໄປເອງ. ມ່ວນຊວນໄປ ໃນຖານະທີ່ເປັນຜູ້ໜຶ່ງທີ່ມັກການເດີນທາງ ທັງໄປທ່ຽວ ແລະ ໄປວຽກ ຫຼັງຈາກທີ່ໄດ້ຮັບຂ່າວດີນີ້ກໍຮູ້ສຶກດີໃຈຫຼາຍທີ່ຈະສາມາດໃຊ້ບໍລິການທີ່ຕອບໂຈດທັງໃນແງ່ຂອງຄຸນນະພາບບໍລິການ ແລະ ໄລຍະເວລາໃນການເດີນທາງທີ່ສັ້ນ. ສຳລັບເສັ້ນທາງ ນະຄອນຫຼວງວຽງຈັນ – ຫຼວງນໍ້າທາ ຈະມີບິນທຸກວັນ...