ຢ່າເຂີນອາຍ ຢ່າລັງເລ ເພາະຈາກວິໄຈໄດ້ບອກວ່າ ຄວາມຮັກຈະດີກວ່າເມື່ອຝ່າຍຍິງເປັນຄົນເລີ່ມຈີບກ່ອນ ຂໍ້ມູນຈາກເວັບໄຊຫາຄູ່ OkCupid ເປີດເຜີຍວ່າ ຖ້າຜູ້ຍິງເປັນຝ່າຍເຂົ້າຫາ ອີກຝ່າຍນັ້ນຈະຕອບກັບຫຼາຍກວ່າ, ມີໂອກາດທີ່ຈະໄດ້ມີບົດສົນທະນາທີ່ຍາວກວ່າ ແລະ ຄວາມສໍາພັນຈະໄປໄດ້ດີກວ່າການທີ່ຝ່າຍຊາຍເປັນຄົນທັກຫາກ່ອນ. ເຊິ່ງຂໍ້ມູນເຫຼົ່ານີ້ກໍສາມາດໃຊ້ໄດ້ໃນຊີວິດຈິງແບບບໍ່ອິງການແຊັດລົມກັບແບບອອນລາຍອີກດ້ວຍ ເພາະຜູ້ຊາຍມັກຈະເຮັດໂຕບໍ່ຖືກເມື່ອຝ່າຍຍິງເປັນຄົນມາຈີບກ່ອນ ແລະ ສ່ວນຫຼາຍກໍຈະເປີດໃຈຍອມຮັບຄວາມສໍາພັນອີກດ້ວຍ. ໂອກາດລົ້ມເຫຼວໃນການຈີບກ່ອນກໍມີພຽງ 26% ເທົ່ານັ້ນ! ເຮົາກໍບໍ່ສາມາດຄາດຫວັງວ່າຄົນທີ່ເຮົາຈີບຈະມັກເຮົາຄືນ ຫຼື ເປີດໃຈໃຫ້ເຮົາໄດ້ 100%...
ຖ້າເຈົ້າກຳລັງຕົກຂຸມຮັກ, ກຳລັງແອບມັກແອບສ່ອງຄົນໆໜຶ່ງຢູ່ ແລະ ກຳລັງຄິດວ່າຈະເຮັດແນວໃດດີເມື່ອຢາກໄດ້ເຂົາເປັນແຟນ, ຢາກໄດ້ຮັບຄວາມຄວາມສົນໃຈ ແລະ ຢາກເລີ່ມຄວາມສຳພັນທີ່ດີຕໍ່ກັນ. ການທີ່ຈະຍ່າງໄປບອກວ່າເຮົານັ້ນຮູ້ສຶກກັບເຂົາເລີຍມັນກະແປກໆແຫຼະເນາະທຸກຄົນວ່າບໍ? ເພາະຖ້າເຂົາບໍ່ໄດ້ຮູ້ສຶກເຊັນດຽວກັນມັນຄົງເຮັດໃຫ້ອຶດອັດໃຈກັນລ້າໆ. ຖ້າວ່າຄົນໆນັ້ນແມ່ນຄົນທີ່ຢູ່ອ້ອມຕົວເຮົາ ຫຼື ໝູ່ຄູ່ເຮົາຮູ້ຈັກດີມັນແຮງຈະເບິ່ງໜ້າກັນບໍ່ຕິດເລີຍໃດ. ມື້ນີ້ມ່ວນກໍມີ 5 ວິທີພິຊິດໃຈຄົນທີ່ມັກ ມາແຊຣ໌ໃຫ້ທຸກຄົນລອງນຳໄປປັບໃຊ້ຕາມສະຖານະການຂອງແຕ່ລະຄົນເບິ່ງ, ເພື່ອຊ່ວຍໃຫ້ທຸກຄົນໄດ້ລອງສະແດງຄວາມຮູ້ສຶກ ແລະ ສ້າງຄວາມສໍາພັນທີ່ດີກັບຄົນທີ່ແອບສ່ອງໄດ້. 1. ສ້າງຄວາມສໍາພັນທີ່ດີກ່ອນ. ໃຫ້ເລີ່ມຕົ້ນດ້ວຍການເປັນໝູ່ທີ່ດີ ແລະ...