ໜ້າຫຼັກ The Crown Exclusive Crown Talk ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ
Crown Talk

ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ

ສຸດໃຈ ຮັບໄຊທອງ MEL01 ຕົວແທນຊົນເຜົ່າລາວ ຜູ້ມີຄວາມຝັນຈະເປັນກະບອກສຽງໃຫ້ທຸກຊົນເຜົ່າ ສົ່ງເສີມຄວາມສະເໝີພາບ ແລະສືບສານວັດທະນະທໍາລາວໃຫ້ໂລກໄດ້ເຫັນ.

ສຸດໃຈ MEL01 ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຂອງທຸກເຜົ່າ
ແບ່ງປັນ

“ນ້ອງຢາກເປັນກະບອກສຽງທີ່ຊ່ວຍສົ່ງເສີມຄວາມສະເໝີພາບລະຫວ່າງຊົນເຜົ່າ ບໍ່ໃຫ້ມີການແບ່ງແຍກ ຊົນຊັ້ນ ແລະ ຊົນເຜົ່າ ພ້ອມກັບເປັນແຮງບັນດານໃຈໃຫ້ລຸ້ນໃໝ່ກ້າທີ່ຈະເປັນຕົນເອງ ໃນຮູບແບບຊົນເຜົ່າຂອງໂຕເອງ.” ນັ້ນຄືຄວາມຕັ້ງໃຈອັນແຮງກ້າຂອງ ສຸດໃຈ ຮັບໄຊທອງ ຫຼື ນໍ້າຝົນ MEL01 ຜູ້ເຂົ້າປະກວດນາງສາວບັນດາເຜົ່າລາວ 2025 ຕົວແທນຊົນເຜົ່າລາວລຸ່ມ, ທີ່ເຖິງແມ່ນຈະເປັນຕົວແທນຊົນເຜົ່າທີ່ມີຄົນຮູ້ຈັກຫຼາຍຢູ່ແລ້ວ, ແຕ່ຄວາມຄິດຂອງນາງກັບຍິ່ງໃຫຍ່ເກີນຂອບເຂດທີ່ຄົນທົ່ວໄປຄິດ.

ສຸດໃຈ ຮັບໄຊທອງ, ອາຍຸ 21 ປີ, ປັດຈຸບັນກຳລັງສຶກສາຢູ່ທີ່ສະຖາບັນການທະນາຄານ ສາຂາການບັນຊີ ປີທີ 3. ດ້ວຍຄວາມຮັກ ແລະ ຄວາມພາກພູມໃຈໃນວັດທະນະທໍາຂອງລາວເຮົາທຸກຊົນເຜົ່າ, ນໍ້າຝົນໄດ້ຕັດສິນໃຈເຂົ້າຮ່ວມເວທີ ນາງສາວບັນດາເຜົ່າ 2025 ດ້ວຍຈຸດປະສົງທີ່ຊັດເຈນຄື: ຢາກໃຫ້ໂລກໄດ້ເຫັນຄວາມງາມທັງຮູບລັກ ແລະ ຈິດໃຈຂອງແມ່ຍິງລາວທຸກບັນດາເຜົ່າ. ນອກຈາກນີ້, ຍັງຫວັງເປັນກະບອກສຽງໃຫ້ກັບທຸກຊົນເຜົ່າ ເພື່ອສົ່ງເສີມຄວາມສະເໝີພາບ ແລະສ້າງແຮງບັນດານໃຈໃຫ້ຄົນຮຸ່ນໃໝ່ກ້າທີ່ຈະສະແດງຄວາມເປັນຕົວຕົນໃນຮູບແບບຊົນເຜົ່າຂອງຕົນເອງ.

