ໜ້າຫຼັກ ບົດສຸດທ້າຍ

ບົດສຸດທ້າຍ

1 ບົດຄວາມ
Muan Listen - ມ່ວນຊວນຟັງ

ຮັກແລ້ວຕ້ອງຈາກກັນໄປ ເຈົ້າຈະເປັນຈັງໃດຈະຍິ້ມໄດ້ຫຼືບໍ? ຟັງເພງ ບົດສຸດທ້າຍ ຮ້ອງໂດຍ Phoenix Boii ft Thinlamphone

ການລາຈາກແບບໃດເຈັບປວດທີ່ສຸດ? ພໍເວົ້າເຖິງຄຳວ່າຈາກກັນບໍ່ວ່າຈະເປັນຮູບແບບໃດມັນກໍເສຍໃຈກັນທັງໝົດ ເພາະການທີ່ມີກັນຢູ່ດີໆ ແລ້ວມື້ໜຶ່ງເຂົາກໍຫາຍອອກໄປຈາກຊີວິດໄປ ຄວາມຮູ້ສຶກຂອງຄົນທີ່ຍັງຢູ່ບ່ອນເກົ່ານັ້ນມັນຈະເຈັບປວດຂະໜາດໃດບໍ່ມີໃຜຮູ້ໄດ້ແນ່ນອນ. ລອງຟັງເພງ “ບົດສຸດທ້າຍ” ເພງໃໝ່ຈາກ Phoenix Boii x Thinlamphone ທີ່ຕ້ອງບອກວ່າເປັນການມາຮ່ວມຮ້ອງດ້ວຍກັນໄດ້ຢ່າງກົມກ່ອມ, ມີມິຕິດ້ວຍສຽງແຣັປທີ່ເທ້ລະມຸນ ແລະ ສຽງຫວານກັງວານຊວນຝັນ. Phoenix Boii ແຣັປເປີຈາກຫຼວງພະບາງທີ່ມາພ້ອມກັບລັກສະນະການແຣັປທີ່ມີສະເໜ່ ແລະ ເທ້ຂອງລາວ, ໄດ້ມາຖ່າຍທອດຄວາມຮູ້ສຶກຜ່ານທ່ອນແຮັປທີ່ໄດ້ບອກເຖິງຄວາມຮູ້ສຶກທີ່ແສນເຈັບປວດຂອງຄົນທີ່ຍັງຢູ່. ໄດ້ເລົ່າເຖິງຄວາມຮັກຄວາມສຳພັນຂອງຄູ່ຮັກຄູ່ໜຶ່ງທີ່ຖືວ່າທັງສອງນັ້ນຮັກກັນຫຼາຍ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.