ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ. ຮູ້ຈັກພຶດຕິກຳ Hate-following ທີ່ໂລກອອນລາຍກຳລັງຈະເຂົ້າມາປ່ຽນແປງເຮັດໃຫ້ຄົນສ່ວນໃຫຍ່ເກີດຄວາມບໍ່ພໍໃຈໃນຕົວເອງ ແລະ ມັກເກີດການປຽບທຽບກັບຄົນໃນໂຊຊຽວ. Hate-following ໝາຍເຖິງພຶດຕິກຳທີ່ໃຜບາງຄົນກຳລັງຕິດຕາມຄົນໃດໜຶ່ງໃນໂຊຊຽວມີເດຍທັງໆທີ່ບໍ່ມັກເຂົາ ຫຼື ອາດຮູ້ສຶກໝັ່ນໃສ້, ອິດສາ ຫຼື ບໍ່ເຫັນດີນຳ...
ມີງານວິໄຈກ່ຽວກັບການຕະຫຼາດພົບວ່າ ບັນຊີທີ່ມີຜູ້ຕິດຕາມຫຼາຍເກີນໄປ ມັກຈະມີອັດຕາການມີສ່ວນຮ່ວມ ຫຼື Engagement Rate ຕ່ຳລົງ. ຖ້າໃຜເຮັດວຽກການຕະຫຼາດຢູ່ໃນລາວມາຕັ້ງແຕ່ແຖວໆ ປີ 2010-2015 ຄົງຈະຍັງຈື່ກັນໄດ້ວ່າ ຈຳນວນຜູ້ຕິດຕາມ (Followers ຫຼືວ່າຄົນມາກົດໄລຄ໌ເພຈ) ທີ່ເປັນໜຶ່ງໃນມາດວັດຜົນລັບຂອງການເຮັດການຕະຫຼາດດິຈິຕອລນັ້ນ ຄັ້ງໜຶ່ງເຄີຍເປັນໂຕເລກທີ່ສຳຄັນທີ່ສຸດ ເພື່ອຊີ້ວັດຄວາມສຳເລັດໃນການສ້າງແບຣນດ໌ ຫຼື ທຸລະກິດ, ແຕ່ຕອນນີ້ ແນວຄິດນີ້ມັນໃຊ້ບໍ່ໄດ້ແລ້ວ. ອັດຕາການມີສ່ວນຮ່ວມທີ່ຕ່ຳລົງ ສວນທາງການໂຕເລກຜູ້ຕິດຕາມ...
ໝາຍເຫດ: ບົດຄວາມນີ້ແປຈາກ https://contentshifu.com/blog/social-media-marketing-trends ໂດຍໄດ້ຮັບອະນຸຍາດຈາກອ້າຍແບ້ງ Content Shifu ໃຫ້ເຜີຍແຜ່ຜ່ານ Muan Social Media ຢູ່ຄູ່ກັບໂລກອິນເຕີເນັດມາເກືອບໆ 30 ປີແລ້ວ ນັບຕັ້ງແຕ່ການກໍ່ຕັ້ງຂອງ SixDegrees ໃນປີ 1997 (ຂໍ້ມູນຈາກ Wikipedia). ມີ Platform ເກີດໃໝ່ ແລະ...