ກົດເຫຼັກສຳລັບແລງມື້ນີ້ກໍຄື “ຈົ່ງເອົາມືຖືໜີໃຫ້ໄກຈາກຄົນເມົາ” ເພາະເຂົາເຈົ້າອາດກົດສົ່ງຂໍ້ຄວາມໄປຫາຄົນທີ່ບໍ່ຄວນສົ່ງຫາ ໂດຍສະເພາະຄົນໃນຄວາມສຳພັນເກົ່າໆ. ຫຼາຍຄັ້ງ ຮູ້ໂຕອີກເທື່ອກໍຕອນທີ່ສວ່າງເມົາ ແລ້ວເຈົ້າໂຕກັບໄປອ່ານແຊັດຄືນ ຈົນເຖິງຂັ້ນຕ້ອງອຸທານອອກມາວ່າ “ຈິບຫາຍ!” ອາການເມົາແລ້ວແຊັດໄປຫາເຂົາເຈົ້າໂດຍບໍ່ຕັ້ງໃຈ ນັບເປັນໜຶ່ງພິດຕິກຳທີ່ພົບເຫັນໄດ້ທົ່ວໄປ ຈົນເຖິງຂັ້ນຕ່າງປະເທດມາເຮັດວິໄຈກັນກ່ຽວກັບອາການແຊັດຕອນເມົານີ້. ໃນທາງພຶດຕິກຳ, ການດື່ມເຄື່ອງດື່ມມຶນເມົາມີຄວາມສຳພັນກັບຄວາມບອບບາງທາງຄວາມຮູ້ສຶກທີ່ເກີດຈາກການດື່ມ ແລະ ສຳພັນກັບການສົ່ງຂໍ້ຄວາມທາງອອນລາຍ. ເຫດຜົນກໍຍ້ອນພາວະແອວກໍຮໍໃນເລືອດສູງ ເຮັດໃຫ້ສະໝອງບາງສ່ວນເຮັດວຽກໄດ້ໜ້ອຍລົງ ໂດຍສະເພາະສ່ວນທີ່ຄວບຄຸມການຢັບຢັ້ງຊັ່ງໃຈ ສົ່ງຜົນໃຫ້ການຄິດໄຕ່ຕອງເຖິງຜົນຂອງການກະທຳເຮັດວຽກໄດ້ບໍ່ເທົ່າຕອນທີ່ບໍ່ເມົາ. ນອກຈາກນັ້ນ ຍັງມີຜົນການວິໄຈທີ່ວ່າ ແອວກໍຮໍຊ່ວຍເພີ່ມຄວາມໝັ້ນໃຈໃນຕົວເອງ...