ເອັສທີ-ເມືອງໄທ ປະກັນໄພ ສະຫຼອງຄົບຮອບ 9 ປີ ມອບວັກຊີນໄຂ້ຫວັດໃຫຍ່ 1,000 ໂດສ ໃຫ້ລູກຄ້າເພື່ອແທນຄວາມຫ່ວງໃຍ

ເອັສທີ-ເມືອງໄທ ປະກັນໄພ ສົ່ງມອບ ວັກຊີນໄຂ້ຫວັດໃຫຍ່ໃຫ້ລູກຄ້າຈຳນວນ 1,000 ໂດສ ເນື່ອງຈາກ 9 ປິທີ່ຜ່ານມາ, ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ໄດ້ໃຫ້ບໍລິການລູກຄ້າດ້ວຍຄວາມຫວ່ງໃຍ, ເອົາໃຈໃສ່ ບໍລິການດ້ວຍໃຈ ແລະ ຄວາມຊື່ສັດ ຈົນໄດ້ຮັບລາງວັນປະກັນຊີວິດອັນດັບທີ 1 ໃນ ສປປ ລາວ.
ວັນທີ 9 ເມສາ 2026 ທີ່ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັນແນລ ວຽງຈັນ, ໄດ້ມີພິທີຖະແຫຼງຂ່າວການຮ່ວມມືມອບວັກຊີນໄຂ້ຫວັດໃຫຍ່ຈຳນວນ 1,000 ໂດສ ໂດຍທ່ານ ໄຊຊະນະ ພູນສະຫວັນ ຮັກສາການຜູ້ອຳນວຍການໃຫຍ່ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈຳກັດ ແລະ ທ່ານ ດຣ. ວັດທະນາ ພາລິສີ ຜູ້ອຳນວຍການໃຫຍ່ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັນແນລ ວຽງຈັນ.

ທ່ານ ໄຊຊະນະ ພູນສະຫວັນ ຮັກສາການ ຜູ້ອຳນວນການໃຫຍ່ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຈຳກັດ ໄດ້ກ່າວຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ວ່າ:
“ໃນການສະຫຼອງຄົບຮອບ 9 ປີນີ້, ທິດທາງຂອງ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ ຢາກເພີ່ມການເຂົ້າເຖິງຄວາມຄຸ້ມຄອງດ້ານສຸຂະພາບທີ່ຕອບໂຈດປະຊາຊົນໃນ ສປປ ລາວ ຜ່ານຜະລິດຕະພັນປະກັນໄພທີທັນສະໄໝ ແລະ ປັດໃຈທີ່ເຮັດໃຫ້ ເອັສທີ-ເມືອງໄທ ປະກັນໄພສາມາດເປັນອັນດັບ 1 ເປັນໄລຍະເວລາ 6 ປີຊ້ອນ ໃນທຸລະກິດປະກັນຊີວິດຂອງ ສປປ ລາວ ຄື: ຄວາມແຂງແຮງຂອງບໍລິສັດ, ຜະລິດຕະພັນທີ່ຕອບໂຈດ ແລະ ມີຊ່ອງທາງການຂາຍທີ່ແຂງແຮງໂດຍສະເພາະຊ່ອງທາງທີ່ຜ່ານຕົວແທນຈຳນວນ 2,000 ກວ່າຄົນ ທີ່ເປັນອັນດັບ 1 ໃນ ສປປ ລາວ ພາຍໃຕ້ລະບົບການຈັດການທີ່ເຂັ້ມແຂງ”.

ທ່ານ ໄຊຊະນະ ພູນສະຫວັນ ກໍໄດ້ກ່າວເສີມວ່າ: “ສິ່ງທີ່ເປັນປັດໃຈທີ່ ເອັສທີ-ເມືອງໄທ ປະກັນໄພ ເລືອກທີ່ຈະສະຫຼອງຄົບຮອບ 9 ປີ ດ້ວຍການມອບວັກຊີນ 1,000 ໂດສ ນີ້ແມ່ນມາຈາກສະຖິຕິໃນປີ 2025 ທີ່ຜ່ານມາ, ໄຂ້ຫວັດໃຫຍ່ເປັນໜຶ່ງໃນພະຍາດທີ່ສົ່ງຜົນກະທົບກັບລູກຄ້າ ST-Extra Care ໃນເລື່ອງສຸຂະພາບ ແລະ ຄ່າໃຊ້ຈ່າຍ. ດັ່ງນັ້ນ, ບໍລິສັດຈຶ່ງແນມເຫັນຄວາມສຳຄັນໃນການຊ່ວຍປ້ອງກັນການເຈັບປ່ວຍຜ່ານໂຄງການວັກຊີນ 1,000 ໂດສນີ້”.

“ຈຸດເດັ່ນຂອງປະກັນສຸຂະພາບຂອງ ເອັສທີ-ເມືອງໄທ ປະກັນໄພ ແມ່ນເປັນປະກັນສຸຂະພາບແບບເໝົາຈ່າຍເມື່ອລູກຄ້າໄປໃຊ້ສິດໃນໂຮງໝໍ ກໍບໍ່ຕ້ອງເປັນຫ່ວງໃນເລື່ອງທີ່ຈະມີສ່ວນຕ່າງທີ່ເຮັດໃຫ້ລູກຄ້າອາດບໍ່ສາມາດຈ່າຍໄດ້ ພ້ອມທັງສາມາດເຂົ້າໄປໃຊ້ສິດກັບໂຮງໝໍຊັ້ນນຳໃນ ສປປລາວ ແລະ ມີໂຮງໝໍທີ່ເປັນເຄື່ອຄາຍຫຼາຍກວ່າສາມຮ້ອຍໂຮງໝໍໃນປະເທດໄທ. ຝາກທຸກຄົນຕິດຕາມກິດຈະກຳດີໆແບບນີ້ກັບທາງ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພດ້ວຍ” ໃນສ່ວນນີ້, ກໍເປັນທິດທາງວິໃສທັດຂອງບໍລິສັດທີ່ກ່າວໂດຍທ່ານ ໄຊຊະນະ ພູນສະຫວັນ ຮັກສາການ ຜູ້ອຳນວນການໃຫຍ່ ບໍລິສັດ ເອັສທີ-ເມືອງໄທ ປະກັນໄພ.