ຜົນງານເພງຫຼ້າສຸດຂອງ ຕີ໋ ອຸດາໄລ ທີ່ຫາກໍປ່ອຍອອກມາເມື່ອບໍ່ດົນມານີ້, ນອກຈາກເພງເອງທີ່ເປັນລາຍເຊັນຂອງສິລະປິນຊື່ດັງຜູ້ນີ້ ກໍຍັງມີນັກສະແດງໄວລຸ້ນທີ່ເປັນທີ່ຮູ້ຈັກຈາກການເປັນກະແສໃນຕິກຕັອກ ນັ້ນກໍຄື ຈິມມີ້. ນ້ອງໃໝ່ຄົນນີ້ອາຍຸພຽງ 15 ປີເທົ່ານັ້ນ ແຕ່ດ້ວຍຄວາມມີສະເໜ່ ແລະ ໜ້າຮັກ ຈຶ່ງເຮັດໃຫ້ລາວໄດ້ມີໂອກາດເຂົ້າສູ່ໂລກຂອງການສະແດງ. ທີມມ່ວນ ກໍບໍ່ລໍຊ້າໄປຊອກໄປຄົ້ນໄປຕາມຫາວ່ານ້ອງແມ່ນໃຜ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກນ້ອງໃຫ້ຫຼາຍຂຶ້ນ. ຈິມມີ້ ເປັນທີ່ຮູ້ຈັກຈາກການທີ່ລາວໄປຕັດຜົມ ແລ້ວທາງຮ້ານຕັດຜົມໄດ້ໂພສວິດີໂອລົງໃນຕິກຕັອກ ແລະ ອີກໜຶ່ງວິດີໂອແມ່ນເປັນວິດີໂອທີ່ລາວໄດ້ເສີບອາຫານໃຫ້ກັບແຂກຢູ່ທີ່ຮ້ານແຫ່ງໜຶ່ງໃນເຂດສີຫອມ....
ໃຜທີ່ໄດ້ເບິ່ງເອັມວີເພງ Trust Issues ຂອງ Imel ແລ້ວນັ້ນກໍຕ້ອງຮູ້ສຶກສົງໄສ ແລະ ຢາກຮູ້ວ່າພະເອກເອັມວີວ່າລາວແມ່ນໃຜ? ຄືມາຫຼໍ່ໜ້າຮັກ ແລະ ຍິ້ມຫວານແທ້. ມື້ນີ້ມ່ວນກໍບໍ່ລໍຊ້າຮີບໄປຊອກຫາ ແລະ ນຳລາວມາໃຫ້ທຸກຄົນໄດ້ທຳຄວາມຮູ້ຈັກກັນເລີຍ. ສຸກສະຫວັນ ວິບູນສັກ ມີຊື່ຫຼີ້ນວ່າ ໂຈບີ້ ປັດຈຸບັນອາຍຸ 23 ປີ. ບຸກຄະລິກພາຍນອກຂອງລາວເປັນຄົນບໍ່ຄ່ອຍປາກງຽບຂຶມ, ແຕ່ຖ້າໃຜທີ່ໄດ້ມີໂອກາດຮູ້ຈັກລາວຫຼາຍຂຶ້ນກໍຈະເປັນຄົນກວນໆ...