ປ່ຽນບັນຍາກາດ ແລະ ສ້າງເວລາແຫ່ງຄວາມສຸກທີ່ພິເສດກວ່າທຸກມື້ ຊວນຄົນຂ້າງໆມາເຮັດອາຫານກິນເອງແລ້ວເບິ່ງ 5 ເລື່ອງຮັກທີ່ຄັດມາໃຫ້ຮັບຮອງວ່າຟິນສຸດໆ.
Me and Thee (มีสติหน่อยคุณธีร์) ເປັນຊີຣີສ໌ວາຍທີ່ເນັ້ນສ້າງຄວາມອາລົມດີ ແລະ ບົດບາດແປກໆຂອງພະເອກຢ່າງ "ທີ" ທີ່ມີສະເໜ່ຄວາມຫຼໍ່ໂດດເດັ່ນ ທີ່ພໍໄດ້ເບິ່ງແລ້ວຕ້ອງຫົວຄ້າງກັນແນ່ນອນ.
ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ. ໃນເລື່ອງແມ່ນໄດ້ເວົ້າເຖິງຕົວລະຄອນເອກຂອງເລື່ອງ Wednesday ສາວນ້ອຍມືດມົນປາກແຊບ, ດ້ວຍຄວາມທີ່ເປັນໂຕແສບຈຶ່ງໄດ້ຖືກສົ່ງຕົວເຂົ້າຮຽນຢູ່ Nevermore Academy ໂຮງຮຽນທີ່ລວມເອົາຄົນພິເສດ ແລະ ຄົນປະຫຼາດຈາກທົ່ວສາລະທິດມາໄວ້ໃນບ່ອນດຽວກັນ ແຕ່ກໍມີເຫດໃຫ້ຕ້ອງເຂົ້າໄປພົວພັນກັບເລື່ອງປິດສະໜາຄາດຕະກຳສຸດເລິກລັບ-ປະຫຼາດ ທີ່ທັງເປັນຕາຢ້ານຈົນເຮັດຂົນລຸກ,...
ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller ໄດ້ຖືກນໍາມາສ້າງເປັນຊີຣີສ໌ໃຫ້ແຟນໆໄດ້ຮັບຊົມ ຫຼັງຈາກການລໍຄອຍອັນຍາວນານ ແລະ ໃຊ້ເວລາຫຼາຍປີໃນການກະກຽມ, ບອກໄດ້ເລີຍວ່າຊີຣີສ໌ເລື່ອງນີ້ຄຸ້ມຄ່າກັບການລໍຖ້າຂອງທຸກຄົນແນ່ນອນ. ເລື່ອງລາວກ່ຽວໂຍງກັບຄວາມຮັກ, ຄວາມແຄ້ນ ແລະ ໄສຍະສາດ ຊີຣີສ໌ໄດ້ເລົ່າເລື່ອງລາວຂອງ ເຂັມຈິຣາ...
ໂສດມາທັງຊີວິດກໍເຖິງເວລາເປີດໃຈ ຕິດຕາມລາຍການ Better Late Than Single ຈາກ Netflix ນຳໜຸ່ມ-ສາວ 10 ຄົນທີ່ບໍ່ເຄີຍມີແຟນມາກ່ອນ ມາຮຽນຮູ້ຄວາມຮັກເປັນຄັ້ງທຳອິດ.
