Warm ເພງທີ່ຍັງເຮັດໃຫ້ໃຈອຸ່ນສະເໝີກັບສິລະປິນສາວສຽງເປັນເອກະທີ່ຫາທຽບໄດ້ຢາກໃນບ້ານເຮົາຢາງ Luhwvn ກັບແນວດົນຕີ Pop, Soul Ballad ຖ່າຍທອດອາລົມຂອງການຄິດຮອດໃຜບາງຄົນທີ່ເຄີຍມີຄວາມໝາຍ ແລະ ຍັງຄົງສົງໃສຢູ່ໃນໃຈວ່າຈະເປັນແນວໃດຖ້າເຮົາຍັງຮັກກັນ. ເພງທີ່ບໍ່ມີຈັງຫວະຂອງກອງເລີຍແມ້ແຕ່ບາດເຄາະດຽວມີພຽງແຕ່ໃຫ່ເປຍໂນຂັບເຄື່ອນເປັນດົນຕີຫຼັ້ກພ້ອມກັບດົນຕີຊິ້ນອື່ນທີ່ຄ່ອຍບິ້ວອາລົມ ສ່ວນໃຫ້ຜູ້ຟັງຈິນຕະນາການຈັງຫວະໃນຫົວເອງໃຫ້ເຮົາໄດ້ລອງລ່ອຍໄປກັບສຽງຮ້ອງທີ່ສື່ຄວາມໝາຍໄດ້ຢ່າງເລິກຊຶ່ງ ແລະ ຊັດເຈນນັ້ນເອງ. ເປັນເພງທີ່ສົນທະນາກັບຫົວໃຈຕົວເອງວ່າຄວາມຮັກທີ່ຈາກໄປມັນຍັງອຸ່ນຢູ່ໃນໃຈເຮົາພຽງໃດ ແລະ ຖ້າຢາກຍ້ອນເວລາກັບໄປໄດ້ເສັ້ນທາງເຮົາຈະເປັນແນວໃດ. ໂດຍ: ທີມບັນນາທິການ Muan
ການກັບມາຄັ້ງນີ້ກໍບໍ່ທຳມະດາອີກແລ້ວ, ເພາະເພງໃໝ່ທີ່ໄດ້ປ່ອຍອອກມາໃນເພງ “ກຳລັງດີ” ຈາກ Luh Wvn (N’warn Jsppd) ທີ່ພໍຟັງເພງນີ້ແລ້ວເຮັດໃຫ້ຕ້ອງຄິດຮອດຄົນຮັກທັນທີເລີຍແຫຼະ, ເພາະມັນຮູ້ສຶກອົບອຸ່ນຫົວໃຈຢ່າງບອກບໍ່ຖືກ. ເຖິງວ່າຈະຜ່ານລະດູຝົນໄປແລ້ວແຕ່ພໍໄດ້ເບິ່ງເອັມວີທີ່ມີ Mood & Tone ທີ່ມີສີຂຽວໝົ່ນໆ ແລະ ກິ່ນອາຍຂອງລະດູຝົນ, ດ້ວຍສຽງຮ້ອງຫວານໆຂອງ Luh Wvn ແລ້ວມັນເຮັດໃຫ້ລະມຸນ ແລະ ຫຼົງຮັກໄດ້ງ່າຍໆເລີຍ,...