ເພງລາວ

124 ບົດຄວາມ

ລວມເພງລາວທີ່ອອກໃໝ່ ເດືອນກຸມພາ 2025

ລວມເພງລາວທີ່ອອກໃໝ່ ເດືອນກຸມພາ 2025

ເພງຮິດຂ້າມເວລາທີ່ບໍ່ເຄີຍເກົ່າ

ຍ້ອນກັບໄປເກືອບ 20 ປີກ່ອນ, ເຊື່ອເລີຍວ່າໜຶ່ງໃນເພງທີ່ຢູ່ໃນຄວາມຊົງຈຳຂອງຜູ້ຄົນ ບໍ່ວ່າຈະເປັນຄູູ່ຮັກທີ່ໃຊ້ເພງນີ້ໃນວັນພິເສດ ຫຼື ຄົນທີ່ເຄີຍມີຊ່ວງເວລາດີໆໃນຍຸກນັ້ນຄົງໜີບໍ່ພົ້ນເພງ “ຫວານ” ຂອງວົງ CELLS ແນ່ນອນ ເຊິ່ງເປັນຕຳນານບົດເພງທີ່ສ້າງປະກົດການໃນວົງການເພງລາວມາແລ້ວ. ເຖິງແມ່ນວ່າການເວລາຈະຜ່ານມາເປັນສິບໆປີ, ເພງນີ້ກໍຍັງໄດ້ຮັບຄວາມນິຍົມ ແລະ ຖືກນຳມາຫຼິ້ນໃນງານຕ່າງໆຢ່າງຕໍ່ເນື່ອງ. ນີ້ອາດເປັນຍ້ອນຫຼາຍປັດໄຈທີ່ເຮັດໃຫ້ເພງນີ້ຍັງຄົງສົດໃໝ່ ແລະ ຢູ່ໃນໃຈຂອງຜູ້ຟັງຢ່າງເຮົາຢູ່ສະເໝີ ດ້ວຍເນື້ອເພງທີ່ຟັງງ່າຍເຂົ້າເຖິງກຸ່ມຜູ້ຟັງທຸກຍຸກເປັນອາລົມພື້ນຖານທີ່ຄົນທຸກຍຸກທຸກສະໄໝສາມາດເຂົ້າໃຈໄດ້ ແລະ ທຳນອງທີ່ເໝາະກັບບັນຍາກາດ. ເຖິງແມ່ນວ່າເພງຈະປ່ອຍອອກມາດົນແລ້ວ...

ວາເລັນໄທນ໌ທີ່ແສນເສົ້າ ດອກໄມ້ໃນມືບໍ່ມີຄ່າຫຍັງຖ້າບໍ່ມີຄົນໃຫ້ ເພງໃໝ່ຈາກ Tongflow11

ຫຼັງຈາກທີ່ຫ່າງກັນໄປເກືອບເຄິ່ງປີ Tongflow11 ແຣັປເປີໂດດເດັນໃນເລື່ອງໂຟຼໃນການແຣັປທີ່ກິນໃຈ, ໜຶ່ງໃນສາມະຊິກ HuenCrew ກໍໄດ້ກັບມາພ້ອມສົ່ງເພງໃໝ່ທີ່ແສນເສົ້າປະສົມຄວາມເຫງົາຢ່າງເພງ “ດອກໄມ້ໃນມື ຫຼື Lost flowers”. ການກັບມາຄັ້ງມານີ້ມາພ້ອມເພງທີ່ຈະມອບຄວາມດຳດິ່ງສູ່ຄວາມເສົ້າ “ດອກໄມ້ໃນມື” ກັບແນວເພງ R&B Hip-Hop ທີ່ມອບຄວາມເປັນ Sad Boy ທີ່ເຂົ້າກັນໄດ້ດີ. “ດອກໄມ້ໃນມື” ບໍ່ໄດ້ເປັນພຽງເພງເສົ້າແຕ່ເປັນສຽງສະທ້ອນຂອງຄວາມຮູ້ສຶກຂອງການຖືກຖິ້ມ, ເມື່ອຄວາມຮັກບໍ່ມີຄ່າກໍປຽບເໝືອນດອກໄມ້ທີ່ບໍ່ມີຄວາມໝາຍຖ້າຫາກບໍ່ມີຄົນທີ່ຢາກຈະມອບໃຫ້.  ໃນເອັມວີເພງໄດ້ເລົ່າໃຫ້ເຫັນພາບວ່າ...

