ກະຄົນມັນມັກເລກ 10 ເດ ຕອນຮຽນກະຍັງມັກທີ່ໂຕເອງສອບເສັງໄດ້ 10 ຄະແນນເຕັມ, ເມື່ອມາຮອດເລື່ອງຄວາມສຳພັນທີ່ໄວເຮົາກັບອີກຄົນຫ່າງກັນຮອດ 10 ປີຂຶ້ນໄປ ມັນກໍບໍ່ແມ່ນເລື່ອງແປກແມ່ນບໍລະ? ເວລາເວົ້າເຖິງຄວາມສຳພັນ, ຄົນເຮົາສ່ວນໃຫຍ່ມັກຈະແນມຫາຄົນທີ່ຢູ່ໃນໄວໃກ້ຄຽງກັນສະເໝີ ບໍ່ວ່າຈະເປັນເພື່ອນຮ່ວມງານ, ໝູ່ເພື່ອນ, ອ້າຍຮັກ-ເອື້ອຍຮັກ ຫຼື ນ້ອງທີ່ຮູ້ຈັກສະໄໝຮຽນ. ນັ້ນກໍເປັນຍ້ອນຄວາມຄຸ້ນເຄີຍ ຫຼື ໄວທີ່ໃກ້ຄຽງກັນເຮັດໃຫ້ມີຫຍັງທີ່ຈູນກັນງ່າຍ ຫຼື ລົມກັນຮູ້ເລື່ອງ. ແຕ່ວ່າ...