ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຈາກລູກເຂີຍໃສ່ມອງໃນມື້ນັ້ນ ສູ່ “ຄົງໄດ້ແຕ່ມອງ” ໃນມື້ນີ້ ເພງໃໝ່ຈາກ Sophana x GX2 x T’Jame
Muan Listen - ມ່ວນຊວນຟັງ

ຈາກລູກເຂີຍໃສ່ມອງໃນມື້ນັ້ນ ສູ່ “ຄົງໄດ້ແຕ່ມອງ” ໃນມື້ນີ້ ເພງໃໝ່ຈາກ Sophana x GX2 x T’Jame

ແບ່ງປັນ

ສົ່ງທ້າຍປີດ້ວຍເພງໃໝ່ຢ່າງ “ຄົງໄດ້ແຕ່ມອງ” ຮ້ອງໂດຍທີມລູກເຂີຍໃສ່ມອງ, ເຊິ່ງເພງນີ້ກໍມີສະມາຊິກຢ່າງ SOPHANA, GX2 ແລະ T’JAME ມາລວມຕົວກັນເພື່ອໃຫ້ແຟນເພງເຊົາຄິດຮອດກັນໄປຫຼາຍແດ່.

ທີໃລູກເຂີຍໃສ່ມອງເປັນເຈົ້າຂອງເພງດັງຮິດຕິດຫູຫຼາຍໆເພງ ແລະ ມີຍອດວິວໃນຍູທູບສູງເຖິງ 100 ລ້ານວິວເຊັ່ນເພງ: ຢາກເປັນລູກເຂີຍ, ພໍ່ແມ່ອ້າຍຖາມຫາ, ແພງອ້າຍ ແລະ ອື່ນໆ.

ເພງ ຄົງໄດ້ແຕ່ມອງ ເປັນເພງທີ່ໃຫ້ອາລົມຟັງໄດ້ສະບາຍໆຕາມສະໄຕລ໌ແນວເພງຂອງລູກເຂີຍໃສ່ມອງດ້ວຍເພງທຳນອງທີ່ຕິດຫູຮ້ອງຕາມໄດ້ງ່າຍເຮັດໃຫ້ເຂົ້າເຖິງແຟນເພງໄດ້.

ເອັມວີຍັງໄດ້ J’Mong ດາວຕິກຕ໋ອກ ແລະ Tao Barber ນັກຮ້ອງສະໄຕລ໌ແຣັບ ມາຮ່ວມສະແດງນຳ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ແນ່ມ ປ່ອຍເພງວັນແມ່ ເປັນຕົວແທນໃຫ້ກຳລັງໃຈຄົນຫ່າງຄອບຄົວ ທີ່ຢາກກັບບ້ານໄປໃຫ້ແມ່ກອດຜ່ານບົດເພງ ແມ່ເອີ້ຍ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.