ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ Swagwazz ກັບມາພ້ອມກັບເພງ Trapper of the year ເລົ່າເຖິງການໜັ້ນໃຈໃນສິ່ງທີ່ຕົວເອງເຮັດ
Muan Listen - ມ່ວນຊວນຟັງ

Swagwazz ກັບມາພ້ອມກັບເພງ Trapper of the year ເລົ່າເຖິງການໜັ້ນໃຈໃນສິ່ງທີ່ຕົວເອງເຮັດ

ແບ່ງປັນ

”ມັນບໍ່ມີຄົນວິເສດ ມັນມີແຕ່ຄົນທໍາມະດາທີ່ສ້າງຄວາມວິເສດ”
ປະໂຫຍກເປີດ MV ເພງ Trapper of the Year ຈາກ Swagwazz ທີ່ຟັງແລ້ວຈີ້ດໃຈ, ຈູງໃຫ້ຄົນທີ່ກຳລັງຕາມຄວາມຝັນໃຫ້ມີພະລັງຂຶ້ນມາ. Swagwazz ຄົນນີ້ຫ່າງຫາຍໄປຮຽນຕໍ່ກວ່າປີ ກັບມາຄັ້ງນີ້ບໍ່ໄດ້ມາຫຼິ້ນໆ ແຕ່ມາພ້ອມຄວາມຊັດເຈນ, ພະລັງ ແລະ ຄວາມເຊື່ອໝັ້ນໃນເສັ້ນທາງຂອງຕົນເອງ ເພງນີ້ສະທ້ອນທັດສະນະຄະຕິຂອງຄົນທີ່ບໍ່ຖ້າປະຕິຫານ ແຕ່ລົງມືສ້າງມັນດ້ວຍຕົວເອງ.

ເພງບໍ່ນີ້ໄດ້ມາພຽງທ່ອນຮຸກເທ່ໆ ສໄຕລ໌ trap ທີ່ມີຄຸນນະພາບ ເຕັມປຽມໄປດ້ວຍບົດບັນທຶກການເດີນທາງ ຕັ້ງແຕ່ມື້ທີ່ບໍ່ມີໃຜຮູ້ຈັກ ເລີ່ມຈາກໃຈຮັກລ້ວນໆ ຈາກຄວາມເຊື່ອໝັ້ນ ຕໍ່ໃຫ້ມີຄົນບໍ່ເຂົ້າໃຈ, ມີຄຳດູຖູກ ຫຼື ຄວາມບໍ່ແນ່ນອນ, Swagwazz ຍັງຢືນຢູ່ຈຸດທີ່ຕົນເອງຮັກ ຈົນກາຍເປັນນັກຮ້ອງທີ່ຫຼາຍຄົນລໍຖ້າຟັງເພງ ດ້ວຍມຸມມອງທີ່ເຕີບໂຕຂື້ນ ແຕ່ຍັງຊັດເຈນໃນຄວາມຝັນດຽວກັນ ທຸກຄຳທີ່ອອກມາ ຈິງໃຈ, ຊື່ສັດ, ຊວນໃຫ້ເຮົາຫັນກັບມາຖາມຕົນເອງວ່າ “ເຮົາຍັງເຊື່ອໃນສິ່ງທີ່ເຮົາເຮັດຢູ່ບໍ່ ?

ຖ້າເຈົ້າກຳລັງທໍ້ໃຈ ຫຼື ສົງໄສວ່າເສັ້ນທາງທີ່ເລືອກມັນຖືກຕ້ອງບໍ່, ລອງເປີດເພງນີ້ຟັງ. ມັນອາດບໍ່ໃຫ້ຄຳຕອບຊັດເຈນ ແຕ່ມັນຈະເຮັດໃຫ້ໃຈເຈົ້າສະຫງົບ ແລະ ກ້າຍ່າງຕໍ່ໂດຍບໍ່ລັງເລ.

ອ່ານຕື່ມ:  ຟັງເພງ "ແອບມັກຄົນມີແຟນ" ສິລະປິນລາວຈາກແດນໃຕ້ Bao Seang ft. Ple B.D.A & Icesky
ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.