ໜ້າຫຼັກ Gadzila ລະບົບດີຂະໜາດໃດກໍບໍ່ລອດ iOS ພົບມັລແວຣ໌ໂຕໃໝ່ SparkCat ໃນ App Store
Gadzila

ລະບົບດີຂະໜາດໃດກໍບໍ່ລອດ iOS ພົບມັລແວຣ໌ໂຕໃໝ່ SparkCat ໃນ App Store

ລະບົບດີຂະໜາດໃດກໍບໍ່ລອດ iOS ພົບມັລແວຣ໌ໂຕໃໝ່ SparkCat ໃນ App Store

ແບ່ງປັນ

ມັລແວຣ໌ SparkCat ໄດ້ແຝງຕົວຢູ່ໃນ App Store ຂອງ iOS ແລະ Google Play Store ໂດຍໃຊ້ເຕັກໂນໂລຊີ OCR (Optical Character Recognition) ທີ່ສາມາດສະແກນ ແລະ ດຶງຂໍ້ມູນສຳຄັນຈາກພາບຖ່າຍໃນຄັງຮູບພາບຂອງຜູ້ໃຊ້ ເຊິ່ງຜູ້ທີ່ກວດພົບກໍເປັນບໍລິສັດໄຊເບີຊື່ດັງຢ່າງ Kaspersky ກໍໄດ້ອອກມາແຈ້ງການເຖິງສິ່ງທີ່ໄດ້ກວດພົບມັລແວຣ໌ໃນ App Store ເປັນຄັ້ງທຳອິດ.

ສ່ວນ Google Play Store ແມ່ນໄດ້ກວດພົບຕັ້ງແຕ່ເດືອນ ມີນາ 2024 ແລະ ແອັບພລິເຄຊັນທີ່ແຝງມັລແວຣ໌ຕ່າງໆກໍໄດ້ຖືກລົບອອກຈາກ App Store ເປັນທີ່ຮຽບຮ້ອຍ.

ວິທີການເຮັດວຽກຂອງ SparkCat ແມ່ນໂຕມັລແວຣ໌ທີ່ແຝງມາກັບແອັບພລິເຄຊັນຈະຂໍສິດເຂົ້າເຖິງຄັງຮູບພາບໂດຍອ້າງວ່າເປັນຟີເຈີຣ໌ຂອງແອັບ, ເມື່ອໄດ້ຮັບສິດແລ້ວມັລແວຣ໌ຈະໃຊ້ເຕັກໂນໂລຊີ OCR ເພື່ອສະແກນຂໍ້ມູນເຊັ່ນ: ລະຫັດຜ່ານບັນຊີ ແລະ ຂໍ້ມູນສ່ວນບຸດຄົນອື່ນໆທີ່ຖືກເກັບໄວ້ໃນຄັງຮູບພາບ.

ຂໍ້ມູນທີ່ຖືກສະແກນຂອງຜູ້ໃຊ້ກໍຈະຖືກສົ່ງໄປໃຫ້ກັບຜູ້ບໍ່ຫວັງດີ ເຊິ່ງອາດນຳໄປໃຊ້ໃນການເຂົ້າເຖິງບັນຊີ ຫຼື ລັກຊັບສິນຂອງຜູ້ໃຊ້ງານ ແອັບທີ່ພົບມັລແວຣ໌ SparkCat ແມ່ນ: WeTink, AnyGPT ແລະ ComeCome.

ວິທີປ້ອງກັນ:
1. ຫຼີກລ້ຽງການໃຫ້ສິດເຂົ້າເຖິງຄັງຮູບພາບກັບແອັບທີ່ບໍ່ຈຳເປັນ.
2. ດາວໂຫຼດແອັບຈາກບ່ອນທີ່ໜ້າເຊື່ອຖືເຊັ່ນ: App Store ຫຼື Google Pay Store ເທົ່ານັ້ນ ແລະ ກວດສອບການໃຫ້ຄະແນນຂອງແອັບກ່ອນດາວໂຫຼດ.
3. ອັບເດດລະບົບປະຕິບັດການ iOS ແລະ ແອັບພລິເຄຊັນໃຫ້ເປັນເວີຊັນຫຼ້າສຸດສະເໝີເພື່ອຮອງຮັບການແກ້ໄຂອັດຊ່ອງວ່າງດ້ານຄວາມປອດໄພ.

ໂດຍ: ທີມ Gadzila

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Gadzila

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

Gadzila

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

Gadzila

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ,...

Gadzila

ປ້ອງກັນໄພຈາກເບີແປກ: ໃຊ້ແອັບຊ່ວຍກວດວ່າໃຜໂທມາເພື່ອຫຼີກລ້ຽງພວກມິດສາຊີບ

ຢ່າຕົກເປັນເຫຍື່ອຂອງພວກມິດສາຊີບ ຮູ້ທັນກົນໄກການຫຼອກລວງທາງໂທລະສັບແບບໃໝ່ໆ. ປ້ອງກັນຕົວເອງດ້ວຍແອັບກວດເບີໂທທີ່ຊ່ວຍເພີ່ມຄວາມປອດໄພ ແລະ ຄວາມໝັ້ນໃຈໃຫ້ກັບການໃຊ້ໂທລະສັບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.