ໝາຍເຫດ: ເນື້ອຫານີ້ອາດມີສະປອຍ ແລະ ອ້າງອີງຈາກຕົ້ນສະບັບເອນິເມຊັນ. The Summer Hikaru Died – ລະດູຮ້ອນທີ່ຮິຄາຣຸຈາກໄປ ແມ່ນເອນິເມຊັນສັນຊາດຍີ່ປຸ່ນທີ່ສ້າງມາຈາກມັງງະ. ມີເນື້ອຫາເວົ້າເຖິງຄວາມຜູກພັນຂອງໝູ່ສະໜິດ, ຄວາມລຶກລັບ ແລະ ການຕົວະຕົນເອງ ເພາະຢ້ານຄວາມຈິງທີ່ຍອມຮັບບໍ່ໄດ້. ລະດູຮ້ອນສຳລັບໃຜຫຼາຍໆຄົນ ອາດເປັນລະດູແຫ່ງຄວາມສົດໃສ ແລະ ຄວາມຊົງຈຳດີໆ ແຕ່ສຳລັບ ໂຢຊິກິ (Yoshiki)...
ຊີຣີສ໌ພາກຕໍ່ຈາກ Weak Hero Class 1 ທີ່ເລື່ອງລາວໄດ້ເລົ່າເຖິງຕົວຫຼັກຂອງເລື່ອງຢ່າງ Yeon Si-eun ນັກຮຽນເກັ່ງ, ສະຫຼາດ ແລະ ມີໄຫວພິບດີທີ່ມີນິໄສເປັນຄົນນິ່ງໆບໍ່ມັກສະແດງອອກກັບສາຍຕາທີ່ແສນເສົ້າ. ໃນພາກຕໍ່ນີ້ ມ່ວນຂໍບອກວ່າສຸດເດືອດຖືກໃຈສາຍແອັກຊັນແນ່ນອນ ເພາະ Si-eun ຈະຕ້ອງໄດ້ເຈິກັບກຸ່ມນັກເລງໂຈດໃໝ່ສຸດຫິນ ແລະ ເຫຼົ່າຕົວຮ້າຍທີ່ໂຫດກວ່າເກົ່າຢ່າງ Na Baek-jin. Cast: Bae Na-ra as...
Weak Hero ແມ່ນຊີຣີສ໌ທີ່ຖືກດັດແປງມາຈາກ Webtoon ເຊິ່ງເປັນແນວແອັກຊັນ, ດຣາມ່າ ແລະ ຄວາມສຳພັນມິດຕະພາບລະຫວ່າງໝູ່ເພື່ອນໃນໂຮງຮຽນ ທີ່ມ່ວນຕ້ອງຂໍບອກເລີຍວ່າເລື່ອງນີ້ສາກຕໍ່ສູ້ແມ່ນມັນສຸດ ແລະ ນັກສະແດງຫຼັກຢ່າງພະເອກກໍສະແດງຄວາມຮູ້ສຶກອອກມາໃຫ້ອາລົມມືດມົນປົນອຶດອັດໄດ້ຢ່າງເລີກເຊິ່ງ. ໃນຕອນທີ່ກຳລັງເບິ່ງຊີຣີສ໌ເລື່ອງນີ້ກໍເຮັດໃຫ້ຮູ້ສືກອິນຕາມສຸດໆ, ທັງເມື່ອຍ ແລະ ດິ່ງໄປກັບຊີນການສະແດງທີ່ຖ່າຍທອດຜ່ານຕົວລະຄອນທີ່ມີຊື່ວ່າ Yeon Si-eun ທີ່ງານສາຍຕາແມ່ນດີອາລົມທຸກຢ່າງລາວລ້ວນເລົ່າອອກມາຈາກທາງສາຍຕາທັງໝົດ ແລະ ເລື່ອງນີ້ຍັງໄດ້ສະທ້ອນບັນຫາການບູລລີ້ກັນໃນໂຮງຮຽນ ແລະ ການໃຊ້ຄວາມຮຸນແຮງໃນໂຮງຮຽນ. Weak...
ພວກເຮົາໃຊ້ຄຸກກີ້ເພື່ອປັບປຸງປະສົບການ ແລະ ນຳສະເໜີເນື້ອຫາທີ່ຖືກໃຈທ່ານທີ່ສຸດ. ຍິນຍອມໃຫ້ເຮົາເບິ່ງແຍງປະສົບການຂອງທ່ານບໍ່?