ຟັງ”ເສຍອາການ” ເພງທຳອິດຈາກ FIZCHE ນັກຮ້ອງສາວກຸ່ມໃໝ່ຈາກຄ້າຍ A-List

ຫຼັງຈາກທີ່ລໍຖ້າມາດົນໃນທີ່ສຸດກໍໄດ້ເປີດໂຕຢ່າງເປັນທາງການໃນຖານະສິລະປິນຄ້າຍ A-List ຢ່າງ Fizche ສິລະປິນ Girl Group ໜ້າໃໝ່ຫຼາຍຄວາມສາມາດ, ມີສະມາຊິກທັງໝົດ 6 ຄົນດ້ວຍກັນຄື: Piano, Namfon, Lisa, Alicia, Koungnang, Phukboung ພ້ອມເສີບຊິງເກິລເດບິວ “ເສຍອາການ” ອອກມາສູ່ສາຍຕາວົງການດົນຕີ L-pop ແລ້ວ. ເພງນີ້ເວົ້າເຖິງຄວາມຮູ້ສຶກເມື່ອໃຜບາງຄົນເຂົ້າມາໃນຊີວິດ...

ພຽງຮັກ ແລະ ເຊື່ອໝັ້ນ ກໍພ້ອມກ້າວໄປດ້ວຍກັນ ຊວນຟັງເພງ ຮັກສຸດທ້າຍ ຮ້ອງໂດຍ ຕີ໋ ອຸດາໄລ

ໃນຊີວິດທີ່ເຫຼືອຈະໄດ້ພົບກັບ “ຮັກສຸດທ້າຍ” ບໍ? ຊວນຫາຄຳຕອບໃນເພງໃໝ່ສຸດຊື້ງຈາກ ຕີ໋ ອຸດາໄລ ທີ່ໄດ້ຝາກຜົນງານເພງໃໝ່ ແລະ ບອກເລົ່າຄວາມຮັກສຸດກິນໃຈຜ່ານທຳນອງ ແລະ ເນື້ອເພງທີ່ຟັງແລ້ວເຮັດໃຫ້ຄົນທີ່ມີຄູ່ນັ້ນມີກຳລັງໃຈໃນການສູ້ ຮ່ວມກັນເອົາຊະນະອຸປະສັກກ້າວຂ້າມຜ່ານມັນໄປດ້ວຍກັນ. ໃນເອັມວີເພງກໍໄດ້ເລົ່າພາບມຸມມອງຂອງຄູ່ຮັກທີ່ມີອາຊີບທີ່ຕ່າງກັນ ແລະ ພະເອກເອັມວີກໍມີຄວາມຝັນທີ່ຢາກເຮັດ ແຕ່ລາວກໍຢາກຮັກສາທັງຄວາມຝັນ ແລະ ຜູ້ຍິງທີ່ເຮົາຮັກໃຫ້ກ້າວໄປດ້ວຍກັນ. ໃນສ່ວນນາງເອກນັ້ນກໍຢາກໃຫ້ພະເອກໄດ້ເດີນຕາມຄວາມຝັນໂດຍທີ່ບໍ່ຕ້ອງມາກັງວົນ. ດ້ວຍຄວາມຮັກທີ່ທັງສອງຄົນມີໃຫ້ກັນ ມັນກໍໄດ້ເຮັດໃຫ້ພວກເຂົາກັບມາຢູ່ດ້ວຍກັນເຖິງວ່າເວລາຂອງນາງເອກຈະເຫຼືອບໍ່ຫຼາຍ, ພວກເຂົາກໍເລືອກທີ່ຈະໃຊ້ທຸກເວລາ ແລະ...

ສຸດທ້າຍຂ້ອຍກໍເລີ່ມຈະເຂົ້າໃຈຄໍາວ່າ ຕະຫຼອດການ ເພງໃໝ່ ວາດຝັນ ຈາກ Dee Roc ເພງສຸດຫວານໃນວັນວາເລັນທາຍ

ບໍ່ໜ້າເຊື່ອ DEE ROC ແຫກຄາແລັກເຕີປ່ອຍເພງໃໝ່ໄດ້ຫວານຊຶ້ງກິນໃຈ ຕ້ອນຮັບວາເລັນທາຍ. ໂດຍປົກກະຕິຖ້າໃຜໄດ້ຕິດຕາມ DEE ROC ຢູ່ແລ້ວກໍຈະຮູ້ດີວ່າສໄຕເພງສ່ວນຫຼາຍຈະເປັນສະໄຕHipHop/Trap. ການປ່ອຍເພງຄັ້ງນີ້ຖືວ່າອອກມາໜ້າປະທັບໃຈໂດຍສະເພະາໃນສ່ວນຂອງເນື້ອເພງທີ່ຂ້ອນຂ້າງກິນໃຈແຕ່ກໍຍັງຄົງກິ່ນອາຍຄາແລັກເຕີ ຄວາມເປັນ ເອກະລັກໄວ້ເຮັດໃຫ້ເຫັນອີກມຸມມອງໜຶ່ງຂອງ ສິລະປິນຄົນນີ້. ວາດຝັນ ເປັນເພງທີ່ເວົ້າເຖິງຄວາມຮັກ ທີ່ເຮົາພະຍາຍາມສ້າງໃຫ້ມັນໄປໄດ້ດີ, ປະຄັບປະຄອງ ແລະ ປັບໂຕທຸກທາງເພື່ອໃຫ້ບໍ່ມີປັນຫາ ແຕ່ກໍເກີດເລື່ອງ ແລະ ເປັນປັນຫາຢູ່ດີ, ເລີຍກັບມາຄິດໃຫ້ເລີກຂຶ້ນໄດ້ວ່າຄວາມຮັກ...