ສໍາລັບນໍ້າຝົນ, ການເປັນຕົວແທນຂອງຊົນເຜົ່າໃນເວທີນີ້ມີຄວາມໝາຍ ແລະ ຄວາມສໍາຄັນຫຼາຍ. ເຖິງແມ່ນວ່າລາວຈະເປັນຊົນເຜົ່າລາວລຸ່ມ, ແຕ່ລາວກໍຢາກນໍາສະເໜີ ແລະ ສົ່ງເສີມຊົນເຜົ່າອື່ນໆອີກ ເພາະຄິດວ່າຊົນເຜົ່າລາວນັ້ນເປັນທີ່ຮູ້ຈັກຫຼາຍຢູ່ແລ້ວ. ນາງຈຶ່ງຢາກໃຫ້ທຸກຄົນໄດ້ຮູ້ເຖິງວັດທະນະທໍາຂອງຊົນເຜົ່າອື່ນໆເຊັ່ນກັນ ເພື່ອໃຫ້ຊົນເຜົ່າອື່ນໆໄດ້ຮັບຄວາມນິຍົມຊົມຊອບບໍ່ໜ້ອຍກວ່າກັນ.

ນໍ້າຝົນເລົ່າເຖິງເອກະລັກຂອງຊົນເຜົ່າລາວລຸ່ມຄື ວັດທະນະທໍາແລະຮີດຄອງປະເພນີທີ່ຊັດເຈນ ເຊັ່ນ: ການໃສ່ບາດຢາດນໍ້າ, ການບາສີສູ່ຂວັນ, ບຸນອອກພັນສາ ລວມໄປເຖິງການນຸ່ງຖືທີ່ໂດດເດັ່ນ. ແຕ່ນອກຈາກເຜົ່າຕົນເອງແລ້ວ ນາງຍັງຢາກນໍາສະເໜີເອກະລັກຂອງຊົນເຜົ່າພວນ, ເຊິ່ງມີພູມປັນຍາໃນການສຶກສາຄົ້ນຄວ້າພະທໍາວິໄນຈົນສາມາດແປພາສາບາລີອອກເປັນພາສາລາວໄດ້, ລວມທັງຍັງມີຮີດຄອງປະເພນີທີ່ເປັນເອກະລັກຄື “ບຸນກໍາຟ້າ” ເຊິ່ງເປັນປະເພນີທີ່ກໍາລັງຈະຖືກລືມ. ນໍ້າຝົນຫວັງວ່າຈະໄດ້ຍົກຍໍຊົນເຜົ່າພວນໃຫ້ທຸກຄົນໄດ້ຮູ້ຈັກ ແລະສືບສານປະເພນີນີ້ໃຫ້ຄົງຢູ່ຄູ່ລາວຕະຫຼອດໄປ.

ສຸດໃຈ MEL01 ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຂອງທຸກເຜົ່າ

ຖ້ານາງໄດ້ຮັບຕໍາແໜ່ງ, ພາຍໃນໜຶ່ງປີ ນໍ້າຝົນຕັ້ງໃຈຈະເຮັດໂຄງການ “ສາມັກຄີຊົນເຜົ່າສ້າງລາວ ສູ່ສາຍຕາໂລກ” ໂດຍການເຂົ້າຮ່ວມກັບທຸກບັນດາເຜົ່າ ເພື່ອບັນທຶກແລະຖ່າຍທອດຄວາມຮູ້ທາງວັດທະນະທໍາປະສົມປະສານກັບຄວາມທັນສະໄໝ ໃຫ້ໄວລຸ້ນໄດ້ຮູ້ຈັກວັດທະນະທໍາຂອງຕົນ ແລະໃຫ້ໂລກໄດ້ເຫັນຄວາມງາມອັນຫຼາກຫຼາຍຂອງຜູ້ຍິງລາວ. ນາງເຊື່ອວ່າວິທີນີ້ຈະຊ່ວຍສ້າງຄວາມສາມັກຄີໃຫ້ກັບທຸກຊົນເຜົ່າ ເຮັດໃຫ້ທຸກຄົນໄດ້ຈັບມືກັນ, ຮູ້ຈັກວັດທະນະທໍາຂອງກັນແລະກັນຫຼາຍຂຶ້ນ ແລະບໍ່ມີການແບ່ງແຍກກັນອີກຕໍ່ໄປ.

ອ່ານຕື່ມ:  Tanu Vannasin ບໍ່ເຄີຍຄິດວ່າຕົນເອງເປັນສິລະປິນ ແຕ່ເປັນນັກຮ້ອງ-ນັກດົນຕີ

ສໍາລັບວິທີການຮັກສາຮີດຄອງປະເພນີໄປພ້ອມໆກັບການປັບຕົວເຂົ້າກັບຍຸກສະໄໝໃໝ່, ນໍ້າຝົນເຊື່ອວ່າວິທີທີ່ດີທີ່ສຸດຄືການ ສືບສານດ້ວຍການມີສ່ວນຮ່ວມ ໂດຍໃຫ້ໄວໜຸ່ມໄດ້ເຂົ້າມາຮຽນຮູ້ ແລະ ມີປະສົບການຈິງກັບຮີດຄອງປະເພນີຜ່ານກິດຈະກໍາ ແລະ ສື່ທັນສະໄໝ. ນາງແນະນໍາໃຫ້ເກັບຂໍ້ມູນອັນເກົ່າແກ່ລົງໃນຮູບແບບດິຈິຕອລ ແລະໃຊ້ສື່ສັງຄົມອອນລາຍເປັນສະພານເຊື່ອມໃຫ້ໂລກໄດ້ຮູ້ຈັກວັດທະນະທໍາຂອງຊົນເຜົ່າ, ໂດຍທີ່ຍັງຮັກສາຄຸນຄ່າແລະຈິດວິນຍານດັ່ງເດີມໄວ້ຢ່າງຄົບຖ້ວນ.

ທ່ານສາມາດຮ່ວມສົ່ງແຮງໃຈແລະເປັນສ່ວນໜຶ່ງໃນການສານຝັນຂອງ ນໍ້າຝົນ MEL01 ໃຫ້ໄດ້ກ້າວໄປສູ່ຮອບ 5 ຄົນສຸດທ້າຍແບບອັດຕະໂນມັດ ໂດຍການເຂົ້າໄປໂຫວດໄດ້ທີ່: https://missethniclaos.wevote.la ຢ່າລືມມາສະໜັບສະໜຸນສາວງາມຄົນເກັ່ງຄົນນີ້ນຳກັນເດີ!

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

VEILED MUSICIAN LAOS: ລາຍການປະກວດຮ້ອງເພງເພື່ອຊອກຫາຕົວແທນໄປແຂ່ງທີ່ປະເທດເົກາຫຼີໃຕ້

VEILED MUSICIAN LAOS ລາຍການປະກວດຮ້ອງເພງທີ່ຄັດເລືອກດ້ວຍ “ສຽງຮ້ອງເພງທີ່ມ່ວນ” ແລະ ດີທີ່ສຸດພຽງ 3 ຄົນ ເພື່ອເປັນຕົວແທນໄປແຂ່ງທີ່ເກົາຫຼີໃຕ້. ໃນຕອນທີ 1...

OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

Muan Listen - ມ່ວນຊວນຟັງ

ຈະເຮັດແນວໃດ ຖ້າເຈົ້າໄປຮັກ ຄົນທີ່ບໍ່ໄດ້ຕ້ອງການຄວາມຮັກ? ຊວນຟັງເພງ 404 ຂອງ ຕານຸ ວັນນະສິນ

ຊວນຟັງ “404” ຂອງ ຕານຸ ວັນນະສິນ ເພງທີ່ຊວນຄິດວ່າ ຄວາມຮັກທີ່ບໍ່ຖືກຕອບສະໜອງ ຄວນຢູ່ຕໍ່ ຫຼືຖອຍອອກມາ?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.