ບໍ່ວ່າຈະເກີດຫຍັງຂື້ນ ສະຕິ ໄວ້ກ່ອນຜົນງານແຣັປຂ້າມຟັງຂອງຈາກ NAEMZ ແລະ RachYO

ຍັງ Move on ຈາກເພງເກົ່າບໍ່ພໍເທົ່າໃດ ກໍປ່ອຍເພງໃໝ່ອອກມາອີກແລ້ວກັບສິລະປິນ NAEMZ ແຣັປເປີນ້ອງໃໝ່ໄຟແຮງເຈົ້າຂອງຜົນງານເພງຮິດຕິດຫູ ສາວປັອບສຕາ ໄດ້ປ່ອຍຜົນງານໃໝ່ຫຼ້າສຸດສົດໆຮ້ອນໆພ້ອມເສີບໃຫ້ FC ໄດ້ຟັງກັນນັ້ນກໍຄືເພງ ສະຕິ ( สติ ). ທີ່ໄດ້ ແຣັປເປີດັງຈາກຟັງໄທຢ່າງ RachYO ຊື່ນີ້ແຟນໆຊາວHiphop/RNBບ້ານນາລາວ-ໄທຮູ້ດີ ກາລັນຕີ ຜົນງານເພງດັງຫຼາຍໆເພງ ໄດ້ມາ Featuring...

ຈົ່ງຮັກ ແລະ ເບິ່ງແຍງຄົນທີ່ເຮົາຮັກໃຫ້ດີທີ່ສຸດໃນຕອນທີ່ຍັງມີຊີວິດຢູ່

“ຖ້າເຮົາຕ້ອງຈາກລາ ວັນສຸດທ້າຍເຮົາຈະຍິ້ມໃຫ້ກັນບໍ່” ກັບເອັມວີເພງ:ບົດສຸດທ້າຍຜົນງານໃໝ່ລ່າສຸດຂອງ ສິລະປິນລາວThinalamphone ທີ່ໄດ້ແຣັປເປີຮ້ອນແຮງທີ່ໃນຫຼວງພະບາງຂະໜະນີ້ຢ່າງ PHOENIX BOIIi ມາຟີດນຳ   ດ້ວຍຕົົວເພງມາໃນແນວ R&B ມູດເສົ້າພ້ອມກັບທຳນອງເພງທີ່ຊ້າ ແລະ ຄ້ອຍຕາມຂອງ Thinalamphone ປະສົມປະສານກັນຢ່າງລົງໂຕກັບການແຣັປທີ່ເປັນເອກະລັກຂອງ PHOENIX BOII ຈົນເກີດເປັນຜົນງານທີ່ເຮົາເຫັນໃນ MV ເພງ”ບົດສຸດທ້າຍ” ຊື່ເຖິງຄວາມໝາຍຂອງການຈາກລາແບບຕົງໄປຕົງມາບວກກັບດົນຕີຊ້າແບບເລິກເຊິງທີ່ສອດແຊກສຽງທີ່ອິນອ້ອຍຂອງໄວໂອວິນເຂົ້າໄປ, ໃຫ້ຜູ້ຊົມຄືເຮົາໄດ້ອິນໄປຕາມ....

ວາເລັນໄທນ໌ນີ້ຈະເປັນແນວໃດ? ຖ້າຟັງເພງ ຄືນຂອງເຮົາ ຈາກ ຕ່າຍ ອາກາດ ໃນວັນທີ 14 ກຸມພາ 2025

ຫຼັງຈາກ ຕ່າຍ ອາກາດ ປະກາດເລື່ອນການປ່ອຍເພງ “ຄືນຂອງເຮົາ ຫຼື Our Night” ຈາກວັນທີ 08 ກຸມພາ ມາເປັນ 14 ກຸມພາ 2025. ໃນທີ່ສຸດລາວກໍໄດ້ປ່ອຍຕົວຢ່າງ Official Teaser ມາໃຫ້ເບິ່ງກັນ ເພື່ອໃຫ້ທຸກຄົນໄດ້ລອງຟັງ ແລະ ເອີ້ນນ້ຳຍ່ອຍກັນແລ້ວເດີ ກັບເພງໃໝ່ທີ່ມີຊື່ວ່າ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.